spot_img
Homeຂ່າວຕ່າງປະເທດສານອະນຸຍາໂຕຕຸລາການລະຫວ່າງປະເທດ ຕັດສິນຈີນ ບໍ່ມີສິດເຂົ້າຄອບຄອງ ທະເລຈີນໃຕ້ ເກືອບທັງໝົດ!

ສານອະນຸຍາໂຕຕຸລາການລະຫວ່າງປະເທດ ຕັດສິນຈີນ ບໍ່ມີສິດເຂົ້າຄອບຄອງ ທະເລຈີນໃຕ້ ເກືອບທັງໝົດ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 12 ກໍລະກົດຜ່ານມານີ້ວ່າ ສານອະນຸຍາໂຕຕຸລາການລະຫວ່າງປະເທດ ທີ່ນະຄອນເຮັກ ປະເທດໂຮນລັງ ໄດ້ປະກາດຄຳຕັດສິນ ຄະດີຂໍ້ຂັດແຍ່ງໃນທະເລຈີນໃຕ້ ລະຫວ່າງຟິລິບປິນ ແລະ ຈີນ ໂດຍສານໄດ້ຕັດສິນວ່າ ຈີນບໍ່ສາມາດອ້າງສິດຕາມປະຫວັດສາດ ວ່າເປັນເຈົ້າຂອງຊັບພະຍາກອນຕ່າງໆ ພາຍໃນເຂດນ່ານນ້ຳ ກວມປະມານ 90% ຂອງພື້ນທີ່ທະເລຈີນໃຕ້ ເນື່ອງຈາກບໍ່ມີພື້ນຖານ ທາງກົດໝາຍໃດໆຮອງຮັບ.  ນອກຈາກນັ້ນ, ຄຳຕັດສິນຍັງຊີ້ບອກວ່າ ຈີນໄດ້ແຊກແຊງ ແລະ ຂັດຂວາງສິດທິ ໃນການປະມົງຕາມປະເພນີ ທີ່ເຄີຍເປັນມາຂອງຟິລິບປິນ ໃນເຂດແນວປະກາຣັງສະຄາໂບໂຣໂຊ ຊຶ່ງເປັນໜຶ່ງໃນແນວປະກາຣັງ ແລະ ດອນຫີນຫລາຍຮ້ອຍແຫ່ງ ທີ່ກະແຈກກະຈາຍຢູ່ໃນທະເລແຫ່ງນີ້ ລວມທັງຍັງລ່ວງລະເມີດ ອະທິປະໄຕຂອງຟິລິບປິນ ດ້ວຍການເຂົ້າໄປສຳຫລວດ ຂຸດຄົ້ນຊອກຫານ້ຳມັນ ແລະ ອາຍແກັສທຳມະຊາດ ພາຍໃນບໍລິເວນໃກ້ຄຽງເຂດຣີດແບັງ ຊຶ່ງເປັນດອນກາງນ້ຳແຫ່ງໜຶ່ງ ໃນທະເລຈີນໃຕ້.  ພ້ອມດຽວກັນນັ້ນ, ຄຳຕັດສິນຍັງລະບຸອີກວ່າ ຈີນໄດ້ສ້າງຄວາມເສຍຫາຍຢ່າງຖາວອນ ໃຫ້ແກ່ລະບົບນິເວດຂອງ ແນວປະກາຣັງ ໃນໝູ່ເກາະສະແປຣດລີ ຈາກການຖົມທະເລສ້າງເກາະທຽມ ອີກຫລາຍແຫ່ງໃນທະເລຈີນໃຕ້ ອີກດ້ວຍ.

ທາງດ້ານກະຊວງການຕ່າງປະເທດຈີນ ພາຍຫລັງມີຄຳຕັດສິນດັ່ງກ່າວ ກໍໄດ້ອອກມາຖະແຫລງຕອບໂຕ້ທັນທີວ່າ ຈີນປະຕິເສດຍອມຮັບຄຳຕັດສິນດັ່ງກ່າວນີ້ ແລະ ບໍ່ຮັບວ່າ ສານແຫ່ງນີ້ມີອຳນາດໃນການພິຈາລະນາ ພ້ອມທັງລະບຸວ່າ ປະຊາຊົນຊາວຈີນ ມີປະຫວັດສາດຫລາຍກວ່າ 2,000 ປີຢູ່ທະເລຈີນໃຕ້ ແລະ ເກາະດອນຕ່າງໆຂອງຕົນ ຊຶ່ງມີສິດໃນການອ້າງເຂດເສດຖະກິດຈຳເພາະ ພ້ອມນັ້ນຍັງຢືນຢັນວ່າ ປະເທດຈີນໄດ້ປະກາດຕໍ່ສາກົນຮັບຮູ້ ກ່ຽວກັບແຜນທີ່ເສັ້ນຮອບທະເລຈີນໃຕ້ຂອງຕົນ ມາຕັ້ງແຕ່ປີ 1948 ແລ້ວ.

ແນວໃດກໍຕາມ ກະຊວງການຕ່າງປະເທດຈີນ ໄດ້ເນັ້ນຢ້ຳວ່າ ຈີນເຄົາລົບ ແລະ ຍຶດໝັ້ນປະຕິບັດ ໃນເລື່ອງເສລີພາບໃນການເດີນທະເລ ແລະ ການບິນຜ່ານທະເລຈີນໃຕ້ ອີກທັງຍັງກຽມພ້ອມ ທີ່ຈະແກ້ໄຂບັນຫາຂໍ້ຂັດແຍ່ງ ດ້ວຍສັນຕິວິທີ ໂດຍຜ່ານການຫາລືລະຫວ່າງລັດຕ່າງໆ ທີ່ກ່ຽວຂ້ອງໂດຍກົງ.

ສ່ວນທາງດ້ານຟິລິບປິນ ກໍໄດ້ຮຽກຮ້ອງໃຫ້ທຸກໆຝ່າຍ ຢູ່ໃນຄວາມອົດທົນ ໂດຍຟິລິບປິນຢືນຢັນຢ່າງໜັກແໜ້ນວ່າ ໃຫ້ຄວາມເຄົາລົບຄຳຕັດສິນຂອງສານເປັນຫລັກ ເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ໃນທະເລຈີນໃຕ້.

ທັງນີ້ ບັນຫາຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເກີດຂຶ້ນພາຍຫລັງທີ່ ບັນດາປະເທດຕ່າງໆເຊັ່ນ: ຈີນ, ຟິລິບປິນ, ຫວຽດນາມ, ມາເລເຊຍ, ບຣູໄນ ລວມທັງໄຕ້ຫວັນ ໄດ້ພາກັນອ້າງກຳມະສິດຢູ່ບາງສ່ວນ ໂດຍຍົກເວັ້ນແຕ່ຈີນຝ່າຍດຽວ ທີ່ອ້າງກຳມະສິດເກືອບທັງໝົດ ຢູ່ທະເລຈີນໃຕ້ ອັນໄດ້ກາຍເປັນຂໍ້ຂັດແຍ່ງ ຊຶ່ງນຳມາສູ່ຄວາມເຄັ່ງຕຶງໃນພາກພື້ນ.
 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...