spot_img
HomeມູມໄອທີລາວAsus Zenfone 3 Deluxe ໂທລະສັບເຄື່ອງທຳອິດທີ່ມາພ້ອມກັບຊິບ Snapdragon 821

Asus Zenfone 3 Deluxe ໂທລະສັບເຄື່ອງທຳອິດທີ່ມາພ້ອມກັບຊິບ Snapdragon 821

Published on

ພາຍໃນປີນີ້ ​Asus ໄດ້ເປີດໂຕສະມາດໂຟນຊີຣີ Zenfone 3 ໄປແລ້ວລວມເຖິງ 3 ລຸ້ນຄື: Zenfone 3, Zenfone 3 Ultra ແລະ Zenfone 3 Deluxe ທີ່ງານ Computex 2016 ໃນເດືອນພຶດສະພາກ່ອນໜ້ານີ້. ເຊິ່ງມື້ວານນີ້ເອງທາງຜູ້ຜະລິດຊິບເຊັດແບບ Qualcomm ກໍອອກມາເປີດໂຕຊິບເຊັດໂຕໃໝ່ຄື Snapdragon 821 ແຕ່ກໍບໍ່ມີຫຍັງເພີ່ມມາໃໝ່ນອກຈາກຄວາມແຮງທີ່ເພີ່ມຂຶ້ນມາເປັນ 2.4GHz ຈາກເກົ່າ 2.15GHz ແລະເມື່ອເວົ້າເຖິງຊິບປະມວນຜົນລຸ້ນໃໝ່ແລ້ວເຮົາກໍຕ້ອງເວົ້າເຖິງໂທລະສັບລຸ້ນທຳອິດທີ່ໄດ້ນຳມາໃຊ້ ເຊິ່ງຈະເປັນໃຜບໍ່ໄດ້ນອກຈາກ Zenfone 3 Deluxe ນັ້ນເອງ.

ສຳລັບສະເປັກຂອງ Asus Zenfone 3 Deluxe ແມ່ນໃຊ້ຈໍ Super AMOLED ພ້ອມກັບ NTSC color Gamut 100%, ຂະໜາດຈໍ 5.7 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະປົກປ້ອງດ້ວຍ Corning Gorilla Glass4. ໃຊ້ງານຊິບປະມວນຜົນຄອດຄໍ Snapdragon 821/820 ພ້ອມກັບຊິບກຣາບຟິກ Adreno 530. RAM 6GB, ROM ມີໃຫ້ເລືອກ 3 ລຸ້ນຄື: 32GB/64GB/256GB ແລະສາມາດເພີ່ມ microSD ໄດ້.

ທາງດ້ານລະບົບກ້ອງແມ່ນຕິດຕັ້ງກ້ອງຫຼັງຄວາມລະອຽດ 23 ລ້ານພິກເຊວ ພ້ອມແຟລັດຄູ່ໂທນ LED, ເຊັນເຊີ້ກ້ອງ Sony IMX318, ຄ່າ f/2.0, ເລນ 6P Largan, 4-axis OIS, 3-axis EIS, Laser AF. ໃນຂະນະທີ່ກ້ອງໜ້າໃຫ້ມາ 8 ລ້ານພິກເຊວ, ຄ່າ f/2.0 ແລະມຸມມອງຄວາມກວ້າງ 85 ອົງສາ.

ສ່ວນທາງດ້ານຊ໋ອບແວຣ໌ແມ່ນມາພ້ອມກັບລະບົບ Android 6.0 Marshmallow ຄອບດ້ວຍ Zen UI 3.0. ຮອງຮັບ 2 ຊິມເປັນແບບ Hybrid (micro+nano/microSD), 4G LTE ພ້ອມກັບ VoLTE, WiFi 802.11 a/b/g/n/ac (2.4/5 GHz), Bluetooth 4.2, GPS, USB 3.0 Type-C

ສຳລັບຂະໜາດຂອງໂຕເຄື່ອງແມ່ນ 156.4 x 77.4 x 4.2 ~ 7.5 ມມ ແລະໜັກປະມານ 170 ກຣາມ. ແບັດເຕີຣີໃຫ້ມາ 3000mAh ພ້ອມກັບລະບົບສາກໄວ Qualcomm Quick Charge 3.0 ແລະ BoostMaster Fast Charging. ນອກນີ້ກໍມີລຳໂພງຄູ່ Five-magnet, NXP smart amplifier, Hi-Res Audio (HRA) ແລະມີເຊັນເຊີ້ສະແກນນິ້ວມືຢູ່ດ້ານຫຼັງໂຕເຄື່ອງ

ໃນເລື່ອງຂອງລາຄາ Asus Zenfone 3 Deluxe ຈະແບ່ງອອກຕາມນີ້:

  • Asus Zenfone 3 Deluxe ລຸ້ນທີ່ມາພ້ອມກັບ Snapdragon 821, RAM 6GB ແລະ ROM 256GB ລາຄາຢູ່ທີ່ $24,990 ໄຕ້ຫວັນໂດລາໃໝ່ (6.295.000 ກີບ).
  • Asus Zenfone 3 Deluxe ລຸ້ນທີ່ມາພ້ອມກັບ Snapdragon 820, RAM 6GB ແລະ ROM 64GB ລາຄາຢູ່ທີ່ $17,990 ໄຕ້ຫວັນໂດລາໃໝ່ (4.530.000 ກີບ).
  • Asus Zenfone 3 Deluxe ລຸ້ນທີ່ມາພ້ອມກັບ Snapdragon 820, RAM 4GB ແລະ ROM 32GB ລາຄາຢູ່ທີ່ $15,990 ໄຕ້ຫວັນໂດລາໃໝ່ (4.030.000 ກີບ).

ສ່ວນມື້ວາງຈຳໜ່າຍຂອງ Zenfone 3 Deluxe ຈະວາງຂາຍທີ່ປະເທດໄຕ້ຫວັນ ແລະຮ່ອງກົງ ໃນຊ່ວງເດືອນສິງຫານີ້ ແຕ່ຍັງບໍ່ໄດ້ນຳເອົາລຸ້ນ Snapdragon 821 ມາຂາຍເທື່ອ ເຊິ່ງລຸ້ນດັ່ງກ່າວຈະວາງຂາຍໃນພາຍຫຼັງ.
ທີ່ມາ:fonearena,ເດັກລາວ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...