spot_img
Homeຂ່າວພາຍ​ໃນປະຊາຊົນຮຽກຮ້ອງຂໍ ລັດຖະບານຂະຫຍາຍຈຸດເຮັດພາສປອດເພິ່ມ

ປະຊາຊົນຮຽກຮ້ອງຂໍ ລັດຖະບານຂະຫຍາຍຈຸດເຮັດພາສປອດເພິ່ມ

Published on

ພາຍຫຼັງທີ່ປະເທດລາວປະຕິບັດນະໂຍບາຍປ່ຽນແປງໃໝ່ ແລະໄດ້ເປີດປະຕູສູ່ພາຍນອກ ເຮັດໃຫ້ການພົວພັນກັບຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະກັບປະເທດໃກ້ຄຽງ ຫຼາຍກວ່າໝູ່ແມ່ນການເດິນທາງໄປເຮັດວຽກ ຫຼືຄ້າຂາຍ. ດັ່ງນັ້ນ, ການເຮັດໜັງສືຜ່ານແດນ (Passport) ຈຶ່ງນັບມື້ຫຼາຍຂຶ້ນ ຈົນສະຖານທີ່ໃຫ້ບໍລິການອັ່ງອໍໄປດ້ວຍປະຊາຊົນທີ່ຕໍ່ຄິວ ຕໍ່ແຖວ ລໍຖ້າເຮັດໜັງສືຜ່ານແດນ.

ບັນຫາຄວາມອັ່ງອໍຂອງປະຊາຊົນທີ່ໄປຕໍ່ຄິວເຮັດໜັງສືຜ່ານແດນນັ້ນ ສະແດງອອກໃຫ້ເຫັນຫຼາຍດ້ານ ເຊັ່ນ ປະຊາຊົນລາວເຮົາມີການພົວພັນກັບ ປະເທດອື່ນຫຼາຍຂຶ້ນ, ການຊື້ຂາຍລະຫວ່າງປະເທດຫຼາຍຂຶ້ນ, ການເດິນທາງອອກນອກປະເທດເພື່ອເຮັດວຽກຫຼາຍຂຶ້ນ… ແຕ່ໃນຂະນະດຽວກັນມັນກໍສະແດງໃຫ້ເຫັນວ່າ ລະບົບການບໍລິການວຽກງານດັ່ງກ່າວນັ້ນຊັກຊ້າ ແລະຈຳກັດ ບໍ່ສາມາດຕອບສະໜອງທັນໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ແທ້ຈິງຂອງປະຊາຊົນ.

ສະພາບການດັ່ງກ່າວໄດ້ພາໃຫ້ເກີດປາກົດການຫຍໍ້ທໍ້ຂຶ້ນໃນວຽກງານດັ່ງກ່າວ ເຊັ່ນ ເກີດມີນາຍໜ້າຮັບແລ່ນເຮັດໜັງສືຜ່ານແດນໃຫ້ ເຊິ່ງພຽງແຕ່ຈ່າຍເງິນຕາມຈຳນວນທີ່ນາຍໜ້າຮຽກຮ້ອງ ກໍຈະໄດ້ໜັງສືຜ່ານແດນໄວຕາມເວລາທີ່ເວົ້າກັນ ຖ້າຢາກໄດ້ດ່ວນກໍແພງ ແລະຖ້າເອົາແບບທຳມະດາລາຄາກໍຖືກລົງຕາມລຳດັບ. ເມື່ອປະຊາຊົນຜູ້ມາແຕ່ເຂດນອກ ຫ່າງໄກສອກຫຼີກ ບໍ່ເຄີຍເຂົ້າເມືອງ ມາເຫັນສະພາບການອັ່ງອໍຂອງຜູ້ຄົນແລ້ວ ບາງຄົນບໍ່ກ້າເຂົ້າໄປໃກ້ເລີຍ ຈຶ່ງອາໄສນາຍໜ້າຊ່ວຍແລ່ນໃຫ້. ດັ່ງນັ້ນ, ເຖິງແມ່ນວ່ານາຍໜ້າບາງຄົນກໍຮັບຄ່າບໍລິການບໍ່ແພງ ແຕ່ມີບາງຄັ້ງກໍຕົກເປັນເຫຍື່ອ ຖືກນາຍໜ້າຕົວະຕົ້ມ ເອົາຄ່າແລ່ນເຮັດໜັງສືຜ່ານແດນແພງເກີນເຫດ.

ຕໍ່ສະພາບການດັ່ງກ່າວນັ້ນ, ປະຊາຊົນຈຳນວນຫຼາຍໄດ້ຮຽກຮ້ອງຜ່ານສື່ວ່າ: “ຢາກຮຽກຮ້ອງໃຫ້ລັດຖະບານ ໂດຍສະເພາະແມ່ນກົມກົງສູນ ກະຊວງການຕ່າງປະເທດໄດ້ພິຈາລະນາ ຂະຫຍາຍຈຸດບໍລິການເຮັດໜັງສືຜ່ານແດນໃຫ້ຫຼາຍຂຶ້ນ ຫຼືອາດຈະຂະຫຍາຍໄປຕັ້ງຢູ່ທຸກຕົວເມືອງຂອງແຂວງ ໃຫ້ສາມາດອອກໜັງສືຜ່ານແດນ ຫຼື Passport ໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງເອົາຂຶ້ນປະທັບກາອະນຸຍາດຢູ່ສູນກາງບ່ອນດຽວ”

ອີກອັນໜຶ່ງ ປະຊາຊົນໄດ້ຮຽກຮ້ອງວ່າ: ຢາກໃຫ້ລັດຖະບານເອົາຂໍ້ມູນບັດປະຈຳຕົວປະຊາຊົນ ແລະສຳມະໂນຄົວເຂົ້າສູ່ລະບົບອອນລາຍ ເພື່ອຄວາມສະດວກໃນເວລາແລ່ນເອກະສານ ເຈົ້າໜ້າທີ່ສາມາດກວດກາໄດ້ເລີຍ (ບໍ່ຈຳເປັນຕ້ອງຖືຫົວປຶ້ມສຳມະໂນຄົວໄປກໍໄດ້) ເພາະບາງເທື່ອເປັນນັກຮຽນ-ນັກສຶກສາ ຢາກແລ່ນເອກະສານເຂົ້າໂຮງຮຽນຫຼືສະໝັກວຽກ ກໍຕ້ອງກັບຄືນໄປ ບ້ານຂອງຕົນເພື່ອເອົາສຳມະໂນຄົວມາແຕ່ບ້ານ ເຊິ່ງບາງເທື່ອບ້ານຢູ່ເຂດຫ່າງໄກສອກຫຼີກກໍຕ້ອງໃຊ້ເວລາຫຼາຍມື້ຈຶ່ງໄດ້ ແລ້ວກໍຕ້ອງຂາດຮຽນຫຼືຂາດວຽກໃນການດຳເນີນການ.

ສະຖານກົງສູນລາວ
ສະພາບຄວາມອັ່ງອໍຂອງປະຊາຊົນທີ່ໄປຕໍ່ຄິວເຮັດໜັງສືຜ່ານແດນ (Passport)
ກົງສູນລາວ
ສະພາບຄວາມອັ່ງອໍຂອງປະຊາຊົນທີ່ໄປຕໍ່ຄິວເຮັດໜັງສືຜ່ານແດນ (Passport)

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...