spot_img
Homeຂ່າວພາຍ​ໃນແຈ້ງການຂອງລັດຖະບານ ສາມາດສົ່ງອອກໄມ້ຝານແລະໄມ້ປອກ ທີ່ຕົກຄ້າງໃນໂຮງງານ

ແຈ້ງການຂອງລັດຖະບານ ສາມາດສົ່ງອອກໄມ້ຝານແລະໄມ້ປອກ ທີ່ຕົກຄ້າງໃນໂຮງງານ

Published on

ວັນທີ 8 ກໍລະກົດ 2016 ທີ່ຜ່ານມາ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເຖິງ ກະຊວງກະສິກຳແລະປ່າໄມ້ ແລະກະຊວງອຸດສາຫະກຳແລະການຄ້າ ເລື່ອງການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.

ແຈ້ງການລະບຸວ່າໃຫ້ກະຊວງກະສິກຳແລະປ່າໄມ້ ສົມທົບກັບກະຊວງອຸດສາຫະກຳແລະການຄ້າ ກວດກາຄືນລະຫັດຂອງໄມ້ຝານແລະໄມ້ປອກທີ່ຍັງຕົກຄ້າງຢູ່ຕາມໂຮງຈັກໂຮງງານ ເພືື່ອຂໍອະນຸມັດສົ່ງອອກ ແຕ່ຈະອະນຸຍາດໃຫ້ສົ່ງອອກສະເພາະທີ່ຕົກຄ້າງໃນໂຮງງານເທົ່ານັ້ນ. ສ່ວນຕໍ່ໜ້າໃຫ້ຫັນມາປຸງແຕ່ງເປັນຜະລິດຕະພັນພາຍໃນ. ພ້ອມທັງໃຫ້ກະຊວງອຸສາຫະກຳແລະການຄ້າ ກວດກາຄືນລະຫັດໄມ້ສຳເລັດຮູບໃຫ້ສອດຄ່ອງກັບຄຳສັ່ງເລກທີ 15/ນຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ໂຮງງານປຸງແຕ່ງໄມ້ທີ່ໄດ້ມາຕະຖານແລະຖືກຕ້ອງຕາມຄວາມຕ້ອງການຂອງຕະຫຼາດໄດ້ສົ່ງອອກ. ແລະໃຫ້ກວດກາແລະຂຶ້ນບັນຊີໄມ້ທ່ອນທີ່ຕົກຄ້າງຕາມສະໜາມລາຍງານແກ່ລັດຖະບານເພື່ອຄົ້ນຄວ້າປະມູນຂາຍຕາມຄວາມເໝາະສົມ.

ສ່ວນໄມ້ປູກແມ່ນໃຫ້ກະຊວງກະສິກຳແລະປ່າໄມ້ ສົມທົບກັບ ກະຊວງອຸດສາຫະກຳແລະການຄ້າ ຄົ້ນຄວ້າຄືນໃໝ່ ເຊິ່ງປັດຈຸບັນນີ້ຍັງບໍ່ອະນຸຍາດໃຫ້ສົ່ງອອກເດັດຂາດ.

13615206_803426693092141_4833178406755654096_n

13592560_803426679758809_842104604395538578_n

ອ່ານຂ່າວອື່ນໆ ທີ່ໜ້າສົນໃຈທີ່ນີ້ :www.laopost.com

 

ບົດຄວາມຫຼ້າສຸດ

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...