spot_img
Homeຂ່າວພາຍ​ໃນສົກປີນີ້ ໂຍທາ ໄດ້ຮັບງົບສຳລັບເສັ້ນທາງ 400,000,000,000 ກີບ

ສົກປີນີ້ ໂຍທາ ໄດ້ຮັບງົບສຳລັບເສັ້ນທາງ 400,000,000,000 ກີບ

Published on

ໃນສົກປີນີ້ ຍທຂ ໄດ້ຮັບອະນຸມັດນໍາໃຊ້ງົບປະມານ ບ້ວງກອງທຶນທາງຈໍານວນ 400,000,000,000 ກີບ (400 ຕື້ກີບ) ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 658 ໂຄງການ ຄື: ວຽກງານບູລະນະຮັກສາ ແລະ ສ້ອມແປງຂົວທາງຈໍານວນ 528 ໂຄງການ, ໃນນີ້ລວມເອົາທາງຫລວງແຫ່ງຊາດ 465 ໂຄງ ການ ແລະ ທາງຫລວງທ້ອງຖິ່ນ 63 ໂຄງການ ເຊິ່ງບັນດາໂຄງການເຫລົ່ານີ້ ລ້ວນແຕ່ໄດ້ຈັດຕັ້ງປະຕິບັດສໍາເລັດ; ສໍາລັບວຽກງານກໍ່ສ້າງຍົກລະດັບເສັ້ນທາງຈໍານວນ 30 ໂຄງການ ໃນນີ້ລວມເອົາໂຄງການທີ່ປະຕິບັດວຽກສໍາເລັດ 100% ກ່ອນເດືອນ 12 ປີ2015 ຈໍານວນ 16 ໂຄງການ ແລະ ໂຄງການທີ່ພວມປະຕິບັດວຽກຢູ່ 14 ໂຄງການ ແລະ ຜ່ານການຈັດຕັ້ງປະຕິບັດໃນຜ່ານມາ ເຫັນວ່າທຸກໂຄງການມີຄວາມຄືບໜ້າຕາມແຜນການທີ່ວາງໄວ້.

ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໃນກອງປະຊຸມຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທີ່ໄດ້ຈັດຂຶ້ນໃນວັນທີ 7-8 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂທທາທິການແລະຂົນສົ່ງ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...