ນາຍບ້ານຢືນຢັນແຂ້ຢູ່ຫ້ວຍເງິນໃຕ້ເປັນເລື່ອງຈິງ

1399951185

ຜູ້ໂຊກຮ້າຍທີ່ຖືກແຂ້ເອົາຫາງຟາດ

ໜັງສືພິມຈຳປາໃໝ່ ໜັງສືພິມແຂວງຈຳປາສັກ ລາຍງານເມື່ອວັນທີ 16 ມິຖຸນານີ້ວ່າ ທ່ານ ສິນລັງ ບຸນຍະສານ ນາຍບ້ານຫ້ວຍເງິນໃຕ້ເມືອງຈຳປາສັກ ເວົ້າວ່າ: ເລື່ອງແຂ້ໃຊ້ຫາງຟາດເດັກນ້ອຍຈົນເສຍຊີວິດ ແລະ ແມ່ໄດ້ຮັບບາດເຈັບຈົນເຂົ້າໂຮງໝໍ ໃນວັນທີ 8 ພຶດສະພາ 2014 ທີ່ຜ່ານມາທີ່ບ້ານຫ້ວຍເງິນໃຕ້ນັ້ນ ແມ່ນເປັນເລື່ອງຈິງ ບໍ່ແມ່ນເລື່ອງປັ້ນແຕ່ງຂຶ້ນ; ຖ້າຜູ້ໃດບໍ່ເຊື່ອໃຫ້ລອງລົງໄປລອຍນ້ຳໃນເຂດນັ້ນໄດ້.
ຈາກກໍລະນີທີ່ເຊົ້າມື້ນີ້ ໄດ້ຮັບໂທລະສັບຈາກທ່ານຜູ້ອ່ານທ່ານໜຶ່ງໄດ້ໂທເຂົ້າມາ ດ້ວຍຄວາມເປັນຫ່ວງກ່ຽວກັບການລົງຂ່າວຂອງໜັງສືພິມຈຳປາໃໝ່ທີ່ຜ່ານມານັ້ນວ່າ ມີຄວາມຖືກຕ້ອງແທ້ຊຳ່ໃດ ເພາະເພິ່ນບອກວ່າ ໄດ້ມີຄົນເວົ້າອີກວ່າເລື່ອງແຂ້ນັ້ນເປັນພຽງຂ່າວລື ເປັນການປັ້ນເລື່ອງຂຶ້ນ, ເປັນການຜິດກັນຂອງຜົວເມຍ ຈົນພາໃຫ້ລູກເສຍຊີວິດ ແລະ ປັດຈຸບັນຜູ້ເປັນຜົວໄດ້ຖືກຈັບແລ້ວ ວ່າຊັ້ນ.
ເພື່ອຄວາມກະຈ່າງແຈ້ງ ຜູ້ຂຽນຈຶ່ງໄດ້ໂທລະສັບໄປຖາມທ່ານ ສິນລັງ ບຸນຍະສານ ນາຍບ້ານຫ້ວຍເງິນໃຕ້ ໃນເຊົ້າມື້ນີ້ເຖິງກໍລະນີດັ່ງກ່າວ ເຊິ່ງທ່ານກໍ່ໄດ້ຢືນຢັນອີກເທື່ອໜຶ່ງວ່າ: ກໍລະນີແຂ້ໃຊ້ຫາງຟາດຈົນເດັກນ້ອຍເສຍຊີວິດ ແລະ ແມ່ໄດ້ຮັບບາດເຈັບຢູ່ທ່ານ້ຳນັ້ນ ແມ່ນເປັນເລື່ອງຈິງ ທາງບ້ານຢືນຢັນໄດ້, ເພາະມີຜູ້ເຫັນເຫດການຫຼາຍຄົນ ເວລາເກີດເຫດຜູ້ຜົວກໍ່ຢູ່ເທິງບ້ານ; ສ່ວນຂ່າວລືທີ່ວ່າຜົວຖືກຈັບກໍ່ບໍ່ແມ່ນຄວາມຈິງແຕ່ປະການໃດ ປັດຈຸບັນຜົວເມຍເຂົາເຈົ້າກໍ່ກຽມອອກເຮັດນາແລ້ວ.
ທ່ານນາຍບ້ານ ຍັງເວົ້າອີກວ່າ: ເມື່ອພະຫັດ ວັນທີ 12 ມິຖຸນາ 2014 ຜ່ານມາກໍ່ໄດ້ມີຄົນເຫັນແຂ້ຢູ່ບ້ານຫ້ວຍເງິນກາງອີກ, ຜູ້ພົບເຫັນແຂ້ນັ້ນ ຊື່ ທ້າວກິ ອາຍຸ 35 ປີ ພ້ອມດ້ວຍຜູ້ໃຫຍ່ ແລະ ເດັກນ້ອຍອີກຈຳນວນໜຶ່ງ, ທຳອິດເຫັນເປັນຄູດຳໆ ຈາກນັ້ນກໍ່ເຫັນປາຍດັງຂອງແຂ້ຟູຂຶ້ນ ເມື່ອເຫັນແນວນັ້ນລາວກໍ່ເອົາກະຖຸນຍິງ ແລະ ມັນກໍ່ມຸດນ້ຳໜີໄປ.
ທ່ານສິນລັງບອກວ່າ: ຜ່ານມາອຳນາດການປົກຄອງເມືອງໄດ້ຊື້ມອງນີລົງໃຫ້ 3 ຫົວເພື່ອຫວັງກາງຈັບແຂ້ ແຕ່ຮອດດຽວນີ້ກໍ່ຈັບບໍ່ໄດ້ ແລະ ໄດ້ກູ້ມອງຂຶ້ນແລ້ວ ເນື່ອງຈາກນ້ຳຂອງໄຫຼແຮງ. ແຕ່ແນວໃດກໍ່ຕາມແຂ້ກໍ່ຍັງວົນວຽນໃນເຂດບ້ານຫ້ວຍເງິນນັ້ນຢູ່, ຖ້າຫາກໃຜບໍ່ເຊື່ອວ່າມີແຂ້ນັ້ນກໍ່ໃຫ້ລອງລົງໄປລອຍນ້ຳໃນເຂດນັ້ນລອງເບິ່ງໄດ້.

ຂ່າວ: ສຸລິນ ເພັດທານີ