spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ກໍລະກົດ

Published on

ວັນທີ 6 ກໍລະກົດ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Digimon World ເທິງເຄື່ອງ PS1 ທີ່ກຸ່ມປະເທດສະລະລັດອາເມຣິກາ. Digimon World ເປັນເກມທີ່ພັດທະນາໂດຍບໍລິສັດ Bandai ເຊິ່ງຊີຣີດິຈິມອນເປັນ ແຟຣນໄຊສ໌ (Franchise) ທີ່ທາງ Bandai ຕ້ອງການເອົາມາປະທະກັບເກມໂປເກມມອນຂອງ Nintendo ໂດຍ ປັດຈຸບັນນີ້ເຖິງວ່າຄວາມນິຍົມໃນທົ່ວໂລກຂອງດິຈິມອນຈະໜ້ອຍກວ່າໂປເກມອນກໍຕາມແຕ່ກໍຍັງມີການຜະລິດສິນຄ້າຈຳພວກ Merchandise ຂອງດິຈິມອນ ລວມເຖິງມີອະນິເມະອອກມາໃຫ້ຕິດຕາມກັນຢ່າງຕໍ່ເນື່ອງ.

ໂຕເກມ Digimon World ຈະເລົ່າເລື່ອງລາວກ່ຽວກັບເດັກໜຸ່ມ (ໂດຍຜູ້ຫຼິ້ນສາມາດຕັ້ງຊື່ໃຫ້ໂຕລະຄອນນີ້ໄດ້ຕັ້ງແຕ່ເລີ່ມເກມ) ທີ່ຖືກອຸປະກອນ V-Pet ດຶງເຂົ້າໃນ Digital World ແລະແລ້ວກໍໄດ້ພົບກັບ Jijimon ດິຈິມອນທີ່ແນະນຳລາວໃຫ້ຮູ້ຈັກກັບ Digital World ພ້ອມກັບໃຫ້ເດັກໜຸ່ມເລືອກດິຈິມອນ 2 ໂຕ ເປັນຄູ່ຫູ່ຮ່ວມເດີນທາງຄື: Gabumon ຫຼື Agumon ຈາກນັ້ນເດັກໜຸ່ມຈຶ່ງໄດ້ເດີນທາງໄປອ້ອມເກາະ File Island ທີ່ມີດິຈິມອນທີ່ດຸຮ້າຍອາໄສຢູ່ຫຼາກຫຼາຍແລະຕໍ່ສູ້ເພື່ອນຳພວກມັນມາທີ່ເກາະ, ຜູ້ຫຼິ້ນຈະຕ້ອງຝຶກດິຈິມອນຂອງຕົນເອງເພື່ອຕໍ່ສູ້ກັບດິຈິມອນດຸຮ້າຍຈົນເຮັດໃຫ້ເກາະ File Island ເຕັມໄປດ້ວຍດິຈິມອນຫຼາກຫຼາຍສາຍພັນອີກຄັ້ງ. ນອກຈາກນີ້ຜູ້ຫຼິ້ນຈະໄດ້ບັງຄັບເປັນເດັກໜຸ່ມແລະດິຈິມອນຄູ່ຫູເພື່ອເດີນທາງໄປຫາ Mount Infinity ເພື່ອສູ້ກັບສັດຕູໂຕສຸດທ້າຍຂອງເກມຄື Analog Man ຜູ້ໃຊ້ Machinedramon ແລະປົກປ້ອງ Digital World ຈາກການຖືກທຳລາຍໃຫ້ໄດ້.

ທາງດ້ານລະບົບເກມ ຜູ້ຫຼິ້ນຈະຕ້ອງລ້ຽງແລະເບິ່ງແຍງດິຈິມອນເລີ່ມຕັ້ງແຕ່ມັນຢູ່ໃນໄຂ່ ຈົນມັນຟັກໂຕອອກມາແລ້ວຝຶກຝົນໃຫ້ເຮັດວຽກ ລວມເຖິງຝຶກການຕໍ່ສູ້ ເຊິ່ງລະຫວ່າງການລ້ຽງໃຫ້ມັນເຕີບໃຫຍ່ ນອກຈາກຈະຝຶກຝົນມັນແລ້ວ ກໍຈະມີເລື່ອງຂອງການໃຫ້ອາຫານ ໃຫ້ມັນພັກຜ່ອນ ແລະພາມັນໄປຖ່າຍເມື່ອເຖິງເວລານຳ (ນີ້ມັນເກມລ້ຽງສັດດີດີນີ້ເອງ). ໃນສ່ວນຂອງການຕໍ່ສູ້ດິຈິມອນຂອງເຮົາຈະມີໜ້າທີ່ຕ້ອງຕໍ່ສູ້ກັບດິຈິມອນທີ່ດຸຮ້າຍທ່າມກາງວິກິດການເທິງເກາະ File Island ໂດຍຕົ້ນໆໂຕດິຈິມອນຂອງເຮົາຈະຍັງມີສະກິວແລະຄວາມສາມາດບໍ່ຫຼາຍ ແຕ່ຈະຄ່ອຍໆມີໃຫ້ໃຊ້ຫຼາຍຂຶ້ນ ເມື່ອເລເວວສູງຂຶ້ນ.

Fact ເລັກນ້ອຍກ່ຽວກັບເກມ Digimon World

  • ເກມນີ້ໄດ້ຮັບຄະແນນຣີວິວຈາກວາລະສານຟານິດຊືພຽງແຕ່ 23 ຄະແນນ (ຈາກເຕັມ 40) ເທົ່ານັ້ນ ແລະເຮັດຍອດຂາຍໃນປະເທດຍີ່ປຸ່ນໄດ້ປະມານ 250,000 ຊຸດ ໃນຂະນະທີ່ເວີຊັ່ນພາສາອັງກິດຂາຍລວມທົ່ວໂລກໄດ້ 150,000 ຊຸດ ທາງດ້ານກະແສຜູ້ຫຼິ້ນຂອງຄົນຕ່າງປະເທດສ່ວນໃຫຍ່ຈະເບິ່ງວ່າເພງແລະສຽງປະກອບຂອງເກມໜ້າເບື່ອ ອີກທັງລະບົບການບັງຄັບກໍຍາກ ເບິ່ງແລ້ວຄົງຈະເໝາະກັບແຟນເກມດິຈິມອນຫຼາຍກວ່າ.

  • ໃນຊ່ວງທີ່ໂປຣໂໝດເກມ Digimon World ທາງ Bandai (ປັດຈຸບັນປ່ຽນຊື່ເປັນ Bandai Namco ແລ້ວ) ໄດ້ພະຍາຍາມຄຶດແຜນການຕະຫຼາດເພື່ອມາສູ້ກັບການໂປຣໂໝດເກມໂປເກມອນຈາກທາງ Nintendo ເຊິ່ງຕອນນັ້ນກຳລັງມີເກມ Pokémon Red and Blue ວາງຈຳໜ່າຍຢູ່ ຈົນມາຈົບທີ່ໂປຣໂມຊັ່ນສະເໜີແຖມ Digimon Trading Card ໃຫ້ກັບຜູ້ທີ່ຊື້ແຜ່ນເກມ 1 ແສນຄົນທຳອິດ (ສະເພາະໃນທະວີບອາເມຣິກາເໜືອ)

  • ສຳລັບເວີຊັ່ນທີ່ວາງຈຳໜ່າຍໃນທະວີບຢຸໂຣບ ຈະມີພຽງບາງແຜ່ນທີ່ມີບັ໊ກຮ້າຍແຮງຢູ່ ເຊິ່ງບັ໊ກໂຕນັ້ນກໍຄືຜູ້ຫຼິ້ນຈະບໍ່ສາມາດເຂົ້າໄປໃນ Ogre Fortress ເພື່ອໃຊ້ Mt. Infinity Teleporter ໄດ້ນັ້ນເອງ.

  • ສ່ວນເວິຊັ່ນທີ່ວາງຈຳໜ່າຍທີ່ປະເທດຍີ່ປຸ່ນແລະສະຫະລັດອາເມຣິກາຈະຮ້າຍແຮງກວ່ານັ່ນຄື ບັ໊ກທີ່ເຮັດໃຫ້ເກມຄ້າງທັນທີຫາກຜູ້ພະຍາຍາມຈະຫຼິ້ນ Giromon’s Juke Box ຫຼືບັ໊ກທີ່ເຮັດໃຫ້ຜູ້ຫຼິ້ນເຄື່ອນໄຫວໄປໃສບໍ່ໄດ້ຫາກລົມກັບ Mojyamon ຫຼາຍເທື່ອເກີນໄປ ເຊິ່ງຖ້າໃຜຕິດບັ໊ກຍ່າງໄປໃສບໍ່ໄດ້ກໍຕ້ອງໃຊ້ໄອເທັມ Auto-Pilot ເພືີອໜີອອກຈາກພື້ນທີ່ຢ່າງດຽວ

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...