spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 5 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 5 ກໍລະກົດ

Published on

​ວັນທີ 5 ກໍລະກົດ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Harvest Moon: Save the Homeland ເທິງເຄື່ອງ PS2 ທີ່ປະເທດຍີ່ປຸ່ນໂດຍຊີຣີ Harvest Moon ນັ້ນເປັນທີ່ຮູ້ຈັກກັນດີໃນຊື່ວ່າ “ເກມປູກຜັກ” ແລະພາກ Save the Homeland ກໍຖືເປັນພາກທຳອິດທີ່ລົງໃຫ້ເທິງເຄື່ອງ PS2 ຫຼັງຈາກທີ່ສ້າງກະແສຄວາມນິຍົມສຸດໂດ່ງດັງມາແລ້ວເທິງເຄື່ອງ PS1 ກັບພາກ Back to Nature

ສຳລັບເນື້ອຫາໃນພາກ Save the Homeland ຈະເວົ້າເຖິງເດັກໜຸ່ມອາຍຸ 21 ປີ ທີ່ປູ່ຂອງລາວຊື່ວ່າ ໂທນີ້ ໄດ້ດ່ວນຈາກໂລກນີ້ໄປແລ້ວແລະຖິ້ມຟາຣ໌ມທີ່ເປັນມໍລະດົກໃຫ້ກັບຫຼານຄົນດຽວນີ້ ແລະເມື່ອໂຕເອກທີ່ເປັນຫຼານຂອງປູ່ໂທນີ້ໄດ້ມາຮອດຟາຣ໌ມ ລາວກໍໄດ້ພົບກັບພູດ 3 ຄົນ ພ້ອມດ້ວຍເທບປະຈຳໄຮ່ ທີ່ຂໍຮ້ອງໃຫ້ເດັກໜຸ່ມຢູ່ນຳກັນກັບຟາຣ໌ມນີ້ແລະຍິນດີທີ່ຈະຊ່ວຍເຫຼືອລາວນຳ ທັງນີ້ ບໍລິເວນພື້ນທີ່ໃນໝູ່ບ້ານທີ່ເດັກໜຸ່ມອາໄສຢູ່ນັ້ນຖືກວາງແຜນທີ່ຈະຮື້ຖອນໃນ 1 ປີເພື່ອກຽມສ້າງຣີສອຣ໌ດແລະສວນສະໜຸກ ໂດຍເປົ້າໝາຍຂອງເຮົາກໍຄືຕ້ອງຫາທາງເຮັດໃຫ້ໝູ່ບ້ານແຫ່ງນີ້ບໍ່ຖືກທຳລາຍພາຍໃນ 1 ປີໃຫ້ໄດ້.

ທາງດ້ານລະບົບເກມຂອງພາກນີ້ຈະຄ້າຍໆກັນກັບ Harvest Moon ພາກກ່ອນໜ້າ ເຊິ່ງຜູ້ຫຼິ້ນຈະຕ້ອງຄອຍເບິ່ງແຍງຟາຣ໌ມຂອງຕົນເອງດ້ວຍການປູກໄຮ່ເຮັດສວນ ແລະລວບລວມເອົາຜະລິດຕະພັນທີ່ໄດ້ຈາກສັດແລະຟາຣ໌ມໄປຂາຍເອົາເງິນ ເຖິງວ່າໃນຊ່ວງທຳອິດຂອງເກມຈະເປີດໂອກາດໃຫ້ຜູ້ຫຼິ້ນໄດ້ຈີບສາວເພື່ອແຕ່ງງານມີຄອບຄົວຄືກັບພາກກ່ອນໆ ແຕ່ໂຕເກມພັດບໍ່ມີຄຸນສົມບັດຮອງຮັບລະບົບຄູ່ຄອງ ເນື່ອງຈາກເວລາໃນເກມນັ້ນມີໃຫ້ຫຼິ້ນພຽງແຕ່ປີດຽວ ຈຶ່ງບໍ່ມີທາງທີ່ຈະແຕ່ງງານແລ້ວມີລູກເພື່ອສືບສາຍເລືອດພາຍໃນໄລຍະເວລາທີ່ກຳນົດໄວ້ນັ້ນເອງ.

ຢ່າງທີ່ເວົ້າໄປໃນຊ່ວງຕົ້ນໆວ່າພາກນີ້ເຮົາຈະຕ້ອງຊ່ວຍໝູ່ບ້ານບໍ່ໃຫ້ກາຍໄປເປັນຮີສອຣ໌ດ ດ້ວຍເຫດນີ້ໂຕເກມຈະມີສາກຈົບທີ່ສາມາດເຮັດໄດ້ເຖິງ 9 ແບບ, ເຊິ່ງຂຶ້ນຢູ່ກັບວ່າເຮົາເລືອກຈະເປັນໝູ່ກັບໃຜແລະເກີດສາກອີເວັ້ນຫຍັງໃນຕອນຫຼິ້ນແດ່ ເຊິ່ງໃນຫຼາຍໆສາກຈົບມັກຈະກ່ຽວຂ້ອງກັບເຄລດເຊັ່ນ ເຄລດຂຸດຫາສົມບັດຫຼືເຄລດຊອກຫາສ່ວນປະສົມຂອງເຄື່ອງມືທີ່ມີພະລັງເວດມົນເປັນຕົ້ນ

Fact ເລັກນ້ອຍກ່ຽວກັບເກມ Harvest Moon: Save the Homeland


  • ຫາກໃຜທີ່ຫຼິ້ນເກມນີ້ຈົບແລ້ວຮອບໜຶ່ງ ຫຼັງຈາກເບິ່ງ Credit ທີມພັດທະນາຈົນຈົບ ເກມຈະໃຫ້ເຮົາເລີ່ມຫຼິ້ນເກມໃໝ່ອີກຄັ້ງ ໂດຍໃນຮອບນີ້ເຮົາຈະໄດ້ເງິນແລະຈຳນວນສັດໃນຟາຣ໌ມເທົ່າຕອນທີ່ຫຼິ້ນຈົບກັບມານຳ ເຮົາກໍຈະສາມາດເບິ່ງແຍງຟາຣ໌ມໄດ້ຕໍ່ໄປ ແລະຍັງຫຼິ້ນຕໍ່ເພື່ອພົບກັບສາກຈົບແບບອື່ນໄດ້ເຊັ່ນກັນ.

  • ຈາກຂໍ້ຄວາມດ້ານເທິງ ທຸກເທື່ອທີ່ເຮົາພົບສາກຈົບແບບໃໝ່ (ທີ່ບໍ່ເຄີຍປົດລ໋ອກມາກ່ອນ) ໄຟລ໌ເກມຈະຖືກເຊບອັດຕະໂນມັດ ແລະສາກຈົບກໍຈະສາມາດເອົາມາເບິ່ງໃໝ່ໄດ້ເລື້ອຍໆ ໃນຫົວຂໍ້ Ending List ນອກຈາກນີ້ເຮົາກໍຈະໄດ້ປະຫວັດຂອງຊາວບ້ານທີ່ກ່ຽວຂ້ອງນຳກັບມາ ຖືວ່າເປັນຄວາມລັບໃນເກມອີກຢ່າງໜຶ່ງທີ່ບໍ່ຄວນພາດຢ່າງແຮງ

  • ມີວິທີສຳລັບຄົນທີ່ຢາກໄດ້ໄກ່ໃນລາຄາສຸດຖືກ ນັ້ນກໍຄືໄປທີ່ຊູເປີ້ມາຣ໌ເກັດ ຊື້ໄຂ່ໄກ່ແລ້ວນຳໄປໃສ່ໃນເຄື່ອງຟັກໄຂ່ ຈາກນັ້ນກໍຖ້າຈົນກວ່າມັນຈະຟັກອອກມາເປັນໂຕແລ້ວລ້ຽງມັນຈົນໃຫຍ່ ກໍຈະໄດ້ໄກ່ມາໃນລາຄາຖືກກວ່າເກົ່າ ແຕ່ຂໍ້ເສຍຄືມັນຈະໃຊ້ເວລາຟັກດົນກວ່າ ແຖມລວມເວລາໃນການເບິ່ງແຍງນຳອີກ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...