spot_img
Homeຂ່າວທ້ອງຖິ່ນ9 ເດືອນຜ່ານມາ ແຂວງຊຽງຂວາງ ລະດົມການລົງທຶນໄດ້ 2.390 ຕື້ກວ່າກີບ!

9 ເດືອນຜ່ານມາ ແຂວງຊຽງຂວາງ ລະດົມການລົງທຶນໄດ້ 2.390 ຕື້ກວ່າກີບ!

Published on

ຂປລ. ​ໃນ​​ໄລຍະ 9 ​ເດືອນສົກປີ 2015-2016 ນີ້ແຂວງຊຽງຂວາງ ສາມາດລະດົມລົງທຶນທົ່ວສັງຄົມ ໄດ້ທັງໝົດ 2.390 ຕື້ກວ່າກີບ ທຽບໃສ່ແຜນການປີ ລື່ນ 19,16% ​ໃນ​ນັ້ນ, ປະກອບ​ມີທຶນ​ຈາກ​ລັດຖະບານ, ທຶນຊ່ວຍ​ເຫລືອ​ລ້າ-ກູ້​ຢືມ, ທຶນ​ເອກະ​ຊົນ​ພາຍ​ໃນ-ຕ່າງ​ປະ​ເທດ ​ແລະ ທຶນ​ຈາກ​ລະບົບການ​ເງິນ-​ເງິນຕາ. ຄາດວ່າໝົດປີ ຈັງຫວະ ການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 8,96% ລວມຍອດຜະລິດຕະພັນພາຍໃນ ບັນລຸ​ເກືອບ 3.000 ຕື້ກີບ, ສະເລ່ຍລາຍຮັບ GDP ຕໍ່ຄົນບັນລຸ 1.500 ​ໂດລາສະຫະລັດຕໍ່ຄົນຕໍ່ປີ.

ຂໍ້​ມູນ​ດັ່ງກ່າວ, ​ໄດ້​ຮັບ​ການ​ລາຍ​ງານ​ ໃນກອງປະຊຸມອົງການປົກຄອງແຂວງຊຽງຂວາງ ຮ່ວມກັບບັນດາເຈົ້າເມືອງ ​ໃນ​ວັນທີ 1 ກໍ​ລະ​ກົດ 2016 ພາຍໃຕ້ການເປັນປະທານຂອງ ທ່ານ ສົມກົດ ມັງໜໍ່ເມກ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...