spot_img
Homeຂ່າວທ້ອງຖິ່ນແຂວງຄຳມ່ວນ ລົງກວດສອບຫົວຈ່າຍປ້ຳນ້ຳມັນ ຢູ່ເມືອງໜອງບົກ ໄດ້ຕາມມາດຕະຖານ!

ແຂວງຄຳມ່ວນ ລົງກວດສອບຫົວຈ່າຍປ້ຳນ້ຳມັນ ຢູ່ເມືອງໜອງບົກ ໄດ້ຕາມມາດຕະຖານ!

Published on

ຂປລ. ທ້າຍເດືອນມິຖຸນາຜ່ານມາ, ພະນັກງານ​ຂະ​ແໜງ​ຊັບ​ສິນ​ທາງ​ປັນຍາ ມາດຕະຖານ ​ແລະ ວັດ​ແທກ ກໍຄື​ພະ ​ແນ​ກວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ​ແຂວງ​ຄຳ​ມ່ວນ​ ຮ່ວມ​ກັບ ພະນັກງານ​ຫ້ອງການວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເມືອງ​ໜອງ​ບົກ ໄດ້​ລົງ​ກວດ​ສອບຫົວ​ປ້ຳ​ຈຳໜ່າຍ​ນ້ຳມັນ​ເຊື້ອ​ໄຟ ທີ່​ເມືອງ​ໜອງ​ບົກ ​ຈຳນວນ 3 ປ້ຳ ຄື: ປໍ້າສີສະ​ໝຸດ ຕັ້ງ​ຢູ່​ບ້ານ​ໂພນ, ປໍ້າອານຸສອນ ​ຢູ່​ບ້ານນາ​ມັນປາແລະ ປໍ້າວາດ​ສະໜາ ຢູ່​ບ້ານດອນ​ຂຽວ​ເໜືອ ລວມທັງ​ໝົດ​ ມີ 7 ຕູ້ 14 ຫົວ​ຈ່າຍ.

ທັງ​ນີ້ ກໍເພື່ອລົງ​ກວດ​ສອບ​ຄວາມ​ຖືກຕ້ອງ, ຊັດ​ເຈນ, ການ​ບໍ່​ເອົາ​ປຽບ​ກັນ ລະຫວ່າງຜູ້​ດຳ​ເນີນ​ທຸລະ​ກິດ ​ແລະ ຜູ້ຊົມ​ໃຊ້ ​ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ຍຸຕິ​ທຳ. ໂດຍໄດ້ມີ​ການ​ກວດ​ສອບ​​ໄດ້​ ຕາມ​ເກນ​ມາດ​ຕະຖານທີ່​ກຳນົດ​ໄວ້​ແລ້ວ, ໄດ້​ໜີບ​ກົ່ວ, ຕິດສະຕິ​ກ​ເກີ້ ​ແລະ ​ເຮັດ​ບົດ​ບັນທຶກ​ການກວດ​ສອບ ​ຮ່ວມ​ກັບ​ເຈົ້າ​ຂອງ​ປ້ຳ ​ເພື່ອ​ເປັນ​ການ​ຢັ້ງຢືນ​ວ່າ ທາງ​ປ້ຳ​ໄດ້ຜ່ານ​ການກວດ​ສອບ ​ແລະ ​ໄດ້ບໍລິ​ມາດ ​ຕາມ​ມາດຕະຖານ​ທີ່​ກຳນົດ​ໄວ້ແລ້ວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ. ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ...

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...