Homeເກມ6 ອາວຸດສຸດໂກງໃນປະຫວັດສາດເກມ

6 ອາວຸດສຸດໂກງໃນປະຫວັດສາດເກມ

Published on

ໂດຍປົກກະຕິແລ້ວເກມແນວຕໍ່ສູ້ກັນທຸກເກມມັກຈະມີອາວຸດຕ່າງໆໃຫ້ເຮົາເລືອກໃຊ້ ເຊິ່ງຄຸນສົມບັດຂອງມັນກໍຈະແຕກຕ່າງກັນອອກໄປ ແຕ່ວ່າອາວຸດບາງຊະນິດກໍຈັດວ່າເປັນອາວຸດສຸດໂກງເພາະບໍ່ວ່າຈະເອົາອາວຸດໃດໄປສູ້ກໍທຽບບໍ່ໄດ້ເລີຍ.

1. ປືນພົກ ຈາກເກມ Halo:Combat Evolved

ເກມ FPS ໃນຕຳນານຂອງ PC ທີ່ອາວຸດທີ່ດີທີ່ສຸດໃນເກມນີ້ກໍຄືປືນພົກ ຈາກປົກກະຕິທີ່ປືນພົກໃນເກມສ່ວນໃຫຍ່ຈະມີບົດບາດເປັນພຽງປືນສຳຮອງ ແຕ່ໃນເກມນີ້ສາມາດເອົາມາໃຊ້ແທນປືນຫຼັກໄດ້ເລີຍເພາະວ່າ ຄວາມໄວໃນການຣີໂຫຼດ,ແຮງຖີບນ້ອຍ,ຄວາມແມ້ນ ແລະຄວາມສາມາດການການຊູມເລັກນ້ອຍທີ່ໃຊ້ຍິງຫົວຄົນໄດ້ງ່າຍໆ ເຮັດໃຫ້ຄົນທີ່ເຄີຍຫຼິ້ນຕ້ອງຮູ້ກັນແນ່ນອນວ່າໂກງຊ່ຳໃດ.

 
2. ຄ້ອນ ຈາກເກມ Super Smasah Bros.

ເກມຕໍ່ສູ້ທີ່ລວມໂຕລະຄອນຂອງ Nintendo ມາໄວ້ໃນເກມດຽວກັນ ພາຍໃນເກມຈະມີອາວຸດທີ່ເອີ້ນກັນວ່າ ເປັນຄ້ອນຂອງທໍເລີຍ ເພາະຄວາມແຮງຂອງຄ້ອນ ແລະຄວາມສາມາດສົ່ງຄົນບິນຂຶ້ນຟ້າໄດ້ເມື່ອຖືກທຸບ.

 
3. BFG ຈາກເກມ DOOM

ປືນທີ່ມີຊື່ເຕັມໆສຸດກວນແບບ Big Fragging Gun ທີ່ແຟນໆຕັ້ງຊື່ຫຼິ້ນວ່າ Big Fxxxing Gun ທີ່ຍິງລູກບານພະລັງງານຂະໜາດໃຫຍ່ທີ່ບໍ່ວ່າໂຕຫຍັງຖືກກໍຫາຍໄປ ຍົກເວັ້ນພຽງແຕ່ບອສເທົ່ານັ້ນ.

 
4. AWP ຈາກເກມ Counter-Strike

ປືນສະໄນເປີ້ໃນຕຳນານຂອງ Counter-Strike ຖ້າຫາກຫຼິ້ນກັບຄົນທີ່ຍິງແມ້ນແທ້ໆ ມັນຈະກາຍເປັນປືນທີ່ໂກງຫຼາຍເນື່ອງຈາກສາມາດຍິງຄົນຕາຍໄດ້ຈາກທຸກສ່ວນທີ່ຖືກຍິງໃນນັດດຽວຍົກເວັ້ນຂາ ເວົ້າໄດ້ວ່າເຖິງຈະມີພາກໃໝ່ໆ ອອກມາຊ່ຳໃດຜູ້ພັດທະນາກໍຍັງຄົງໃສ່ເຂົ້າມາຢູ່ຄືເກົ່າ ຕົວຢ່າງປືນກົນມືຍອດຮິດແບບ MP5 ກໍຖືກປ່ຽນໄປເປັນ MP7 ແລ້ວໃນ CSGO

5. ປືນທອງ ຈາກເກມ GoldenEye 007

ປືນຈາກເກມສາຍລັບ 007 ທີ່ໄດ້ຮັບຄວາມນິຍົມຢ່າງສູງໂດຍເປັນເກມແນວ FPS ທີ່ມີອາວຸດນີ້ເປັນອາວຸດພິເສດທີ່ໃສ່ລູກປືນໄດ້ເທື່ອລະລູກແຕ່ແລກດ້ວຍການຍິງຖືກແລ້ວຕາຍໃນນັດດຽວ ເວົ້າໄດ້ວ່າໂຄດໂກງເລີຍ. 

6. Fat Man ຈາກເກມ Fallout 3&4 ແລະ New Vegas

ອາວຸດທີ່ສຸດຈະຊົງພະລັງຈາກຊີຣີ Fallout ທີ່ເປັນການຍິງອາວຸດນິວເຄຍຂະໜາດນ້ອຍ ເຊິ່ງຄວາມຮຸນແຮງຂອງອາວຸດນີ້ມີພຽງບອສບາງໂຕເທົ່ານັ້ນທີ່ທົນໄດ້ ແຕ່ເທົ່ານີ້ຍັງບໍ່ພໍຍັງມີເວີຊັ່ນທີ່ແຕກກະຈາຍເປັນລູກນ້ອຍໆອອກມາອີກ ເວົ້າໄດ້ວ່າອາວຸດໂກງເກມດີດີນີ້ເອງ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...