spot_img
Homeຂ່າວຕ່າງປະເທດຜູ້ນຳຝ່າຍຄ້ານມາເລເຊຍຖືກຕັ້ງຂໍ້ຫາທຸດຈະລິດ

ຜູ້ນຳຝ່າຍຄ້ານມາເລເຊຍຖືກຕັ້ງຂໍ້ຫາທຸດຈະລິດ

Published on

ລິມ ກວນ ເອັງ ຜູ້ນຳຝ່າຍຄ້ານມາເລເຊຍທີ່ມັກວິຈານນາຍົກລັດຖະມົນຕີນາຈິບ ຣາຊັກ ຖືກຕັ້ງຂໍ້ຫາທຸດຈະລິດໃນມື້ນີ້ ເປັນຄະດີທີ່ຖືກກ່າວຫາມີແຮງຈູງໃຈທາງການເມືອງ.

ທ້າວ ລິມ ອາຍຸ 55 ປີຂຶ້ນສານສູງໃນລັດປີນັງ ທາງຕອນເໜືອຂອງປະເທດ ຖືກຕັ້ງຂໍ້ຫາໃຊ້ອຳນາດໃຫ້ທາງທີ່ຜິດ 2 ຂໍ້ຫາ ຄະນະກຳມະການປາບປາມການທຸດຈະລິດມາເລເຊຍຊຶ່ງຈັບກຸມເຂົາເມື່ອວານນີ້ ໂດຍອະນຸຍາດໃຫ້ນຳທີ່ດິນສາທາລະໄປພັດທະນາດ້ວຍຂໍ້ຫາຕົກລົງທີ່ບໍ່ເໝາະສົມ ແລະ ຊື້ເຮືອນພັກຕໍ່າກວ່າລາຄາຕະຫຼາດ ເຂົາໃຫ້ການວ່າບໍ່ໄດ້ທຳຄວາມຜິດ ແລະ ໄດ້ຮັບອະນຸຍາດໃຫ້ປະກັນຕົວ ມີກຳນົດຕ້ອງຂຶ້ນສານອີກໃນວັນທີ 22 ກັນຍາເພື່ອຮັບຊາບກຳນົດວັນໄຕ່ສວນ ຫາກຖືກຕັດສິນວ່າມີຄວາມຜິດແທ້ຈະຖືກຈຳຄຸກສູງສຸດເຖິງ 20 ປີ.

ທ້າວ ລິມ ຢືນຢັນຮຽກຮ້ອງໃຫ້ນາຍົກລັດຖະມົນຕີນາຈິບ ລາຊັກຊີ້ແຈງເລື່ອງໂດ່ງດັງທາງການເງິນເມື່ອປີກ່ອນ ເຂົາດຳລົງຕຳແໜ່ງເປັນຄົນເຊື້ອສາຍຈີນ ພັກດິເອພີປະກາດເມື່ອປີກ່ອນວ່າ ປາກາຕັດຮັກຢັດ ຊຶ່ງເປັນການລວມຕົວຂອງຝ່າຍຄ້ານ 3 ພັກປິດສາກຄວາມຮ່ວມມືກັນແລ້ວ ຂະນະທີ່ພັກອິສລາມແຫ່ງມາເລເຊຍ ຫຼື ພັກປາສຢືນຢັນວ່າ ຍັງບໍ່ສິ້ນສຸດເຖິງວ່າໄດ້ຕັດຄວາມສຳພັນກັບພັກດີເອພີແລ້ວກໍຕາມ ດ້ານພັກຍຸຕິທຳປະຊາຊົນ ຫຼື ເຄອາດິລັນຂອງທ້າວ ອັນລາ ອິບຣາຮິມພະຍາຍາມໄກ່ເກ່ຍຄວາມສຳພັນຂອງສອງພັກ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...