spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 30 ມິຖຸນາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 30 ມິຖຸນາ

Published on

ວັນທີ 30 ມິຖຸນາ ປີ 1990 ຫຼືມື້ນີ້ເມື່ອ 26 ປີທີ່ແລ້ວ ເຊິ່ງເປັນມື້ວາງຈຳໜ່າຍຂອງເກມ Ghostbusters ເທິງເຄື່ອງ Mega Drive ທີ່ປະເທດຍີ່ປຸ່ນ ໂດຍພາກດັ່ງກ່າວແມ່ນເປັນເກມແອັກຊັ່ນລຸຍດ້ານຂ້າງແບບ 2D ໂດຍນີ້ຖືເປັນອີກເກມທີ່ດັດແປງມາຈາກຮູບເງົາ Ghostbusters ອັນໂດ່ງດັງຂອງຮໍລີ້ວູດ ແລະເປັນຜົນງານການພັດທະນາຮ່ວມກັນລະຫວ່າງ Sega ແລະ Compile ທີ່ຫວັງຈະເກາະກະແສຄວາມດັງຂອງຮູບເງົາເພື່ອເພີ່ມຍອດຂາຍເກມນີ້ໃນຕອນນັ້ນ.


ສຳລັບເນື້ອເລື່ອງຂອງເກມ Ghostbusters ຈະເປັນເຫດການຫຼັງຈາກຮູບເງົາ Ghostbusters ພາກທຳອິດທີ່ເຂົ້າສາຍປີ 1984, ເມື່ອບໍລິສັດກຳຈັດຜີບໍ່ມີວຽກເຂົ້າມາໃຫ້ເຮັດ ເພາະຜີບໍ່ຄ່ອຍອອກມາປັ່ນປ່ວນ. ຈົນມາຮອດມື້ໜຶ່ງກໍມີໂທລະສັບດັງຂຶ້ນມາຫຼາຍສາຍທີ່ສຳນັກງານ Ghostbusters ເຊິ່ງເປັນສາຍທີ່ໂທມາຈ້າງໜ່ວຍດັ່ງກ່າວໃຫ້ໄປຊ່ວຍປາບຜີທີ່ຢູ່ດີດີ ກໍອອກມາອາລະວາດທົ່ວເມືອງ ພ້ອມກັບມີແຜ່ນດິນໄຫວຄັ້ງໃຫຍ່ເກີດທີ່ກາງເມືອງນິວຢອກ ດ້ວຍເຫດນີ້ທີມສະມາຊິກບໍລິສັດກຳຈັດຜີຈຶ່ງຕ້ອງອອກໄປຄົ້ນຫາສາເຫດກ່ຽວກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້ໃຫ້ໄດ້. 


ເລີ່ມເກມມາຈະມີໂຕລະຄອນໃຫ້ເລືອກຫຼິ້ນທັງໝົດ 3 ຄົນ ໄດ້ແກ່: ປີເຕີ້ ເວງແມນ, ເຣມອນ ສະແຕນ ແລະອີກອນ. ສາມນັກວິທະຍາສາດທີ່ຮ່ວມກັນເປີດກິດຈະການບໍລິສັດກຳຈັດຜີ ຄອຍຮັບຈ້າງປາບຜີທົ່ວນະຄອນນິວຢອກສະຫະລັດອາເມຣິກາ, ດ້ວຍອຸປະກອນອີເລັກໂທຣນິກທີ່ພວກເຂົາຄິດຄົ້ນຂຶ້ນມາເພື່ອໃຊ້ສູ້ກັບຜີໂດຍສະເພາະ. ໂດຍໂຕເກມພາກນີ້ຈະຖືກແບ່ງອອກເປັນ 4 ຄະດີດ້ວຍກັນ ເຊິ່ງແຕ່ລະຄະດີກໍຈະເກີດຂຶ້ນໃນສະຖານທີ່ແຕກຕ່າງກັນ ໄດ້ແກ່ ຄະລືຫາດຫຼັງໃຫຍ່, ອາຄານທີ່ກຳລັງເກີດໄຟໄໝ້, ອະພາຣ໌ດເມັ້ນທີ່ຖືກບັນດາຜີແຊ່ແຂງ ແລະອາຄານທີ່ຊື່ວ່າ High Rise ເຊິ່ງທຸກຕຶກກໍຈະມີພວກຜີຄອຍຖ້າຕ້ອນຮັບດ້ວຍຮູບແບບການໂຈມຕີທີ່ສຸດກວນ ແລະເມື່ອເຄຍພາລະກິດທັງ 4 ແຫ່ງໄດ້ຄົບໝົດແລ້ວ ໂຕເຮົາຈະພົບວ່າສະມາຊິກທີມກຳຈັດຜີອີກ 2 ຄົນໄດ້ຖືກລັກພາໂຕໄປໂດຍຊາຍທີ່ຊື່ວ່າ: ອາເທີ້ ທີ່ຖິ້ມຂໍ້ຄວາມເຊີນໃຫ້ເຮົາໄປບຸກປະສາດແຫ່ງຄວາມມືດທີ່ຕັ້ງຢູ່ນອກເມືອງ ແລະນີ້ກໍເປັນພາລະກິດສຸດທ້າຍທີ່ເຮົາຕ້ອງເຮັດໃຫ້ສຳເລັດ.

Fact ເລັກນ້ອຍກ່ຽວກັບເກມ Ghostbusters

  • Ghostbusters ເວີຊັ່ນນີ້ຈະບໍ່ມີການນຳເອົາ ວິນຕັນ ເຊດເດມໍ (Windton Zeddemore) ສະມາຊິກກຳຈັດຜີຄົນທີ 4 ໃສ່ເຂົ້າມາໃນເກມ ແຕ່ເຮົາຈະຍັງໄດ້ເຫັນລາວໃນເວີຊັ່ນຮູບເງົາທັງ 2 ພາກແລະກາຕູນເເອນິເມຊັ່ນຢູ່.

    •  ເກມນີ້ຈະມີບັ໊ກປັ້ມເງິນບໍ່ຈຳກັດຈຳນວນຢູ່ ເຊິ່ງສາມາດເຮັດໄດ້ໂດຍການໄປທີ່ຕຶກ High Rise ແລ້ວເອົາເງິນອອກມາຈາກຕູ້ເຊບ ຈາກນັ້ນກໍອອກມາຈາກຕຶກແລ້ວເຂົ້າໄປໃນຕຶກອີກຄັ້ງເພື່ອເອົາເງິນໄດ້ເລື້ອຍໆ ຈົນກວ່າເຮົາຈະພໍໃຈເລີຍ.

      • ຈາກອະດີດຈົນເຖິງປັດຈຸບັນ Ghostbusters ໄດ້ຖືກນຳມາສ້າງເປັນເກມມາແລ້ວເຖິງ 14 ພາກ ເຊິ່ງມີທັງພາກທີ່ເປັນແນວແອັກຊັ່ນ, ແນວຊູດຕິ້ງ ຫຼືແມ້ແຕ່ຢູ່ໃນຕູ້ພິນບໍ (Pinball) ກໍມີ. ໂດຍເກມພາກຫຼ້າສຸດຂອງຊີຣີນີ້ມີຊື່ວ່າ Ghostbusters ໄດ້ມີການເປີດໂຕໄປເມື່ອວັນທີ 14 ເມສາ 2016 ທີ່ຜ່ານມາ ເຊິ່ງລົງໃຫ້ກັບເຄື່ອງ PS4 ແລະ Xbox One ພັດທະນາໂດຍບໍລະສັດ FireForge Games.

        ທີ່ມາ:online station,ເດັກລາວ

        ບົດຄວາມຫຼ້າສຸດ

        ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

        ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

        ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

        ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

        ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

        ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

        ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

        ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...