spot_img
Homeຂ່າວພາຍ​ໃນ3 ຊາດຈັດກິດຈະກຳແລ່ນ-ຍ່າງ ສະຫຼອງວັນໂອແລມປິກສາກົນຄຶກຄື້ນ

3 ຊາດຈັດກິດຈະກຳແລ່ນ-ຍ່າງ ສະຫຼອງວັນໂອແລມປິກສາກົນຄຶກຄື້ນ

Published on

ຄະນະກໍາມະການໂອແລມປິກແຫ່ງຊາດ (ຄອຊ) 3 ຊາດຄື: ສປປ ລາວ, ຣາຊະອານາຈັກໄທ ແລະສສ ຫວຽດນາມໄດ້ຮ່ວມກັນຈັດກິດຈະກຳແລ່ນ-ຍ່າງເພື່ອສ້າງຂະບວນການສະເຫຼີມສະຫຼອງວັນໂອແລມປິກສາກົນຄົບຮອບ 122 ປີ

ໃຫ້ມີບັນຍາກາດຄຶກຄື້ນ ແລະມ່ວນຊື່ນເພື່ອສັນຕິພາບ, ມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊາດຂອງໂລກ, ທັງເປັນການສົ່ງເສີມການຮ່ວມມືປະຊາຄົມເສດຖະກິດອາຊຽນ.

ກິດຈະກຳແລ່ນ-ຍ່າງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 26 ມິຖຸນາ ຜ່ານມາທີ່ຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຫ້ວຍຊາຍຊຽງຂອງ) ທີ່ແຂວງບໍ່ແກ້ວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທັງ ເປັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ພົນຕີ ຈາຣຶກອາຣີຣາຊະກາຣັນ ປະທານຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະທ່ານ ລີ ດຶກ ຕູ ຕາງໜ້າຄະນະບໍລິຫານງານໂອແລມປິກແຕ່ຊາດຫວຽດນາມມີບັນດາຮອງເຈົ້າແຂວງບໍ່ແກ້ວ, ແຂວງຊຽງຣາຍ, ບັນດາແຂກທີ່ຖືກເຊີນ ຕະຫຼອດຮອດບັນດານັກກີລາແລ່ນ-ຍ່າງທັງ 3 ຊາດເຂົ້າຮ່ວມ.

ໂອກາດນີ້ ທ່ານ ຄໍາພັນ ເຜີຍຍະວົງ ກ່າວໃຫ້ຮູ້ວ່າ: ຄະນະກຳມະການໂອແລມປິກແຫ່ງຊາດລາວ, ໄທ ແລະຫວຽດນາມ, ໄດ້ມີການຕົກລົງເອກະພາບໃຫ້ແຂວງບໍ່ແກ້ວ ເປັນເຈົ້າພາບຮ່ວມເພື່ອສະຫຼອງວັນ ດັ່ງກ່າວດ້ວຍການຈັດກິດຈະກຳກິລາແລ່ນ-ຍ່າງຂ້າມຂົວມິດຕະພາບລາວ-ໄທແຫ່ງທີ 4 ໃນປີນີ້ ຊຶ່ງກິດຈະກໍາດັ່ງກ່າວຈະເປັນການສ້າງສາຍສຳພັນຄວາມເຂົ້າໃຈເລິກເຊິ່ງ ຂອງປະຊາຊົນ 2 ຝັ່ງຂອງໂດຍສະເພາະປະຊາຊົນຊາວແຂວງບໍ່ແກ້ວ-ຊຽງຣາຍ ພ້ອມນີ້ກໍຍັງຈະເປັນການຊຸກຍູ້ການທ່ອງທ່ຽວ, ການບໍລິທີ່ດີໃນຕໍ່ໜ້າ ແລະຫວັງວ່າກິດຈະກຳ ວັນໂອແລມປິກຄັ້ງນີ້ຈະເປັນນິມິດໝາຍອັນດີສົ່ງເສີມການພັດທະນາແຂວງບໍ່ແກ້ວໃນຫຼາຍດ້ານເປັນຕົ້ນ ແມ່ນດ້ານສັງຄົມ, ວັດທະນະທຳ, ເສດຖະກິດ ແລະການທ່ອງທ່ຽວ.

ໂອກາດດຽວກັນທ່ານ ບົວລານ ສິລິປັນຍາ ກ່າວວ່າ: ກິດຈະກຳແລ່ນ-ຍ່າງດັ່ງກ່າວນອກຈາກຈະເປັນການສົ່ງເສີມການຮ່ວມມື, ຄວາມເຂົ້າໃຈຂອງປະຊາຊົນ 2 ຝັ່ງ ຂອງແຂວງບໍ່ແກ້ວ-ແຂວງຊຽງຣາຍແລ້ວຍັງເປັນການສົ່ງເສີມສາຍສໍາພັນທີ່ດີເຮັດໃຫ້ຂົວແຫ່ງທີ 4 ນີ້ ເປັນຂົວແຫ່ງມິດຕະພາບການຮ່ວມມືທີ່ດີຂອງປະຊາຊົນ 2 ຝັ່ງຂອງລາວ-ໄທໄດ້ເຊື່ອມໂຍງໄປສູ່ນາໆຊາດ ແລະເຊື່ອໝັ້ນວ່າການຈັດກິດຈະກໍາຄັ້ງນີ້ຈະເປັນການຊຸກຍູ້ສົ່ງ ເສີມວຽກງານທ່ອງທ່ຽວການຮ່ວມມືເຊິ່ງກັນ ແລະກັນຕື່ມອີກພ້ອມດຽວກັນນັ້ນ, ຍັງໄດ້ເຮັດໃຫ້ບັນດານັກແລ່ນ-ຍ່າງຈາກ 3 ປະເທດໄດ້ ມີໂອກາດມາພົບປະແລກປ່ຽນປະສົບການ, ວັດທະນະທໍາຂອງ 2 ແຂວງ 2 ເມືອງ (ຫ້ວຍຊາຍ-ຊຽງຂອງ) ຊຶ່ງເປັນເສັ້ນທາງເຊື່ອມໂຍງອັນສໍາຄັນຂອງອາຊຽນກັບ ສປ ຈີນ.

ທີ່ມາ: 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...