spot_img
Homeຂ່າວການພັດທະນາ5 ບໍລິສັດ ໄດ້ເຊັນສັນຍາ MOU ໃຊ້ດາວ ທຽມ Lao Sat 1 ຂອງ ລາວ

5 ບໍລິສັດ ໄດ້ເຊັນສັນຍາ MOU ໃຊ້ດາວ ທຽມ Lao Sat 1 ຂອງ ລາວ

Published on

64D1A4DA-FF75-49AC-BCDE-3445AFED3160_w987_r1_s

ຈະຫຼວດຂອງປະເທດຈີນ ທີ່ບັນຈຸດາວທຽມດວງທຳອິດຂອງລາວ Lao-Sat-1 ກຳລັງຖືກປ່ອຍຂຶ້ນສູ່ວົງໂຄຈອນ ເມື່ອວັນທີ 21 ພະຈິກ 2015 ຢູ່ທີ່ແຂວງເສສວນ ຂອງ ຈີນ.

ບໍລິສັດເອກະຊົນ ລາວ ແລະ ຕ່າງຊາດຈຳນວນ 70 ບໍລິສັດທີ່ສົນໃຈຈະນຳໃຊ້ ຊ່ອງ ສັນຍານດາວທຽມດວງທຳອິດຂອງ ລາວ (Lao Sat 1) ຫາກແຕ່ກໍມີພຽງ 5 ບໍລິສັດເທົ່າ ນັ້ນທີ່ໄດ້ລົງນາມ MOU ແລ້ວ.

ທ່ານ ສົມນຶກ ໂພທິຣາດ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ດາວທຽມ ລາວ ເປີດເຜີຍ ວ່າ ໃນໄລຍະຜ່ານມາມີບໍລິສັດເອກະຊົນລາວ ແລະ ຕ່າງຊາດຈຳນວນ 70 ບໍລິສັດທີ່ສົນ ໃຈຈະນຳໃຊ້ຊ່ອງ ສັນຍານດາວທຽມດວງທຳອິດຂອງ ລາວ ຫຼື Lao Sat 1 ຫາກແຕ່ພາຍ ຫຼັງຈາກທີ່ໄດ້ເຈລະຈາຕໍ່ລອງກັນແລ້ວນັ້ນກໍມີພຽງ 5 ບໍລິສັດເທົ່ານັ້ນທີ່ໄດ້ລົງນາມໃນບັນ ທຶກຄວາມເຂົ້າໃຈຮ່ວມມື (MOU) ວ່າດ້ວຍ ການນຳໃຊ້ຊ່ອງສັນຍານດາວທຽມ Lao Sat 1 ຢ່າງເປັນທາງການ.

ແຕ່ຢ່າງໃດກໍຕາມ ທ່ານ ສົມນຶກ ກໍຄາດຫວັງວ່າຈະມີບໍລິສັດເອກະຊົນລາວ ແລະ ຕ່າງຊາດທີ່ສົນໃຈຈະລົງນາມໃນ MOU ເພື່ອຂໍເຊົ່າ ແລະ ນຳໃຊ້ຊ່ອງ ສັນຍານດາວທຽມ Lao Sat-1 ເພີ່ມຂຶ້ນອີກໃນມໍ່ໆນີ້ ເນື່ອງຈາກວ່າດາວທຽມ Lao Sat 1 ຍັງມີອາຍຸການໃຊ້ ງານໄດ້ເຖິງ 15 ປີໃນຂະນະທີ່ດາວທຽມຂອງ ປະເທດ ໄທ, ຫວຽດນາມ, ມາເລເຊຍ, ສິງ ກະໂປ ແລະ ອິນໂດເນເຊຍ ນັ້ນ ໄດ້ນຳໃຊ້ມາຫຼາຍປີແລ້ວ ແລະ ຊ່ອງສັນຍານກໍຖືກນຳໃຊ້ ຢ່າງເຕັມອັດຕາ ດ້ວຍນັ້ນ ຊຶ່ງມີຄວາມເປັນໄປໄດ້ສູງທີ່ປະເທດທີ່ບໍ່ມີດາວທຽມເຊັ່ນ ກຳປູເຈຍ ແລະ ມຽນມາ ນັ້ນຈະຫັນມາໃຊ້ດາວທຽມ Lao Sat 1 ນັ້ນເອງ.

ດາວທຽມ Lao Sat 1 ຖືກສົ່ງຂຶ້ນສູ່ວົງໂຄຈອນເມື່ອວັນທີ 21 ພະຈິກ 2015 ຢູ່ແຂວງ ເສສວນ ຂອງ ຈີນ ໂດຍມີທ່ານ ບຸນຍັງ ວໍລະຈິດ ຮອງປະທານ ປະເທດ ລາວ ໃນເວລານັ້ນ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຂອງ ລາວ ແລະ ຈີນ ໄດ້ເຂົ້າຮ່ວມໃນພິທີຄັ້ງນັ້ນດ້ວຍ ທັງຍັງຖື ເປັນການສົ່ງດາວທຽມຂຶ້ນສູ່ວົງໂຄ ຈອນໃນໂອກາດສະເຫຼີມສະຫຼອງການ ສະຖາປະນາ ສປປ ລາວ ຄົບຮອບ 40 ປີໃນວັນທີ 2 ທັນ 2015 ອີກດ້ວຍ.

ດາວທຽມ Lao Sat 1 ປະກອບມີ 22 ຊ່ອງສັນຍານໂດຍແບາງເປັນລະບົບ C-Band ຈຳນວນ 14 ຊ່ອງສັນຍານ ແລະ Ku-Band 8 ຊ່ອງສັນຍານເພື່ອ ໃຫ້ສອດຄ່ອງກັບ ສະພາບພູມີປະເທດໃນ ລາວ ທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະ ແຫຼ່ງນ້ຳທຳມະຊາດ ຈຶ່ງເຮັດໃຫ້ຕ້ອງນຳໃຊ້ດາວທຽມທີ່ມີເທັກນິກພິເສດທີ່ ລະບົບການຕິດຕໍ່-ສື່ສານ ສາມາດ ເຂົ້າໄປເຖິງໃນທຸກພື້ນທີ່ໄດ້ຢ່າງມີປະສິດທິ ຜົນໂດຍຈະມີອາຍຸການໃຊ້ງານເປັນເວລາ 15 ປີ ແລະ ມີສັນຍານຄວບຄຸມເຖິງ 15 ປະເທດໃນພາກພື້ນເອເຊຍ.

ທັງນີ້ໂດຍລັດຖະບານລາວ ໄດ້ສິດນຳໃຊ້ 2 ຊ່ອງສັນຍານ ສຳລັບໃຫ້ບໍລິການ ດ້ານການ ສື່ສານພາຍໃນປະເທດ ເພື່ອໃຫ້ເກີດປະໂຫຍດຕໍ່ການພັດທະນາໃນ ດ້ານການສຶກສາ, ການປິ່ນປົວທາງການແພດ ທາງໄກ ການເຊື່ອມຕໍ່ລະ ບົບ Internet ແລະ ການນຳໃຊ້ໃນ ວຽກງານດ້ານໄພພິບັດຕ່າງໆ ທັງຍັງຈະເຮັດ ໃຫ້ລະບົບໂທລະຄົມມະນາຄົມໃນ ລາວ ເຊື່ອມຕໍ່ກັນໄດ້ຢ່າງກວ້າງຂວາງດ້ວຍ ການສົ່ງເສີມການລົງທຶນ ທີ່ມີການແຂ່ງຂັນຢ່າງແທ້ ຈິງ ດັ່ງທ່ານ ທັນສະ ໄໝ ກົມມະສິດ ລັດຖະມົນຕີວ່າການກະຊວງໄປສະນີໂທລະຄົມມະນາ ຄົມ ແລະ ສື່ສານ ໃຫ້ການຢືນຢັນວ່າ.

“ປະຈຸບັນນີ້ ລະບົບເຄືອຂ່າຍທາງດ້ານໂທລະຄົມໃນ ສປປ ລາວ ນີ້ກວມໄດ້ 90 ເປີເຊັນ ຂອງຈຳນວນບ້ານໃນທົ່ວປະເທດ ຖືວ່າຫຼາຍສົມຄວນເດ້ ການນຳໃຊ້ ໃນປະຈຸບັນນີ້ ໝາຍຄວາມວ່າ 85 ເປີເຊັນຂອງການນຳໃຊ້ໂທລະສັບຖືວ່າຮ້ອຍ ຄົນໃດມີ 85 ຄົນໃຊ້ ໂທລະສັບ ຢູ່ໃນຫັ້ນລະມີ 2G, 3G, 4G ໄປພ້ອມເລື່ອງ ການແຂ່ງຂັນນີ້ກະມີການແຂ່ງ ຂັນກັນ ແຕ່ວ່າຢ່າລືມວ່າການລົງທຶນດ້ານໂທລະ ຄົມມະນາຄົມທີ່ມີຄວາມຮັບຜິດຊອບ Responsibility ສູງ ໂຕໃດທີ່ໄດ້ເຊັນ ກັບລັດຖະບານແລ້ວຕ້ອງໄດ້ປະຕິບັດ.”

ສ່ວນທີ່ເຫຼືອອີກ 20 ຊ່ອງສັນຍານນັ້ນ ລັດຖະບານ ລາວ ແລະ ກຸ່ມບໍລິສັດຈາກຈີນ ກໍໄດ້ ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນ Lao Sat 1 ຂຶ້ນມາຮັບຜິດຊອບ ໃນການຄຸ້ມຄອງ ແລະ ບໍລິຫານຢ່າງເປັນທາງການແລ້ວ ໂດຍກະຊວງໄປສະນີ ແລະ ໂທລະຄົມມະນາຄົມລາວ ຖືຫຸ້ນ 45 ເປີເຊັນ ສ່ວນທີ່ເຫຼືອເປັນການລົງ ທຶນຂອງບໍລິສັດ China Asia Pacific Mobile Telecom Satellite ຂອງ ຈີນ ໃນສັດສ່ວນ 35 ເປີເຊັນ, ບໍລິສັດ ອາວະກາດຈີນ 15 ເປີເຊັນ ແລະ ບໍລິສັດ Asia Pacific Satellite Technology ຈາກ ຮົງກົງ 5 ເປີເຊັນ ຕາມລຳດັບ.

ການສ້າງ ແລະ ສົ່ງດາວທຽມດວງທຳອິດຂອງ ລາວ ຂຶ້ນສູ່ວົງໂຄຈອນດັ່ງກ່າວ ຖືເປັນພາກສ່ວນໜຶ່ງຂອງການຮ່ວມມືໃນການພັດທະນາເທັກໂນໂລຈີ ດ້ານຂໍ້ມູນຂ່າວສານ ລະຫວ່າງ ລັດຖະບານລາວ ກັບຈີນ ທີ່ໄດ້ລົງນາມຮ່ວມກັນໃນປີ 2011 ຊຶ່ງລັດຖະບານ ຈີນ ໄດ້ຕົກໃຫ້ເງິນກູ້ແກ່ລັດຖະບານ ລາວ ໃນມູນຄ່າ 258 ລ້ານໂດລາ ສຳລັບເປັນຄ່າ ຈ້າງບໍລິສັດ ຈີນ ໃນການສ້າງ ແລະ ສົ່ງດາວ ທຽມ Lao Sat 1 ຂຶ້ນສູ່ວົງໂຄຈອນດັ່ງກ່າວ.

ແຫລ່ງທີ່ມາ :

https://yt3.ggpht.com/-vhkpUbGZ98g/AAAAAAAAAAI/AAAAAAAAAAA/_HjTMVP8E44/s900-c-k-no-rj-c0xffffff/

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...