spot_img
Homeນານາສາລະວິທີເຮັດຄວາມສະອາດຍ່ຽວຢູ່ບ່ອນນອນ

ວິທີເຮັດຄວາມສະອາດຍ່ຽວຢູ່ບ່ອນນອນ

Published on

ຍ່ຽວໃສ່ບ່ອນນອນ ເປັນບັນຫາທີ່ພົບເປັນປະຈຳສຳລັບຄົນທີ່ມີລູກນ້ອຍ ວັນນີ້ພວກເຮົາເລີຍມີເຄັດລັບການຮັກສາຄວາມສະອາດບ່ອນນອນທີ່ຖືກຍ່ຽວເປັນປະຈຳມາຝາກ

ວິທີເຮັດຄວາມສະອາດຍ່ຽວຫົດຢູ່ບ່ອນນອນ
1. ສຳລັບຄາບຍ່ຽວໃໝ່ໆ ເພື່ອບໍ່ໃຫ້ຄາບຕິດລົງເລິກ ຄວນນຳເຈ້ຍທິດຊູ ຫຼື ຜ້າມາຊັບເທິງຜ້າປູບ່ອນນອນໂດຍໄວທີ່ສຸດ

2. ຈາກນັ້ນກໍ່ນຳຜ້າປຽກນ້ຳມາວາງທັບຮອບຄາບຍ່ຽວ ແລະ ຄ່ອຍໆນຳນ້ຳສະອາດມາເທລົງເທື່ອລະໜ້ອຍຈົນທົ່ວບໍລິເວນຄາບຍ່ຽວແລ້ວຄ່ອຍໆກົດຊັບຄາບອອກມາໃຫ້ໄດ້ຫຼາຍທີ່ສຸດ

3. ໃຊ້ນ້ຳສົ້ມສາຍຊູປະສົມກັບນ້ຳສະອາດ ແລ້ວນຳໄປເທລົງຕຸກທີ່ມີຫົວສີດນ້ຳ ຈາກນັ້ນກໍ່ນຳໄປສີດທີ່ບໍລິເວນຄາບຍ່ຽວນັ້ນ ສີດໃຫ້ທົ່ວແລ້ວປະໄວ້ປະມານ 10-15 ນາທີ

4. ໂຮຍແປ້ງເດັກລົງໄປ ຫຼື ແບັກກິ້ງໂຊດາ ໃສ່ບໍລິເວນທີ່ຄາບຍ່ຽວ ເພື່ອກຳຈັດ ແລະ ດູດຊັບກິ່ນຍ່ຽວ

5. ຊັກເຮັດຄວາມສະອາດຜ້າທີ່ເປື້ອນຮອຍຍ່ຽວຊ້ຳອີກຄັ້ງ ດ້ວຍນ້ຳສະອາດ ແລະ ແຟັບແລ້ວລ້າງໃຫ້ສະອາດ ກ່ອນຈະນຳໄປຕາກແດດ ເພື່ອຮັກສາຄວາມສະອາດ ແລະ ຂ້າເຊື້ອໂຣກອີກດ້ວຍ

 

ທີ່ມາ: ເວັບໄຊ.ເກັດຄວາມຮູ້.ຄອມ

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...