spot_img
Homeຂ່າວພາຍ​ໃນແຮງງານລາວກວ່າ 20 ຄົນຖືກສົ່ງໄປອອກແຮງງານທີ່ຖືກຕ້ອງຢູ່ຕ່າງປະເທດ

ແຮງງານລາວກວ່າ 20 ຄົນຖືກສົ່ງໄປອອກແຮງງານທີ່ຖືກຕ້ອງຢູ່ຕ່າງປະເທດ

Published on

ທ້າຍອາທິດຜ່ານມາ, ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດສົ່ງແຮງງານລາວຖືກກົດໝາຍ ຈຳນວນ 20ກວ່າຄົນ ທີ່ຫວ່າງງານ ໄປເຮັດວຽກຢູ່ປະເທດເພື່ອນບ້ານ, ເພື່ອສ້າງໃຫ້ເຂົາເຈົ້າມີວຽກເຮັດງານທຳ, ມີວິຊາອາຊີບ ແລະ ມີລາຍຮັບຢ່າງເປັນປົກກະຕິ ແລະ ສາມາດກຸ້ມຕົນເອງ ແລະ ຄອບຄົວໄດ້. ກ່ອນຈະອອກເດີນທາງໄປເຮັດວຽກຄັ້ງນີ້, ຜູ້ອຳນວຍການສູນບໍລິການຈັດຫາງານ ໄດ້ອົບຮົມ ແລະ ແນະນຳການປະພຶດຕົນໃນເວລາເຮັດວຽກ, ການເບິ່ງແຍງຕົນເອງ ເພື່ອ ໃຫ້ເຂົາເຈົ້າເຫລົ່ານັ້ນ ຮູ້ວິທີການເອົາຕົວລອດໃນເວລາເກີດເຫດສຸກເສີນ ແລະ ພາຍຫລັງ ນໍາສົ່ງສໍາເລັດແລ້ວ ທາງສູນບໍລິການຈັດຫາງານໄດ້ຈັດແບ່ງຄະນະໄປຕິດຕາມ, ຢ້ຽມຢາມ

ການເຮັດວຽກຂອງແຮງງານເຫລົ່ານັ້ນເປັນປະຈຳ ເພື່ອໄປກວດກາເບິ່ງການເຮັດວຽກຂອງ ແຮງງານດັ່ງກ່າວເປັນແນວໃດ ຖືກຂູດຮີດແຮງງານ ແລະ ເອົາລັດເອົາປຽບຄ່າແຮງງານ ແລະ ບັນຫາອື່ນໆຫລືບໍ່.

ທ່ານອຳນວຍການສູນບໍລິການຈັດຫາງານ ກ່າວວ່າ: ການຈັດສົ່ງແຮງງານໄປເຮັດວຽກຕາມສະຖານທີ່ຕ່າງໆນັ້ນ ພວກເຮົາໄດ້ຕິດຕໍ່ໄປຫາບໍລິສັດ, ໂຮງຈັກ, ໂຮງງານ ແລະ ສຳນັກງານ, ອົງ ການຕ່າງໆ ເພື່ອແນ່ໃຈວ່າສະຖານທີ່ນັ້ນ ຕ້ອງການແຮງງານປະເພດໃດ ຫລັງຈາກນັ້ນ ພວກເຮົາກໍຕິດຕໍ່ໄປຍັງແຮງງານຫວ່າງງານທີ່ເຂົ້າມາສະໝັກເປັນສະມາຊິກ ວ່າຕ້ອງການວຽກປະເພດໃດເປັນ ຕົ້ນອຸດສາຫະກຳ, ກະສິກຳ, ການຄ້າ ແລະ ອື່ນໆ ຫລັງຈາກນັ້ນ ກໍຈັດສົ່ງເອກກະສານລາຍຊື່ແຮງງານ ໄປຫາບໍລິສັດຕ່າງໆ ເພື່ອລໍຖ້າເຂົາເຈົ້າເອີ້ນໂຕ, ຈາກນັ້ນ ກໍຈະເປັນການນຳສົ່ງແຮງງານໄປຫາບໍລິສັດດັ່ງກ່າວໂດຍກົງ. ຄຽງຄູ່ກັບດ້ານດີ ກໍຍັງມີຂໍ້ຫຍຸ້ງຍາກຈຳນວນໜຶ່ງເປັນຕົ້ນ ແຮງງານທີ່ນຳສົ່ງໃນປັດຈຸບັນແມ່ນບໍ່ພຽງພໍກັບຄວາມຕ້ອງການ, ຍ້ອນແຮງງານຈຳນວນໜຶ່ງ ແມ່ນໄດ້ຫລົບລີ້ໄປເຮັດວຽກແບບຜິດກົດໝາຍ, ຍ້ອນຄວາມຮູ້ເທົ່າບໍ່ເຖິງການຂອງແຮງງານດັ່ງກ່າວ, ຕໍ່ກັບບັນຫານີ້ ພວກເຮົາກໍໄດ້ມີການໂຄສະນາເຜີຍແຜ່ຕາມບ້ານເຮືອນ, ເມືອງ ແລະ ແຂວງທີ່ຢູ່ຫ່າງໄກສອກຫລີກ ໄດ້ຮັບຮູ້ເຖິງການໄປເຮັດວຽກແບບຖືກກົດໝາຍແມ່ນມີຈຸດດີຫລາຍກວ່າໄປແບບຜິດກົດໝາຍ, ພ້ອມນີ້ ຍັງມີການຄຸ້ມຄອງ ແລະ ຮັບປະກັນການເຮັດວຽກ ເພື່ອບໍ່ໃຫ້ຖືກຫລອກຫລວງໄປເຮັດວຽກໂດຍບໍ່ມີຄ່າແຮງຕອບແທນນຳອີກ.

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສ້າງຕັ້ງຂຶ້ນໃນປີ 2014, ໂດຍການຫັນຈາກລັດວິສາຫະກິດລາວຈັດຫາງານໃນເມື່ອກ່ອນມາເປັນສູນບໍລິການຈັດຫາງານ ຕາມຂໍ້ຕົກລົງຂອງລັດຖະມົນຕີກະ ຊວງດັ່ງກ່າວ, ຊຶ່ງມີເປົ້າໝາຍຫລັກແມ່ນສ້າງຄວາມເຂັ້ມແຂງໃຫ້ການບໍລິການຈັດຫາງານຂອງລາວຈະເລີນເຕີບໃຫຍ່ຂຶ້ນ, ໂດຍການສະໜອງແຮງງານຕາມຄວາມຕ້ອງການຂອງຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະ ເທດ,ພ້ອມນີ້ ສູນບໍລິການຈັດຫາງານ ຍັງເປັນແຫລ່ງຂໍ້ມູນຂ່າວສານໃຫ້ຄວາມຮູ້ແກ່ຜູ້ຕ້ອງການເຮັດວຽກ, ຜູ້ຕ້ອງການປ່ຽນວຽກ, ຜູ້ຕ້ອງ ການຝຶກອາຊີບ ແລະ ອື່ນໆໄດ້ຢ່າງສະດວກ.

 

ທີ່ມາ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...