spot_img
Homeຄວາມງາມ5 ພຶດຕິກຳເຮັດໃຫ້ໜ້າເອິກຍານ ສິ່ງດີໆທີ່ຄວນຮູ້

5 ພຶດຕິກຳເຮັດໃຫ້ໜ້າເອິກຍານ ສິ່ງດີໆທີ່ຄວນຮູ້

Published on

ໜ້າເອິກຢ່ອນຍານຫ້ອຍໂຕ່ງເຕ່ງເກີດຈາກສິ່ງໃດແນ່ ກວດເບິ່ງດ່ວນເພາະຖ້າປ່ອຍໄວ້ດົນແບບບໍ່ດີແນ່ນອນ ເພາະຈະເຮັດໃຫ້ທ່ານເສຍບຸກຄະລິກກະພາບໄດ້

1. ໃສ່ເສື້ອຊ້ອນຂະໜາດໃຫຍ່ກວ່າໜ້າເອິກ

ກໍ່ເຂົ້າໃຈວ່າສາວໆຢາກອັບຂະໜາດໜ້າເອິກຂອງຕົວເອງຂຶ້ນແຕ່ຮູ້ບໍ່ວ່າການໃສ່ເສື້ອຊ້ອນທີ່ຂະໜາດໃຫຍ່ນອກຈາກຈະເບິ່ງບໍ່ງາມແລ້ວ ເບິ່ງບໍ່ກະຊັບແລ້ວ ຍັງເຮັດໃຫ້ໜ້າເອິກຂອງທ່ານຍານໄດ້ອີກດ້ວຍ ແຕ່ຖ້າໃຜຢາກໃຫ້ໜ້າເອິກເບິ່ງຄືໃຫຍ່ຂຶ້ນແທ້ໆແນະນຳໃກ້ໃຊ້ເສື້ອຊ້ອນທີ່ມີຟອງນ້ຳດັນນົມຂຶ້ນຈະດີກວ່າ ເພາະນອກຈາກຈະຮູ້ສຶກສະຊັບແລ້ວຍັງບໍ່ຕ້ອງກັງວົນເລື່ອງນົມຢານອີກດ້ວຍ

2. ບໍ່ໃສ່ເສື້ອຊ້ອນ

ສິ່ງຕ້ອງຫ້າມສຳລັບສາວໆຄືການບໍ່ໃສ່ເສື້ອຊ້ອນ ເພາະຈະເຮັດໃຫ້ເສຍບຸກຄະລິກ ທີ່ສຳຄັນແຮງໂນ້ມທ່ວງຂອງໂລກຈະເຮັດໃຫ້ນົມຂອງທ່ານຍານແບບບໍ່ຮູ້ຕົວອີກດ້ວຍ

3. ຫລຸດນ້ຳໜັກແບບຫັກໂຫມ

ການຫຼຸດນ້ຳໜັກແບບເລັ່ງດ່ວນ ມັນຈະຊ່ວຍໃຫ້ທ່ານນ້ຳໜັກຫຼຸດລົງໄວ ແຕ່ຢ່າລືມວ່າໜ້າເອິກຂອງທ່ານກໍ່ມີໄຂມັນເປັນສ່ວນປະກອບຢູ່ຄືກັນ ດັ່ງນັ້ນຈົ່ງຄິດໄວ້ວ່າຖ້າເມື່ອໃດນັ້ຳໜັກຫຼຸດລົງຢ່າງໄວວາ ເມື່ອນັ້ນໜ້າເອິກຂອງທ່ານກໍ່ຈະປັບສະພາບບໍ່ທັນ ແລະ ຈະຍານໂຕ່ງເຕ່ງແນ່ນອນ

4. ສູບຢາຫຼາຍ

ການສູບຢາຫຼາຍເປັນສາເຫດໜຶ່ງທີ່ເຮັດໃຫ້ເລືອດໄປຫຼໍ່ລ້ຽງບໍ່ລິເວນຜິວໜັງບໍ່ພຽງພໍ ດັ່ງນັ້ນການສູບຢາຫຼາຍຈິ່ງເປັນອີກສາເຫດໜຶ່ງທີ່ເຮັດໃຫ້ນົມຍານໄດ້

5. ອອກກຳລັງກາຍໜັກເກີນໄປ

ສຳລັບການອອກກຳລັງກາຍນີ້ໝາຍເຖິງການອອກກຳລັງກາຍທ່າທີ່ຕ້ອງເຄື່ອນໄຫວຂຶ້ນໆລົງໆ ເພາະຖ້າຫາກທ່ານອອກແຮງຫຼາຍໆ ແລະ ເຮັດເປັນເວລາດົນ ໜ້າເອິກຂອງທ່ານກໍ່ຈະຍານລົງ ແຕ່ກໍ່ມີວິທີປ້ອງກັນຄື ໃນການອອກກຳລັງກາຍທຸກຄັ້ງຕ້ອງນຸ່ງເສື້ອຊຸກີລາທຸກຄັ້ງທີ່ອອກກຳລັງກາຍ ແລະ ຄວນເນັ້ນອອກກຳລັງກາຍສ່ວນອື່ນໃຫ້ຫຼາຍຂຶ້ນ

 

ທີ່ມາ: http://health.kapook.com/view111359.html

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...