ສັດປະຈຳຊາດ 10 ປະເທດອາຊຽນ

ASEAN ຫຼື The Association of Southeast Asian Nations : ສະມາຄົມປະຊາຊາດອາຊຽນຕະເວັນອອກສຽງໃຕ້ ປະກອບດ້ວຍສະມາຊິກທັງໝົດ 10 ປະເທດ ແລະ ໃນແຕ່ລະປະເທດກໍ່ມີສັດປະຈຳຊາດຂອງຕົນເອງເຊັ່ນດຽວ ກັນ ເຊິ່ງຈະມີສັດຫຍັງແນ່ນັ້ນເຮົາມາຮູ້ຈັກກັນເລີຍ

  1. ສັດປະຈຳຊາດປະເທດໄທ “ຊ້າງ” 

asean-animal-thailand

ຊ້າງເປັນສັດປະຈຳຊາດໄທມາຍາວນານ ໂດຍສະໄໝບູຮານມີຊ້າງຢູ່ຫຼາຍນັບແສນຕົວ ຊ້າງສ່ວນຫຼາຍຈະຖືກນຳໃຊ້ໃນການເຮັດສົງຄາມເປັນຫຼັກ ຕໍ່ມາເມື່ອມີອາວຸດທັນສະໄໝເຂົ້າມາແທນທີ່ ຊ້າງຈິ່ງຖືກນຳໄປໃຊ້ແຮງງານເຊັ່ນການນຳໄປລາກໄມ້ໃນປ່າ ແລະ ປັດຈຸບັນຊ້າງເປັນສັດອະນຸລັກທີ່ຖືກໃຊ້ໃນການສະແດງ ແລະ ການທ່ອງທ່ຽວ ປະເທດໄທເຄີຍໃຊ້ຊ້າງເປັນສ່ວນໜຶ່ງຂອງທຸງຊາດຮຽກວ່າທຸງຊ້າງເຜືອກ ກ່ອນຈະປ່ຽນມາໃຊ້ທຸງໄຕລົງ (ທຸງມີສາມຫຼ່ຽມ) ແບບໃນປັດຈຸບັນເມື່ອປີ ພສ 2460 ແຕ່ຍັງມີທຸງໜ່ວຍງານຣາຊະການບາງແຫ່ງທີ່ໃຊ້ຊ້າງເປັນອົງປະກອບ ເຊັ່ນ: ທຸງຂອງຣາຊນາວີໄທ ເປັນຕົ້ນ ດັ່ງນັ້ນຈິ່ງບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງຊ້າງຈິ່ງຖືກຮຽກວ່າເປັນສັດປະຈຳຊາດຂອງໄທ

2. ສັດປະຈຳຊາດປະເທດກຳປູເຈຍ ກູປຣີ “ກະທິງ ຫຼື ງົວປ່າ” 

01300001164697130451550565918

ກູປຣີ ຫຼື ໂຄໄພ ເປັນສັດຈຳພວກກະທິງ ຫຼື ງົວປ່າ ເປັນສັດກີບຄູ່ ໂຕໃຫຍ່ ໂຄນຂາໃຫຍ່ ປາຍຫາງເປັນພວງ ປັດຈຸບັນກູປຣີຢູ່ໃນສະຖານະສູນພັນ ໂດຍບໍ່ມີລາຍງານການພົບກູປຣີໃນປ່າທຳມະຊາດມາຫຼາຍກວ່າສິບປີແລ້ວ ແຕ່ນັກອະນຸລັກສ່ວນໃຫຍ່ເຊື່ອວ່າ ຍັງສາມາດພົບກູປຣີໄດ້ຕາມຊາຍແດນໄທ-ກຳປູເຈຍ (ແຕ່ບໍ່ເຄີຍມີລາຍງານຢືນຢັນ) ກູປຣີຖືກປະກາດໃຫ້ເປັນສັດປະຈຳຊາດກຳປູເຈຍ ໂດຍສົມເດັດເຈົ້ານະໂຣດົມສີຫະນຸອະດີດກະສັດຂອງກຳປູເຈຍ.

3. ສັດປະຈຳຊາດປະເທດມຽນມາ “ເສືອໂຄ່ງອິນໂດຈີນ” 

023

ສຳລັບເສືອໂຄ່ງອິນດູຈີນເຊິ່ງເປັນສັດປະຈຳຊາດມຽນມານັ້ນພົບວ່າການທີ່ປ່າຂອງມຽນມາມີຄວາມອຸດົມສົມບູນຫຼາຍໂດຍສະເພາະຄືເສືອ ເພາະມັນເປັນສັນຍະລັກຂອງປະເທດ ອີກທັງສະທ້ອນເຖິງການອະນຸລັກປ່າ ແລະ ການປົກປ້ອງສິ່ງແວດລ້ອມພາຍໃນປະເທດ ວັດແທກໄດ້ຈາກເຂດອະນຸລັກພັນເສືອທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກນັ້ນເອງ
4. ສັດປະຈຳຊາດປະເທດລາວ “ຊ້າງ” 
asiaelephant
ຊ້າງຖືເປັນສັດຄູ່ບ້ານຄູ່ເມືອງທີ່ມີຄວາມຜູກພັນກັບຊາວລາວເປັນຢ່າງຍິ່ງ ໃນອະດີດໄດ້ຮັບການຮຽກຂານນາມວ່າ ເປັນເມືອງລ້ານຊ້າງ ແຕ່ປັດຈຸບັນປະຊາກອນຊ້າງໃນລາວແມ່ນຢູ່ໃນພາວະວິກິດ ລັດຖະບານລາວຈິ່ງໄດ້ຟື້ນຟູ ແລະ ອະນຸລັກຊ້າງໄວ້ ໂດຍການຈັດງານບຸນຊ້າງຂຶ້ນໃນທຸກປີ ໃນໄລຍະເດືອນກຸມພາ ຂອງທຸກປີ ເຊິ່ງໄດ້ຈັດຕໍ່ເນື່ອງມາເປັນຄັ້ງທີ່ 6 ແລ້ວ
5. ສັດປະຈຳຊາດປະເທດ ອິນໂດເນເຊຍ “ມັງກອນໂຄໂມໂດ (ຕົວເງິນ ຕົວທອງ)” 
38_20100403160331.
ມັງກອນໂຄໂມໂດ ເປັນສັດບູຮານຕະກູນສັດເລືອຄານ ຊະນິດໜຶ່ງທີ່ມີຂະໜາດໃຫຍ່ຫຼາຍ ເມື່ອທຽບກັບສັດໃນຕະກູນດຽວກັນ ພົບໄດ້ສະເພາະໃນປະເທດອິນໂດເນເຊຍບໍລິເວນເກາະໂຄໂມໂດ ຣິນດາ, ຟໍເຣສ ແລະ ລີກີໂມຕາງ, ມັນເປັນສັດທີ່ມີນິໄສຮ້າຍ ກວ່າໝູ່ໃນສາຍພັນດຽວກັນ ມັກຢູ່ຮວມກັນເປັນຝູງ ແລະ ສາມາດພົບເຫັນໄດ້ພຽງແຫ່ງດຽວໃນໂລກໃນປະເທດອິນໂດເນເຊຍເທົ່ານັ້ນ ມັງກອນໂຄໂມໂດຈິ່ງຖືກເລືອກເປັນສັດປະຈຳຊາດອິນໂດເນເຊຍ ນອກຈາກຕົວມັງກອນໂຄໂມໂດແລ້ວ ບາງເວັບໄຊຍັງລະບຸສັດຈຳພວກ: ແຮດສະວາ, ລິງອຸລັງອຸຕັງ ແລະ ນົກປະຈຳຊາດ ແມ່ນນົກອິນຊີ ເປັນສັດປະຈຳຊາດຂອງອິນໂດເນເຊຍເຊັ່ນດຽວກັນ.
6. ສັດປະຈຳຊາດປະເທດ ຟິລິບປິນ “ຄວາຍ”
53
ຄວາຍ (Water Buffalo) ໃນປະເທດຟິລິບປິນນັ້ນ ຖືກນຳມາໃຊ້ແຮງງານເໝືອນໃນປະເທດຫວຽດນາມ ທັງແຮງງານໃນດ້ານການກະເສດ ແລະ ດ້ານການລາກຂອງໜັກ ດັ່ງນັ້ນຄົນຟິລິບປິນຈິ່ງມີຄວາມຜູກພັນກັບຄວາຍເປັນພິເສດ ແລະ ຄວາຍໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຟີລິປິນດ້ວຍສາເຫດນີ້ເອງ
7. ສັດປະຈຳຊາດປະເທດ ມາເລເຊຍ “ເສືອມາລາຍູ”

54

ເສືອໂຄ່ງເປັນສັດປະຈຳຊາດຂອງມາເລເຊຍ ມີຖິ່ນຖານຢູ່ພາກກາງ ແລະ ພາກໃຕ້ຂອງແຫຼມມາລາຢູ ໂດຍເສືອໂຄ່ງນັ້ນໄດ້ຮັບການຍົກຍ້ອງຢ່າງສູງສົ່ງ ດັ່ງປະກົດຢູ່ກາແຜ່ນດິນຂອງມະເລເຊຍ ເພື່ອສະແດງເຖິງກຳລັງ ແລະ ຄວາມກ້າຫານຂອງຊາວມະເລເຊຍ ອີກທັງຍັງໃຊ້ເປັນສົມຍານາມຂອງທີມບານເຕະມະເລເຊຍອີກດ້ວຍ
8. ສັດປະຈຳຊາດປະເທດ ສິກະໂປ “ສິງ”
1
ປະເທດສິງກະໂປ ແຕ່ກ່ອນໄດ້ຊື່ວ່າເມືອງ ສິງກະປຸຣະ (Singapura) ເຊິ່ງໝາຍເຖິງເມືອງແຫ່ງສິງ ແຕ່ບໍ່ມີລາຍງານການພົບສິງຢູ່ຕາມທຳມະຊາດໃນປະເທດສິງກະໂປເລີຍ ເນື່ອງຈາກເປັນປະເທດທີ່ບໍ່ມີປ່າໄມ້ ຫຼື ທົ່ງຫຍ້າ ເຊິ່ງຈະເປັນທີ່ອາໄສຂອງສິງໂຕ ມີແຕ່ເລື່ອງເລົ່າທີ່ວ່າມີຜູ້ເຄີຍພົບເຫັນສິງໂຕຢູ່ເທິງແຜ່ນດິນແຫ່ງນີ້ເທົ່ານັ້ນ ແຕ່ເຖິງຢ່າງໃດກໍ່ຕາມສິງກໍ່ຖືເລືອກເປັນສັດປະຈຳຊາດຂອງສິງກະໂປ
9. ສັດປະຈຳຊາດປະເທດ ຫວຽດນາມ “ຄວາຍ”
1302171883
ປະເທດຫວຽດນາມເປັນປະເທດທີ່ມີການປູກເຂົ້າລາຍໃຫຍ່ອີກປະເທດໜຶ່ງຂອງໂລກ ແລະ ການປູກເຂົ້າຂອງຊາວຫວຽດນາມນັ້ນຍັງນິຍົມໃຊ້ຄວາຍໄຖນາຢູ່ ດັ່ງນັ້ນວິຖີຊີວິດຂອງຊາວຫວຽດນາມຈິ່ງຜູກພັນກັບຄວາຍຫຼາຍກວ່າສັດຊະນິດອື່ນໆ ໂດຍຈະສາມາດພົບເຫັນຄວາຍໃນພື້ນທີ່ຕ່າງໆຂອງຫວຽດນາມ ດັ່ງນັ້ນຄວາຍຈິ່ງໄປເປັນສັດປະຈຳຊາດຂອງຫວຽດນາມ
10. ສັດປະຈຳຊາດປະເທດ ບຣູໄນ “ເສືອໂຄ່ງ”
023
ເສືອໂຄ່ງ ເປັນສັດກິນຊີ້ນຂະໜາດໃຫຍ່ນອກຈາກຈະໄດ້ຮັບການຄັດເລືອກເປັນສັດປະຈຳຊາດຂອງມຽນມາແລ້ວ ຍັງຖືກເລືອກໃຫ້ເປັນສັດປະຈຳຊາດຂອງບຣູໄນອີກເຊັ່ນດຽວກັນ ໂດຍລັກສະນະທາງພູມສັນຖານຂອງປະເທດບຣູໄນ ເຊິ່ງມີພູ ແລະ ປ່າໄມ້ເປັນຈຳນວນຫຼາຍ ມີປະຊາກອນບໍ່ໜາແໜ້ນ ສັດປ່າຈິ່ງບໍ່ຖືກລົບກວນ ຈິ່ງສາມາດພົບເສືອໂຄ່ງສາຍພັນອາຊີເປັນຈຳນວນຫຼາຍ ແລະ ໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງບຣູໄນ ໃນທີ່ສຸດ.
ທີ່ມາ: https://sanyarit.wordpress.com/
https://sites.google.com/site/aseannaru123/s-wat-w-praca-chati
http://board.postjung.com/759569.html