spot_img
Homeຂ່າວພາຍ​ໃນ4 ຂັ້ນຕອນສ້າງແບຣນສິນຄ້າໃຫ້ຕິດຕະຫຼາດ

4 ຂັ້ນຕອນສ້າງແບຣນສິນຄ້າໃຫ້ຕິດຕະຫຼາດ

Published on

ຜູ້ທີ່ເລີ່ມເຮັດອາຊີບເສີມ ບໍ່ວ່າຈະເປັນການຂາຍສິນຄ້າ ຫຼື ການໃຫ້ບໍລິການ ຍ່ອມຄາດຫວັງແບຣນຂອງຕົວເອງໃຫ້ກາຍເປັນທີ່ຮູ້ຈັກ ເພື່ອຈະໄດ້ລູກຄ້າມາຊື້ສິນຄ້າ ຫຼື ມາໃຊ້ບໍລິການ ແລ້ວຈະເຮັດແນວໃຫ້ແບຣນສິນຄ້າຂອງເຮົານັ້ນຕິດຕະຫຼາດ ສະນັ້ນເຮົາມາຮູ້ຈັກ 4 ຂັ້ນຕອນສ້າງແບຣນສິນຄ້າໃຫ້ຕິດຕະຫຼາດກັນເລີຍ

ສ້າງແບຣນງ່າຍໆ ເຮັດໃຫ້ຄົນຈື່ງ່າຍ ຕົວຢ່າງ: Facebook, Line, Twitter

ສື່ສານເຖິງສິນຄ້າ ແລະ ຄຸນນະພາບຂອງສິນຄ້າ: ນອກຈາກແບຣນທີ່ສ້າງຈະຕ້ອງຈື່ງ່າຍແລ້ວ ມັນຕ້ອງມີລັກສະນະສື່ເຖິງສິນຄ້າຢ່າງຊັດເຈນ ເຊັ່ນ: Pepsi, Beer Lao, Laopost…

ໃຫ້ລູກຄ້າໄດ້ລອງໃຊ້ສິນຄ້າ: ເບື້ອງຕົ້ນເຮົາຕ້ອງມີການເປີດຕົວສິນຄ້າ ແນະນຳແບຣນສິນຄ້າ ແລະ ໃຫ້ລູກຄ້າໄດ້ທົດລອງໃຊ້ຜະລິດຕະພັນຕົວຢ່າງສິນຄ້າ ຫຼື ການບໍລິການຂອງເຮົາກ່ອນ ເພື່ອເພີ່ມຄວາມໝັ້ນໃຈກັບລູກຄ້າທີ່ມີຕໍ່ຜະລິດຕະພັນຂອງເຮົາໃຫ້ຫຼາຍຂຶ້ນກວ່າເດີມ

ຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່ ມີຄຳທີ່ກ່າວໄວ້ວ່າ “ການຮັກສາລູກຄ້າເກົ່າເອົາໄວ້ໄດ້ຈະມີຕົ້ນທຶນທີ່ດີໃນທຸກລະກິດ” ນອກຈາກການພັດທະນາດ້ານຄຸນນະພາບຂອງສິນຄ້າ ຫຼື ການບໍລິການໃຫ້ມີຄຸນະພາບສູງ ເພື່ອຮັກສາລູກຄ້າເກົ່າແລ້ວ ທ່ານຕ້ອງຫາຊ່ອງທາງສ້າງຖານລູກຄ້າໃໝ່ ເພື່ອເຮັດໃຫ້ທຸກລະກິດຂອງທ່ານມີຈະເລີນແລະ ຄວາມໝັ້ນຄົງຍິ່ງຂຶ້ນ

ທີ່ມາ: http://money.kapook.com/view91735.html

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...