spot_img
Homeຂ່າວພາຍ​ໃນຕ່າງ​ຊາດ​ເຂົ້າ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ທາງ​ລົດໄຟ​ເກົ່າ ບ້ານ​ຄອນ​ດອນ​ເດດ​ເພື່ອ​ຮັບ​ໃຊ້​ການທ່ອງທ່ຽວ

ຕ່າງ​ຊາດ​ເຂົ້າ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ທາງ​ລົດໄຟ​ເກົ່າ ບ້ານ​ຄອນ​ດອນ​ເດດ​ເພື່ອ​ຮັບ​ໃຊ້​ການທ່ອງທ່ຽວ

Published on

ອຳ­ນາດການປົກ­ຄອງ ແຂວງຈຳ­ປາສັກ ໄດ້ອະ­ນຸ­ຍາດໃຫ້ບໍ­ລິ­ສັດນັກລົງ­ທຶນເກົາ­ຫຼີເຂົ້າມາສຶກສາສຳຫຼວດຄວາມເປັນໄປໄດ້ໂຄງ­ການປັບ­ປຸງຟື້ນຟູທາງລົດ­ໄຟເກົ່າ ແລະການ­ທ່ອງ­ທ່ຽວໃນເຂດບ້ານຄອນດອນເດດ ເມືອງໂຂງ ຊຶ່ງເປັນອີກໜຶ່ງໂຄງ­ການຍຸດທະສາດທີ່ສຳ­ຄັນຂອງແຂວງຈຳ­ປາສັກ.

ພິ­ທີລົງນາມເຊັນບົດບັນ­ທຶກຄວາມເຂົ້າ­ໃຈລະ­ຫວ່າງແຂວງຈຳ­ປາສັກກັບບໍ­ລິ­ສັດຜູ້ສຶກສາສຳຫຼວດຄວາມເປັນໄປໄດ້ດັ່ງ­ກ່າວ, ໄດ້ມີຂຶ້ນໃນລະ­ຫວ່າງວັນທີ 10 ມິ­ຖຸ­ນາ 2016 ຜ່ານມາ, ທີ່ໂຮງ­ແຮມຈຳ­ປາສັກແກຣນ ເມືອງປາກເຊ ແຂວງຈຳ­ປາສັກ, ໂດຍຕາງ­ໜ້າລົງນາມໃຫ້ແກ່ອຳ­ນາດການປົກ­ຄອງແຂວງແມ່ນທ່ານ ສາຍ­ທອງ ໄຊຍະວົງ ຫົວ­ໜ້າພະແນກແຜນ­ການ ແລະການລົງ­ທຶນແຂວງກັບທ່ານ ຈອຍ ເຊອົງສິກ ຜູ້­ອຳ­ນວຍ­ການບໍ­ລິ­ສັດທ່ອງທ່ຽວ FTI ຈຳ­ກັດ, ເຂົ້າຮ່ວມເປັນສັກ­ຂີພິ­ຍານໂດຍ ທ່ານ ບຸນຖອງ ດີວິໄຊ ເຈົ້າ­ແຂວງໆຈຳ­ປາສັກ, ມີບັນ­ດາການນຳພະ­ແນກ­ການ ແລະເມືອງກ່ຽວ­ຂ້ອງເຂົ້າຮ່ວມ.

ການສຶກສາສຳຫຼວດຄວາມເປັນໄປໄດ້ໃນການປັບ­ປຸງຟື້ນຟູທາງລົດ­ໄຟເກົ່າ ເພື່ອການ­ທ່ອງ­ທ່ຽວໃນນເຂດບ້ານ ຄອນດອນເດດ ແມ່ນເລັ່ງໃສ່ເຮັດໃຫ້ສະ­ຖານ­ທີ່ທ່ອງທ່ຽວທີ່ເປັນປະ­ຫວັດ­ສາດ ເຊັ່ນ: ທາງລົດ­ໄຟເກົ່າ ຊຶ່ງໄດ້ສ້າງຂຶ້ນໃນສະ­ໄໝຝຣັ່ງປົກ­ຄອງໃຫ້ໄດ້ຮັບການປັບປຸງ, ຟື້ນຟູ ເພື່ອຮັບໃຊ້ໃຫ້ແກ່ການ­ທ່ອງ­ທ່ຽວ, ນອກ­ຈາກນີ້ ແມ່ນຈະໄດ້ມີການປັບ­ປຸງ ແລະກໍ່­ສ້າງສະ­ຖານ­ທີ່ຮັບ­ຮອງການບໍລິການ­ທ່ອງ­ທ່ຽວ, ເປັນ­ຕົ້ນແມ່ນເຮືອນພັກ-ໂຮງ­ແຮມ, ຮ້ານອາ­ຫານ, ສວນດອກໄມ້, ສະ­ຖານ­ທີ່ຊົມປາຂ່າ, ເຮືອເພື່ອບໍ­ລິ­ການ ແລະສິ່ງອຳ­ນວຍຄວາມສະດວກດ້ານຕ່າງໆ, ຊຶ່ງບັນ­ດາກິດ­ຈະ­ກຳທັງໝົດແມ່ນນອນໃນພື້ນທີ່ 60 ເຮັກ­ຕາ ແລະມີອະ­ນຸການສຳປະ­ທານໃນໄລ­ຍະເວ­ລາ 30 ປີ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...