Homeຂ່າວຕ່າງປະເທດຜູ້ນຳອັງກິດເຕືອນເຖິງຄວາມເສຍຫາຍຫາກອັງກິດອອກຈາກອີຢູ

ຜູ້ນຳອັງກິດເຕືອນເຖິງຄວາມເສຍຫາຍຫາກອັງກິດອອກຈາກອີຢູ

Published on

ນາຍົກລັດຖະມົນຕີເດວິດ ຄາເມຣອນ ຂອງອັງກິດກ່າວວານນີ້ ອ້ອນວອນຊາວອັງກິດໃຫ້ຄິດເຖິງລູກຫຼານ ແລະ ສະພາບເສດຖະກິດຂອງປະເທດກ່ອນທີ່ຈະລົງຄະແນນສຽງໃນການລົງປະຊາມະຕິວ່າອັງກິດຄວນຈະອອກຈາກການເປັນສະມາຊິກຂອງສະຫະພາບເອີຣົບ ຫຼື ບໍ່.

ທ່ານ ຄາເມຣອນ ກ່າວເຕືອນວ່າ ຄົນຮຸ່ນໃໝ່ຈະຕ້ອງຮັບມໍລະດົກຄວາມເສຍຫາຍ ສະພາບເສດຖະກິດທີ່ຫົດຕົວນ້ອຍລົງຫາກອັງກິດກາຍເປັນປະເທດທຳອິດທີ່ອກຈາກອີຢູ ໃນປະຫວັດສາດການຕໍ່ຕັ້ງອີຢູທີ່ດຳເນີນມາເປັນເວລາ 60 ປີ ພ້ອມກ່າວອີກວ່າ ຫາກອັງກິດຕັດສິນໃຈອອກຈາກອີຢູກໍ່ຈະຕ້ອງອອກໄປແບບຖາວອນ ແລະ ລູກຫຼານຈະຕ້ອງມີຊີວິດຢູ່ກັບຜົນກະທົບທີ່ຈະເກີດຂຶ້ນຕາມມາຊຶ່ງທ່ານຄາເມຣອນຄາດໝາຍວ່າໄດ້ແກ່ສະພາບເສດຖະກິດທີ່ຈະອ່ອນແອລົງ ດ້ານທ່ານນອງ ຄລ໊ອດ ຢຸງເກີ ປະທານຄະນະກຳມະການເອີຣົບ ກ່າວເຕືອນເຊັ່ນກັນວ່າ ຫາກຊາວອັງກິດລົງປະຊາມະຕິເລືອກທີ່ຈະອອກຈາກການເປັນສະມາຊິກອີຢູ ກໍຈະເທົ່າກັບເປັນການກະທຳທີ່ທຳຮ້ອຍຕົນເອງ ແລະ ສົ່ງຜົນກະທົບແບບຮຸນແຮງຕໍ່ທຸກສິ່ງທຸກຢ່າງທີ່ເອີຣົບເຮັດຮ່ວມກັນມາ ການປິ່ນຫຼັງໃຫ້ເພື່ອນບ້ານ ແລະ ຖອຍຫຼັງໄປຢູ່ແບບໂດດດ່ຽວ ເປັນແນວທາງທີ່ກົງກັນຂ້າມກັບທຸກສິ່ງທີ່ເອີຣົບ ແລະ ອັງກິດຢຶດຖື.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...