spot_img
Homeຂ່າວພາຍ​ໃນເປັນຫຍັງຜູ້ປະກອບການທຸລະກິດລາວຈິ່ງມີຄວາມສ່ຽງຈະຫລົ້ມລະລາຍ ຫລື ຫລຸບທຶນ?

ເປັນຫຍັງຜູ້ປະກອບການທຸລະກິດລາວຈິ່ງມີຄວາມສ່ຽງຈະຫລົ້ມລະລາຍ ຫລື ຫລຸບທຶນ?

Published on

ຖ້າເບິ່ງຍ້ອນກັບຄືນເຖິງພຶດຕິກໍາ ແລະ ທັດສະນະຄະຕິຂອງຜູ້ປະກອບການທຸລະກິດຄົນລາວຈໍານວນໜຶ່ງຄວບຄູ່ກັບສິ່ງແວດລ້ອມຕ່າງໆພົບວ່າ: ມີຫລາຍສິ່ງຕ້ອງຜະເຊີນໜ້າ ແລະ ບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້ມີ 14 ປະເດັນຄື:

  1. ມີແນວຄິດຢາກລວຍ ແລະ ໄດ້ກໍາໄລບາດດຽວໂດຍບໍ່ມີຄວາມອົດທົນ, ບໍ່ເບິ່ງບັນຫາກວ້າງໄກ
  2. ຕົ້ນທຶນການຜະລິດສູງກວມເອົາຄ່າເຊົາສະຖານທີ່ແພງ, ການຜ່ອນພາສີໄລຍະສັ້ນ-ຍາວໃຫ້ແກ່ຜູ້ຜະລິດລາຍນ້ອຍບໍ່ມີ
  3. ການອອກແບບສິ່ງຫຸ້ມຫໍ່ບໍ່ດຶງດູຜູ້ບໍລິໂພກ
  4. ການບໍລິການຂີ້ຄານມັກງ່າຍ ສ່ວນໃຫຍ່ຍັງອາໃສວິທີຊີວິດແບບດັ້ງເດີມ ຮີດເກົ່າຄອງຫລັງ
  5. ລະບົບທະນາຄານຢາກໄດ້ແຕ່ກໍາໄລນໍາລູກຄ້າ ຫລື ຜູ້ກູ້ຢືມພຽງຢ່າງດຽວໂດຍບໍ່ມີການຜ່ອນຜັນດອກເບ້ຍຕໍ່າທັງໄລຍະສັ້ນ-ໄລຍະຍາວ
  6. ການຄໍ້າປະກັນລາຄາ ຫລື ຮັບປະກັນຄວາມເສຍຫາຍໃນກໍລະນີເກີດໄພພິບັດ ແລະ ສະພາບເສດຖະກິດບໍ່ດີຕໍ່ຜູ້ປະກອບການບໍ່ມີ
  7. ກະຊວງກ່ຽວຂ້ອງບໍ່ສາມາດເຮັດການຕະຫລາດ ແລະ ບໍ່ມີຂໍ້ຕໍ່ລອງກັບຕ່າງປະເທດໄດ້ໃນການຕິດຕໍ່ຊື້ຂາຍ ຫລື ກະຈາຍຜົນຜະລິດຂອງປະຊາຊົນ ແລະ ຜູ້ປະກອບການໄດ້ ສ່ວນໃຫຍ່ປະປ່ອຍໄປຕາມມີຕາມເກີດ
  8. ກະຊວງກ່ຽວຂ້ອງບໍ່ສາມາດໄລ່ລຽງລາຄາສິນຄ້າໃນທ້ອງຕະຫລາດໄດ້, ບໍ່ສາມາດກໍານົດລາຄາສິນຄ້າໄດ້ໃນທ້ອງຕະຫລາດ
  9. ການຄ້າສ່ວນໃຫຍ່ແມ່ນເພີ່ງພາອາໃສປະເທດເພື່ອນບ້ານເປັນຫລັກເປັນຜູ້ຜະລິດ ຫລັງຈາກນັ້ນນໍາເຂົ້າມາຂາຍພາຍໃນປະເທດໂດຍວິທີເປັນໝູ່ຄະນະ ແລະ ເຄືອຍາດ
  10. ການເຮັດການຄ້າສ່ວນຫລາຍບໍ່ມີການພັດທະນາຜະລິດຕະພັນຕົນເອງໄປຕາມຍຸກຕາມສະໄໝໃນຄວາມຕ້ອງການຂອງຕະຫລາດ
  11. ການສ້າງສີມືຜູ້ຜະລິດ ແລະ ດໍາເນີນທຸລະກິດບໍ່ແຂງແຮງ
  12. ມີແຕ່ຜູ້ເວົ້າຜູ້ເຮັດໜ້ອຍ
  13. ຂາດເຂີນແຫລ່ງທຶນ
  14. ມີລະບົບສາງກັກເກັບສິນຄ້າທີ່ໄດ້ມາດຕະຖານ

 

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...