HomeBaby-ແມ່ແລະເດັກຫາກລູກທ່ານນັ່ງທ່າ W (W-SITTING) ຄວນຫາທາງຢຸດດຽວນີ້

ຫາກລູກທ່ານນັ່ງທ່າ W (W-SITTING) ຄວນຫາທາງຢຸດດຽວນີ້

Published on

ການນັ່ງທ່າ W ທ່ານີ້ຄືການນັ່ງດ້ວຍການໃຊ້ສະໂພກຢູ່ທາງກາງ ຂາແບະອອກໄປດ້ານຂ້າງ ເຂົ່າງໍ ເດັກທີ່ນັ່ງທ່ານີ້ຈະນັ່ງໄດ້ດົນ ບໍ່ໂຍກໄປມາ ນັ່ງໄດ້ໝັ້ນຄົງ ເພາະນັ່ງໃນແບບມີສູນຖ່ວງທາງກາງ ເດັກຈະນັ່ງໄດ້ດົນ ແລະ ບໍ່ເມື່ອຍ ນັກກາຍະພາບບຳບັດໄດ້ໃຫ້ເຫດຜົນສຳຄັນວ່າ ເດັກບໍ່ຄວນນັ່ງທ່າ W ເພາະຈະສົ່ງຜົນເຖິງພັດທະນາການດ້ານຮ່າງກາຍໃນຂັ້ນສູງທີ່ຈະເກີດຂຶ້ນໃນອະນາຄົດ ຜົນເສຍທີ່ເດັກນ້ອຍຈະໄດ້ຮັບເມື່ອນັ່ງທ່າ W ມີດັ່ງນີ້

1. ເດັກທີ່ນັ່ງທ່າຕົວ W ຈະບໍ່ໄດ້ໃຊ້ກ້າມເນື້ອຫຼັງ ເພາະຈະໃຊ້ກ້າມເນື້ອກ່ອນສະໂພກ ເດັກນ້ອຍມັກຈະເສຍພັດທະ ນາການເລື່ອງສົມດຸນຂອງຮ່າງກາຍ ກ້າມເນື້ອຈະບໍ່ແຂງແຮງສົມສ່ວນ ແລະ ລົ້ມໄດ້ເລື່ອຍໆ ແລະ ຈະມີບັນຫາເລື່ອງການຊົງຕົວ ຫຼື ມີບັນຫາເມື່ອຢືນໃນພື້ນທີ່ຕ່າງລະດັບ

2. ມີບັນຫາເລື່ອງກ້າມເນື້ອ ແລະ ກະດູກທາງຫົວເຂົ່າ ແລະ ຂໍ້ຕີນ ຍ່າງຂາໜີບກັນ ຫຼື ຍ່າງທ່າເປັດ

3. ເດັກທີ່ນັ່ງທ່າ W ຈະຫັດແລ່ນບໍ່ໄດ້ຮອບຕົວ ແລ່ນໄດ້ພຽງໄປທາງໜ້າເທົ່ານັ້ນ ກ້າມເນື້ອບໍ່ໄດ້ບິດໄປທາງໃດເລີຍ ເຊິ່ງຈະສົ່ງຜົນໃນການອອກກຳລັງກາຍໃນອະນາຄົດ

 

ທີ່ມາ: http://www.maerakluke.com/topics/17320

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...