ຮອງ​ນາຍົກ ສະເໝີ​ລັດຖະບານ​ຈີນ​ສະ​ໝັບ​ສະ​ໝູນຊ່ວຍເຫຼືອ​ບາງ​ວຽກ​ງານ

0
4492

ໃນໂອ­ກາດເດີນ­ທາງໄປເຂົ້າຮ່ວມງານຕະ­ຫຼາດ­ນັດຄຸນໝິງ ຄັ້ງທີ 24 ແລະ ງານວາງ­ສະ­ແດງຈີນ-ອາ­ຊີໃຕ້ ຄັ້ງທີ 4 ທີ່ນະ­ຄອນຄຸນໝິງ ແຂວງຢຸນນານ ສປ ຈີນ  ໃນລະ­ຫວ່າງວັນທີ 11-17 ມິ­ຖຸ­ນາ 2016,  ຄະ­ນະຜູ້ແທນລາວນຳໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາ­ຍົກລັດຖະມົນ­ຕີ ກໍໄດ້ມີການພົບປະເຮັດວຽກກັບທ່ານ ວາງ ຢາງ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປ ຈີນ.

ໃນການພົບປະຄັ້ງນີ້ ຝ່າຍຈີນໄດ້ຕີລາ­ຄາສູງຕໍ່ການເດີນ­ທາງມາເຂົ້າຮ່ວມ 2 ງານດັ່ງ­ກ່າວຂອງຄະ­ນະຜູ້ແທນ ແລະ ຜູ້ປະ­ກອບການແຫ່ງ ສປປ ລາວ ຊຶ່ງເປັນການປະ­ກອບ­ສ່ວນເຂົ້າໃນການເສີມຂະຫຍາຍການພົວ­ພັນຮ່ວມມືຮອບ­ດ້ານລະຫວ່າງສອງພັກ, ສອງລັດ ແລະປະ­ຊາ­ຊົນສອງຊາດຈີນ-ລາວ ກໍຄືຕໍ່ການເຊື່ອມໂຍງເສດ­ຖະ­ກິດຂອງຈີນ ໂດຍສະ­ເພາະຂອງ ແຂວງຢຸນນານເຂົ້າກັບເສດ­ຖະ­ກິດຂອງພາກພື້ນອາ­ຊີໃຕ້ ແລະອາ­ຊີອາ­ຄະ­ເນຕາມນະ­ໂຍ­ບາຍ “ກ້າວອອກໄປສູ່ໂລກ” ກໍຄືນະໂຍບາຍ “ໜຶ່ງແລວທາງໜຶ່ງເສັ້ນ­ທາງ” ຂອງລັດ­ຖະ­ບານຈີນວາງອອກ.

ອີກດ້ານໜຶ່ງທັງສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການຮ່ວມມືດ້ານເສດ­ຖະ­ກິດ-ເຕັກ­ນິກ ແລະ ການຄ້າລະ­ຫວ່າງລາວ-ຈີນ  ໃນຊຸມປີ­ຜ່ານ­ມາ ໄດ້ຮັບການຊຸກ­ຍູ້ສົ່ງ­ເສີມຂຶ້ນຢ່າງບໍ່ຢຸດຢັ້ງເປັນ­ຕົ້ນມູນຄ່າການຄ້າລາວ-ຈີນ ໄດ້ມີອັດ­ຕາການຂະ­ຫຍາຍ­ຕົວ ເພີ່ມຂຶ້ນບໍ່ຫຼຸດ 20% ເປັນເວ­ລາ 7 ປີຕໍ່ເນື່ອງກັນ, ການລົງ­ທຶນຈາກຈີນຢູ່ລາວກໍ່ມີທ່າກ້າວຂະ­ຫຍາຍ­ຕົວເປັນລຳ­ດັບມາເຖິງປະ­ຈຸບັນ ຈີນໄດ້ກາຍ­ເປັນອັນດັບທີ 1 ຂອງການລົງ­ທຶນຕ່າງ­ປະ­ເທດຢູ່ລາວ ໂດຍມີໂຄງ­ການລົງ­ທຶນຂອງຈີນ 834 ໂຄງ­ການ, ມີມູນຄ່າການລົງ­ທຶນ 5,48 ຕື້ໂດລາສະ­ຫະ­ລັດເຂົ້າໃນຂະ­ແໜງ­ການຫຼັກຕ່າງໆ ເຊັ່ນ: ບໍ່ແຮ່, ພະ­ລັງ­ງານໄຟ­ຟ້າ, ກະ­ສິ­ກຳ, ບໍລິການ ແລະຂະ­ແໜງອື່ນໆ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຂະ­ຫຍາຍ­ຕົວຂອງເສດ­ຖະ­ກິດແຫ່ງຊາດລາວເຮົາ ນອກຈາກນັ້ນ ລັດ­ຖະ­ບານ ແຫ່ງ ສປ ຈີນ ຍັງສືບ­ຕໍ່ໃຫ້­ການຊ່ວຍ­ເຫຼືອໃນຫຼາຍຮູບແບບແກ່ ສປປ ລາວ ຊຶ່ງມີແນວໂນ້ມເພີ່ມຂຶ້ນໃນແຕ່ລະປີອີກດ້ວຍ.

ສອງຝ່າຍຍັງໄດ້ເປັນເອ­ກະພາບກັນ ໃນການຊຸກ­ຍູ້ການ­ຈັດ­ຕັ້ງຜັນຂະ­ຫຍາຍ ຂໍ້ຕົກ­ລົງລະ­ຫວ່າງ ການນຳຂັ້ນສູງຂອງ ສອງປະ­ເທດໃຫ້ປາ­ກົດຜົນເປັນຈິງ, ຊຸກຍູ້ໃຫ້ສອງຝ່າຍ ສົ່ງຄະ­ນະຜູ້ແທນຫຼາຍລະດັບ ແລະຫຼາຍຮູບແບບ ໃນນັ້ນ, ທ່ານຮອງນາ­ຍົກ ສອນໄຊ ສີພັນດອນ ໄດ້ສະເໜີຕໍ່ຝ່າຍຈີນຊ່ວຍພິ­ຈາ­ລະ­ນາຊຸກ­ຍູ້ແກ້ໄຂ ແລະສະ­ໜັບ­ສະ­ໜູນຊ່ວຍ­ເຫຼືອບາງວຽກງານຄື: ສະ­ເໜີໃຫ້ຝ່າຍຈີນຊ່ວຍຝ່າຍລາວໃນການກໍ່­ສ້າງ ແລະຝຶກອົບ­ຮົມບຸກຄະ­ລາກອນ ເພື່ອຕອບສະ­ໜອງໃຫ້ກັບ ການກໍ່­ສ້າງ ແລະພັດ­ທະ­ນາທຸ­ລະກິດ ທາງລົດ­ໄຟຢູ່ລາວ, ພ້ອມກັນຊຸກ­ຍູ້ສົ່ງເສີມສິນ­ຄ້າ ແລະຜະ­ລິດຕະພັນກະ­ສິ­ກຳຂອງລາວໃຫ້ເຂົ້າສູ່ຕະ­ຫຼາດຈີນຢ່າງສະດວກ ແລະຫຼາຍຂຶ້ນ, ສົ່ງ­ເສີມນະ­ໂຍ­ບາຍ ຕໍ່ບັນ­ດາແຂວງທີ່ມີຊາຍແດນຕິດກັນ ແລະຢູ່ໃກ້ກັບ ສປປ ລາວ ກໍຄື ແຂວງຢຸນນານ ແລະກວາງ­ຊີ ແນ­ໃສ່ເພີ່ມທະ­ວີການຮ່ວມມືດ້ານເສດ­ຖະ­ກິດ-ການຄ້າ, ການທ່ອງທ່ຽວ ກັບ ສປປ ລາວ ໃຫ້ສະ­ດວກຂຶ້ນຕື່ມລວມທັງການເສີມຂະ­ຫຍາຍບົດ ບາດກົນໄກຮ່ວມມືລະ­ຫວ່າງບັນ­ດາແຂວງພາກເໜືອຂອງລາວກັບແຂວງຢຸນນານໃຫ້ພົ້ນເດັ່ນຂຶ້ນ,  ສືບ­ຕໍ່ພິ­ຈາ­ລະ­ນາໃຫ້­ການຊ່ວຍ­ເຫຼືອດ້ານເງິນກູ້ສຳ­ລັບໂຄງ­ການກໍ່­ສ້າງພື້ນ­ຖານໂຄງລ່າງ ໂດຍສະ­ເພາະ ໂຄງ­ການເສັ້ນ­ທາງຍຸດທະສາດ ແລະ ເສັ້ນ­ທາງເຊື່ອມໂຍງກັບພາກພື້ນ, ໂຄງການພັດ­ທະ­ນາລະ­ບົບຊົນ­ລະ­ປະ­ທານ,  ເອົາ­ໃຈ­ໃສ່ຊຸກ­ຍູ້ການຮ່ວມມືໃນຂົງ­ເຂດການ­ທ່ອງ­ທ່ຽວເປັນ­ຕົ້ນຮ່ວມມືກັນສ້າງແຜນແມ່ບົດການຮ່ວມມືທ່ອງທ່ຽວລາວ-ຈີນ, ສ້າງໂຄງ­ການຮອງຮັບການທ່ອງ ທ່ຽວທີ່ຄົບຊຸດ ໂດຍຮັບ­ປະ­ກັນຜົນປະໂຫຍດຂອງທຸກຝ່າຍແນ­ໃສ່ຮອງຮັບນັບ ທ່ອງທ່ຽວຈີນໄປທ່ອງທ່ຽວລາວ ແລະ ນັກທ່ອງທ່ຽວລາວມາທ່ຽວຈີນໃຫ້ນັບມື້ນັບເພີ່ມຂຶ້ນ ແລະຊຸກ­ຍູ້ໃຫ້ທະ­ນາ­ຄານພັດ­ທະ­ນາຈີນ (CDB) ມາສ້າງ­ຕັ້ງສາຂາຂອງຕົນຢູ່ ສປປ ລາວ.

ນອກ­ຈາກນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະ­ນະຍັງໄດ້ເດີນ­ທາງ ໄປຢ້ຽມ­ຢາມສະ­ຖານ­ທີ່ສຳ­ຄັນຈຳ­ນວນໜຶ່ງຂອງແຂວງຢຸນນານໄດ້ເດີນ­ທາງກັບຄືນສູ່ນະ­ຄອນ­ຫຼວງວຽງຈັນ ດ້ວຍຄວາມສະວັດດີພາບໃນຕອນທ່ຽງຂອງວັນທີ 17 ມິ­ຖຸ­ນາ 2016.

ທີ່ມາ: logo