spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ກ່ຽວຂ້ອງ ເຄື່ອນໄຫວກວດກາ ຮ້ານຂາຍເຄື່ອງຂອງຊາວຕ່າງປະເທດ

ເຈົ້າໜ້າທີ່ກ່ຽວຂ້ອງ ເຄື່ອນໄຫວກວດກາ ຮ້ານຂາຍເຄື່ອງຂອງຊາວຕ່າງປະເທດ

Published on

2
ເຈົ້າໜ້າທີ່ຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງຈໍາສັກ ໄດ້ເຄື່ອນໄຫວກວດກາຮ້ານຂາຍເຄື່ອງຂອງຊາວຕ່າງປະເທດ ພ້ອມທັງສົ່ງແຈ້ງການແນະນໍາໃຫ້ຢຸດກິດຈະການ ແລ້ວກັບຄືນປະເທດ ພາຍຫຼັງທີ່ພັກ-ລັດ ກໍ່ຄືຄະນະພັກ-ອໍານາດການປົກຄອງແຂວງ ມີນະໂຍບາຍໂຍະຍານການສໍາລະສະສາງຄ່າສິນຄ້າ ແລະ ຄ່າໃຊ້ຈ່າຍຕ່າງໆມາເປັນເວລາຫຼາຍເດືອນ.

ການເຄື່ອນໄຫວກວດກາຮ້ານຂາຍເຄື່ອງຂອງຊາວຕ່າງປະເທດຄັ້ງນີ້ ມີຂຶ້ນໃນວັນທີ 23 ພຶດສະພາ 2014 ທີ່ຜ່ານມາ ຢູ່ຕະຫຼາດໃໝ່ປາກເຊ ເມືອງປາກເຊ ແຂວງຈໍາສັກ. ທ່ານ ສັນຕິສຸກ ອໍແກ້ວເຕໂຊ ຮັກສາການຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ພະແນກອຸດສາຫະກໍາ-ການຄ້າແຂວງ ຕາງໜ້າອະນຸກໍາມະການແກ້ໄຂບັນຫາຊາວຕ່າງປະເທດທີ່ທໍາມາຄ້າຂາຍຢູ່ແຂວງຈໍາປາສັກໃຫ້ສໍາພາດວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະພັກຂັ້ນເທິງ ເວົ້າລວມ, ເວົ້າສະເພາະແມ່ນອີງຕາມມະຕິຕົກລົງຂອງລັດຖະບານ ສະບັບເລກທີ 03/ລບ, ລົງວັນທີ 16 ມີນາ 2011 ກ່ຽວກັບທິກທາງ ແລະ ວິທີການແກ້ໄຂບັນຫາຊາວຕ່າງປະເທດ ທີ່ທໍາມາຫາກິນດ້ວຍການຄ້າຂາຍ ແລະ ອອກແຮງງານຮັບຈ້າງຢູ່ ສປປ ລາວ, ບົດແນະນໍາຂອງກະຊວງອຸດສາຫະກໍາ-ການຄ້າ ສະບັບເລກທີ 0228/ອຄ.ສລທ, ລົງວັນທີ 8 ກຸມພາ 2012 ກ່ຽວກັບການແກ້ໄຂບັນຫາຊາວຕ່າງປະເທດ ທີ່ທໍາມາຄ້າຂາຍຢູ່ ສປປ ລາວ ແລະ ປະຕິບັດຕາມຂໍ້ຕົກລົງຂອງຫ້ອງວ່າການປົກຄອງແຂວງ ສະບັບເລກທີ 408/ຫປຂ.ຈສ, ລົງວັນທີ 8 ເມສາ 2014 ກ່ຽວກັບການປະຕິບັດມາດຕະການຢ່າງເດັດຂາດ ໃນການແກ້ໄຂບັນຫາຂອງຊາວຕ່າງປະເທດ ທີ່ທໍາມາຄ້າຂາຍຢູ່ແຂວງຈໍາປາສັກໃຫ້ຢຸດກິດຈະການ ແລະ ກັບຄືນປະເທດ, ເຊິ່ງຄະນະກໍາມະການພວກເຮົາລວມມີເຈົ້າໜ້າທີ່ພະແນກອຸດສາຫະກໍາ-ການຄ້າແຂວງ, ພະແນກ ຮສສ ແຂວງ ແລະ ປກສ ແຂວງ ໄດ້ເຄື່ອນໄຫວກວດກາມາແຕ່ເດືອນ ມັງກອນ 2013 ທີ່ມາຜ່ານ ແລະ ການເຄື່ອນໄຫວກວດກາ ຮ້ານຂາຍເຄື່ອງຂອງຊາວຕ່າງປະເທດຄັ້ງນີ້ ຖືເປັນຮອບສຸດທ້າຍ ພ້ອມທັງສົ່ງແຈ້ງການແນະນໍາໃຫ້ຮ້ານພວກກ່ຽວຢຸດກິດຈະການ ແລະ ກັບຄືນປະເທດ ພາຍຫຼັງທີ່ພັກ-ລັດ ກໍ່ຄືຄະນະພັກ-ອໍານາດການປົກຄອງ ແຂວງໄດ້ມີນະໂຍບາຍໂຍະຍານໃຫ້ພວກກ່ຽວ ໄດ້ມີການສໍາລະສະສາງສິນຄ້າ ແລະ ຄ່າໃຊ້ຈ່າຍຕ່າງໆມາເປັນເວລາຫຼາຍເດືອນ, ຖ້າວ່າຊາວຕ່າງປະເທດຜູ້ໃດບ່ໍຢຸດກິດຈະການກໍ່ຈະຖືກຢຶດ, ອາຍັດສິນຄ້າ ແລະ ເຄ່ືອງຂອງທີ່ກ່ຽວຂ້ອງ.

ທ່ານ ສັນຕິສຸກ ກ່າວຕ່ືມອີກວ່າ: ສໍາລັບຊາວຕ່າງປະເທດ ທີ່ຕ້ອງການເຄື່ອນໄຫວທຸລະກິດຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນແຂວງຈໍາປາສັກ ຕ້ອງປະກອບເອກະສານຂໍການລົງທຶນ ໃຫຖືກຕ້ອງຕາມ ລະບຽບການ ກໍ່ຄືຖືກຕ້ອງຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດ ແລະ ຕ້ອງເປັນອາຊີບທີ່ບໍ່ສະຫງວນໄວ້ສໍາລັບຄົນລາວ, ນອກນີ້ກໍ່ຕ້ອງມີທຶນຈົດທະບຽນແຕ່ 1 ຕື້ກີບຂຶ້ນໄປ ເຊິ່ງກະຊວງອຸດສາຫະກໍາ ແລະ ການຄ້າກໍານົດໄວ້ຢ່າງລະອຽດຈະແຈ້ງແລ້ວ.

ຈາກການເຄື່ອນໄຫວກວດກາ ແລະ ເກັບກໍາຂໍ້ມູນຂອງພາກສ່ວນກ່ຽວຂ້ອງໃນ 1 ປີທີ່ຜ່ານມາ ມີຮ້ານຄ້າຂາຍຂອງຊາວຕ່າງປະເທດທີ່ເຄື່ອນໄຫວຊື້-ຂາຍຢູ່ເມືອງປາກເຊ ແຂວງຈໍາປາສັກ ມີຈໍານວນທັງໝົດ 352 ຮ້ານ, ມີເງື່ອນໄຂອອກໃບອະນຸຍາດດໍາເນີນທຸລະກິດຊົ່ວຄາວ 123 ຮ້ານ ແລະ ບໍ່ມີເງື່ອນໄຂອອກໃບອະນຸຍາດດໍາເນີນທຸລະກິດຊົ່ວຄາວ 229 ຮ້ານ, ໃນນັ້ນຮ້ານຊາວຈີນ 95 ຮ້ານ, ມີເງື່ອນໄຂອອກໃບອະນຸຍາດດໍາເນີນທຸລະກິດຊົ່ວຄາວ 79 ຮ້ານ, ຮ້ານຄ້າຊາວຫວຽດນາມມີ 249 ຮ້ານ, ມີເງື່ອນໄຂອອກໃບອະນຸຍາດດໍາເນີນທຸລະກິດຊົ່ວຄາວ 39 ຮ້ານ ແລະ ຮ້ານຄ້າຊາວກໍາປູເຈຍມີ 8 ຮ້ານ, ມີເງື່ອນໄຂອະນຸຍາດດໍາເນີນທຸລະກິດຊົ່ວຄາວ 5 ຮ້ານ.

ຂ່າວ-ພາບ: ທູນທອງໃຈ

ຂໍຂອບໃຈຂ່າວຈາກ Facebook.com/Champamai Newspaper

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...