Homeຂ່າວພາຍ​ໃນອາ​ຊຽນ +3 ກຽມ​ສ້າງ​ຄັງ​ແຮ​ນ້ຳມັນ ເຊື້ອ​ໄຟ​ແກ້​ບັນຫາ​ໃນ​ພາວະ​ສຸກ​ເສີນ

ອາ​ຊຽນ +3 ກຽມ​ສ້າງ​ຄັງ​ແຮ​ນ້ຳມັນ ເຊື້ອ​ໄຟ​ແກ້​ບັນຫາ​ໃນ​ພາວະ​ສຸກ​ເສີນ

Published on

ວັນທີ 20 ມິ­ຖຸ­ນາ 2016 ທີ່ນະ­ຄອນ­ຫຼວງວຽງຈັນ ກົມນະ­ໂຍ­ບາຍ ແລະແຜນພະ­ລັງ­ງານ, ກະ­ຊວງພະ­ລັງ­ງານ ແລະບໍ່ແຮ່ ຮ່ວມກັບສະຖາບັນເສດ­ຖະ­ສາດພະ­ລັງ­ງານແຫ່ງປະ­ເທດຍີ່­ປຸ່ນ ໄດ້ຮັບກຽດເປັນເຈົ້າ­ພາບຈັດກອງປະ­ຊຸມຄັ້ງທີ 4 ອາຊຽນ+3 ແຜນ­ການສ້າງຄັງນ້ຳ­ມັນເຊື້ອໄຟ ແລະກອງ ປະ­ຊຸມຄັ້ງທີ 13 ອາຊຽນ +3 ຄວາມໝັ້ນ­ຄົງພະ­ລັງ­ງານ ໂດຍການເປັນປະ­ທານຂອງທ່ານ ດາວວົງ ພອນແກ້ວ ຫົວ­ໜ້າກົມນະ­ໂຍ­ບາຍ ແລະແຜນ­ການກະ­ຊວງພະ­ລັງ­ງານ ແລະບໍ່ແຮ່,ບັນ­ດາພະນັກງງານວິ­ຊາການ ແລະພາກ­ສ່ວນທີ່ກ່ຽວ­ຂ້ອງເຂົ້າຮ່ວມ.

ກອງປະ­ຊຸມດັ່ງ­ກ່າວເປັນການ­ສະ­ແດງເຖິງການຮ່ວມມືດ້ານພະ­ລັງ­ງານຂອງປະ ເທດສະ­ມາ­ຊິກອາຊຽນ ແລະປະ­ເທດຄູ່ຮ່ວມເຈລະ­ຈາໃນຂອບອາຊຽນ+3 ກໍຄື ສປ ຈີນ, ຍີ່­ປຸ່ນ ແລະ ສ ເກົາ­ຫຼີ ໂດຍມີເນື້ອໃນສຳ­ຄັນຫຼັກຄືສືບ­ຕໍ່ສຶກສາແຜນສ້າງຄັງນ້ຳ­ມັນເຊື້ອໄຟເພື່ອແກ້ໄຂບັນ­ຫາການຂາດ­ແຄນນ້ຳ­ມັນໃນພາ­ວະສຸກເສີນໃນບັນ­ດາປະ­ເທດສະ­ມາ­ຊິກອາຊຽນ.

ສຳ­ລັບກອງປະ­ຊຸມຄວາມໝັ້ນ­ຄົງພະ­ລັງ­ງານໄດ້ເນັ້ນໃສ່ການພັດ­ທະ­ນາການເຊື່ອມຈອດທໍ່ສົ່ງແກ໊ດລະ­ຫວ່າງປະ­ເທດ, ທ່າອຽງການເພີ່ມຂຶ້ນການຊົມ­ໃຊ້ພະ­ລັງ­ງານ, ພະ­ລັງ­ງານນິວເຄຍເພື່ອຜະ­ລິດໄຟຟ້າ, ເພື່ອການພັດ­ທະ­ນາແບບຍືນຍົງໃນພາກພື້ນ, ນອກ­ຈາກນີ້ ຍັງໄດ້ມີການຫາ­ລືກ່ຽວກັບການສ້າງຄວາມອາດສາ­ມາດໃຫ້ກັບບຸກຄະ­ລາກອນຂອງປະ­ເທດສະມາຊິກອາຊຽນ ເພື່ອຄຸ້ມຄອງຄັງແຮຮອງນ້ຳ­ມັນເຊື້ອໄຟ.

ພະ­ລັງ­ງານຖືເປັນປັດໄຈທີ່ສຳ­ຄັນໃນການດຳ­ລົງຊີ­ວິດ ແລະການພັດ­ທະ­ນາ ເສດ­ຖະ­ກິດ ສຳ­ລັບ ສປປ ລາວ ໃນປີ 2014 ທີ່ຜ່ານມາການນຳໃຊ້ນ້ຳ­ມັນເຊື້ອ ໄຟມີປະ­ມານ 1.019 ລ້ານລິດ ໂດຍມີການນຳເຂົ້າ 100% (ປະ­ມານ 80% ນຳເຂົ້າຈາກປະ­ເທດໄທ ແລະ 20% ນຳເຂົ້າຈາກ ສສ ຫວຽດ­ນາມ) ປະ­ຈຸບັນມີບໍ­ລິ­ສັດຜູ້ໃຫ້ບໍ­ລິ­ການນ້ຳ­ມັນເຊື້ອໄຟມີ 22 ບໍ­ລິ­ສັດ ແລະມີສະ­ຖາ­ນີບໍລິ ການຫຼາຍກວ່າ 1.200 ແຫ່ງ.

ກອງປະ­ຊຸມຄັ້ງນີ້ນອກ­ຈາກຈະໄດ້ ປຶກ­ສາວຽກງານທີ່ໄດ້ກ່າວມາແລ້ວຍັງຈະເປັນການກະ­ກຽມລາຍງານໃຫ້ແກ່ ກອງປະ­ຊຸມເຈົ້າໜ້າ­ທີ່ອາ­ວຸ­ໂສພະ­ລັງງານອາຊຽນຄັ້ງທີ 34 ທີ່ຈະຈັດຂຶ້ນທີ່ປະ ເທດມຽນມາ ໃນວັນທີ 12Œ15 ກໍ­ລະ­ກົດ 2016 ທີ່ຈະມາເຖິງນີ້.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...