spot_img
Homeເກັບຕົກ-ເລື່ອງແປກ10 ອາຊີບສຸດແປກ ບໍ່ເຄີຍຮູ້ເລີຍວ່າຈະມີຢູ່ແທ້ໃນໂລກໜ່ວຍນີ້

10 ອາຊີບສຸດແປກ ບໍ່ເຄີຍຮູ້ເລີຍວ່າຈະມີຢູ່ແທ້ໃນໂລກໜ່ວຍນີ້

Published on

ຕອນຍັງນ້ອຍເຄີຍຖືກຖາມວ່າໃຫຍ່ຂຶ້ນມາຢາກເປັນຫຍັງ ຊ່ວງນັ້ນບອກໄດເລີຍວ່າອາຊີບໃນຝັນເຕັມຫົວໄປໝົດນັ້ນກໍ່ຢາກເປັນນີ້ກໍ່ຢາກເປັນ ບໍ່ວ່າຈະເປັນຕຳຫຼວດ, ເປັນຄູ, ເປັນໝໍ, ແຕ່ບໍ່ເຄີຍຄິດທີ່ຈະເຮັດອາຊີບແປກໆ ແລະ ກໍ່ບໍ່ເຄີຍໄດ້ຍິນກ່ຽວກັບອາຊີບແປກໆ ຈົນທາງວາລະສານ List 25 ສຳຫຼວດມາບອກກັນວ່າ ໃນໂລກຂອງເຮົາຍັງມີອີກ 17 ອາຊີບສຸດແປກ ທີ່ຄົນບໍ່ເຄີຍຮູ້ວ່າມັນຈະມີຢູ່ແທ້ໃນໂລກໜ່ວຍນີ້ ເຊິ່ງຈະແປກຂະໜາດໃດນັ້ນເຮົາທ່ເບິ່ງກັນເລີຍ

1. ອາຊີບກຳຈັດຄາບຊິງອົ້ມ (Gum Buster): ຊິງອົ້ມທີ່ຕິດຕາມຝາເຮືອນ, ຝາໂຮງຮູບເງົາ, ຕາມພື້ນຖະໜົນ ແລະ ຈຸດອື່ນໆ ທີ່ແກະບໍ່ອອກສາມາດເອີ້ນໃຊ້ບໍລິການໄດ້

Money_250558_1

2. ອາຊີບເກັບກິ່ນລົມຫາຍໃຈເໝັນ (Breath Odor Evaluator): ບໍລິສັດຜະລິດຊິງອົ້ມ ຫຼື ຜະລິດຕະພັບກຳຈັດກິ່ນປາກຈະຈ້າງຄົນຈຳພວກໜຶ່ງບໍ່ມາງໂດຍບໍ່ໃຫ້ຄົນກຸ່ມນີ້ຖູແຂ້ວ ຫຼື ອານະໄມປາກ ສາເຫດທີ່ເຮັດແບບນີ້ແມ່ນເຈົ້າຂອງຜະລິດຕະພັນຈະໄດ້ເຮັດການທົດລອງກິ່ນປາກກັບສິນຄ້າຂອງພວກເຂົານັ້ນເອງ

250

3. ອາຊີບເບິ່ງແຍງເປັດໃນໂຮງແຮມ(Duck Master): ມີໜ້າທີ່ດູແລຄວາມເປັນຢູ່ຂອງບັນດາເປັດທີ່ໂຊຕົວຢູ່ໃນສະລອຍນ້ຳຂອງໂຮງແຮມ ບໍ່ວ່າຈະເປັນເລື່ອງອາຫານການກິນ ສຸຂະພາບທົ່ວໄປ ແລະ ຝຶກເປັດໃຫ້ຍ່າງພາເຫລດໂຊລູກຄ້າ

558

4. ຄົນໄລ່ກາ (Human Scarecrow): ໃນປະເທດອັງກິດມີອາຊີບຄົນໄລ່ກາເປັນຊ່ອງທາງຫາລາຍຮັບຂອງທຸກເພດທຸກໄວ ຮຽກໄດ້ວ່າເປັນອາຊີບທີ່ປົກປ້ອງພືດພັນ

Scarecrow in wheat field --- Image by © Aurelie and Morgan David de Lossy/cultura/Corbis

5. ຄົນຮັບຈ້າງໂບກລົດ (Professional Hitchhiker): ດ້ວຍການຈາລະຈອນໃນປະເທດອິນໂດເນເຊຍທີ່ມີກົດເກນ ແລະ ຂໍ້ຈຳກັດຫຼາຍຢ່າງ ເຮັດໃຫ້ບັນດາຊາວອິນໂດເນເຊຍກຸ່ມໜຶ່ງປະກອບອາຊີບເປັນຄົນໂບກລົດ ຄອຍເຮັດໜ້າທີ່ເໝືອນໄກດ໌ນຳທ່ຽວນຳພາເຈົ້າຂອງລົດໄປສູ່ຈຸດໝາຍປາຍທາງດ້ວຍຄວາມໄວ ແລະ ປອດໄພ
251

6. ຮັບຈ້າງລຶບສີທີ່ແຫ້ງ (Paint Drying Watcher): ມີບໍລິສັດຮັບຈ້າງກຳຈັດສີເທິງກຳແພງ ຫຼື ພື້ນຖະໜົນ ທີ່ເປັນສີແຫ້ງ ເຖິງຈະເປິເປື້ອນພຽງໃດກໍ່ລຶບສີນັ້ນອອກໄປໄດ້

58-9

7. (Professional Elephant Dresser): ທີ່ປະເທດສີລັງກາໃຫ້ຄວາມສຳຄັນກັບຊ້າງຫຼາຍຈົນເຮັດເປັນອາຊີບສະຕາຍຣລິດປະຈຳຕົວຊ້າງເກີດຂຶ້ນມາໃນໂລກໜ່ວຍນີ້ ໃຜໄດ້ໄປທ່ຽວປາງຊ້າງຂອງສີລັງກາຈະໄດ້ເຫັນຄວາມອະລັງການຂອງຊຸດທີ່ຊ້າງໃສ່ແນ່ນອນ

India --- The Annual March Rajasthan Elephant festival is held in Jaipur the day after Holi. The festival is a revival of a traditional event called Hastimangala to attract tourists. Elephants are dressed up and take part in a procession. Other animals such as horses and camals are also decorated. --- Image by © Jeremy Richards/Corbis

8. ພີ່ລ້ຽງນົກກະຈອກເທດ (Ostrich Babysitter)

ທີ່ແອຟຣິກາໃຕ້ຈະໃສ່ໃຈກັບຄວາມເປັນຢູ່ຂອງນົກກະຈອກເທດຫຼາຍເປັນພິເສດ ເລີຍເກີດມີອາຊີບພີ່ລ້ຽງນົກກະຈອກເທດເກີດຂຶ້ນ

558-2

9. ຊ່າງປົກປິດປ້າຍລົດ (Car Plate Blockers): ກົດໝາຍການໃຊ້ລົດໃຊ້ຖະໜົນຂອງອີ່ຣ່ານພວກເຂົາຈຳກັດວ່າລົດທະບຽນເລກນີ້ສາມາດໃຊ້ຖະໜົນໄດ້ໃນວັນໃດ ດັ່ງນັ້ນເພື່ອຄວາມສະບາຍແລ້ວ ຊາວອີ່ຣ່ານຈິ່ງເລືອກໃຊ້ບໍລິການປົກປິດທະບຽນເລກລົດທີ່ແທ້ຈິງຂອງຕົນເອງ

Sweden --- Green car in field --- Image by © Johan Willner/Etsa/Corbis

10. ເຈົ້າໜ້າທີ່ຈັດລະບຽບຜູ້ໂດຍສານປະຈຳສະຖານີລົດໄຟ (Oshiya): ການເດີນທາງດ້ວຍລົດໄຟໃຕ້ດິນເປັນເສັ້ນທາງຫຼັກຂອງປະເທດຢີ່ປຸ່ນ ຊາວຢີ່ປຸ່ນຈິ່ງໃຊ້ບໍລິການສະຖານີລົດໄຟໃຕ້ດິນເປັນຈຳນວນຫຼາຍ ສົ່ງຜົນຕ້ອງມີຄົນເຮັດໜ້າທີ່ຈັດໜ້າທີ່ຜູ້ໂດຍສານປະຈຳລົດໄຟ ເຊິ່ງມີໜ້າທີ່ຄອຍດັນຜູ້ໂດຍສານເຂົ້າໂບກີ້ລົດໄຟຢ່າງເຕັມກຳລັງ ເພື່ອໃຫ້ລົດໄຟແຕ່ລະທ້ຽວນັ້ນສາມາດບັນຈຸຜູ້ໂດຍສານໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້

1967, Tokyo, Japan --- Oshiyas cram passengers into a subway car in Tokyo's crowded subway. --- Image by © Hulton-Deutsch Collection/CORBIS

ທີ່ມາ: http://money.kapook.com/view119791.html

ບົດຄວາມຫຼ້າສຸດ

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...