spot_img
Homeນານາສາລະ6 ວິທີສ້າງຄວາມສຸກໃນບ່ອນເຮັດວຽກ ເຖິງແມ່ນວ່າຕອນນີ້ທ່ານກຳລັງກຸ້ມໃຈກໍ່ຕາມ

6 ວິທີສ້າງຄວາມສຸກໃນບ່ອນເຮັດວຽກ ເຖິງແມ່ນວ່າຕອນນີ້ທ່ານກຳລັງກຸ້ມໃຈກໍ່ຕາມ

Published on

ຄວາມສຸກຈາກການເຮັດວຽກ ແລະ ຄວາມສຸກໃນສະຖານທີ່ເຮັດວຽກ ຖືເປັນສິ່ງປາດຖະໜາສູງສຸດອີກເລື່ອງໜຶ່ງນອກຈາກເງິນເດືອນທີ່ໄດ້ຮັບ ແຕ່ກໍ່ຄົງຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງພົບກັບບັນຫາໃນສະຖານທີ່ເຮັດວຽກ ວັນນີ້ພວກເຮົາເລີຍມີ 6 ວິທີສ້າງຄວາມສຸກໃນບ່ອນເຮັດວຽກ ເຖິງແມ່ນວ່າຕອນນີ້ທ່ານກຳລັງກຸ້ມໃຈກໍ່ຕາມ ມາຝາກກັນ

1. ສຳຫຼວດຕົ້ນຕໍຂອງບັນຫາ: ກ່ອນຈະແກ້ບັນຫາໄດ້ທ່ານຕ້ອງຮູ້ທີ່ມາຂອງບັນຫານັ້ນກ່ອນ ບາງເທື່ອບັນຫາທີ່ເຮົາກຳລັງພົບຢູ່ນີ້ເປັນບັນຫາພຽງເລັກໜ້ອຍເທົ່ານັ້ນ

2. ກວດສອບການແກ້ໄຂບັນຫາ: ເມື່ອຮູ້ແລ້ວວ່າບັນຫາທ່ານທີ່ພົບນັ້ນແມ່ນຫຍັງກໍ່ແກ້ໄຂບັນຫາຢ່າງມີສະຕິ ພະຍາຍາມເລືອກທາງອອກທີ່ດີທີສຸດສຳລັບທ່ານ ແລະ ຄົນຮອບຂ້າງທ່ານ

3. ປ່ຽນທັກສະນະຄະຕິໃໝ່: ບາງເທື່ອການທີ່ເຮົາພົບກັບບັນຫາໃນບ່ອນເຮັດວຽກມັນກໍ່ບໍ່ແມ່ນສິ່ງທີ່ຮ້າຍແຮງທີ່ສຸດສຳລັບຊີວິດເຮົາ ລອງຄິດທົບທວນດີໆບາງຄັ້ງໃນບັນຫາທີ່ເຮົາພົບນັ້ນມັນໄດ້ສອນບົດຮຽນບາງຢ່າງໃຫ້ກັບຊີວິດເຮົາກໍ່ມີ ຄິດໃນແງ່ດີໄວ້

4. ຈັດໂຕະເຮັດວຽກໃໝ່: ບາງຄັ້ງການຈັດໂຕະເຮັດວຽກໃໝ່ມັນກໍ່ສາມາດເຮັດໃຫ້ທ່ານຮູ້ສຶກສົດຊື່ນ ຫຼື ສະບາຍຕາຂຶ້ນມາໄດ້ ເພາະບັນຍາກາດໜ້າໂຕະເຮັດວຽກແບບເກົ່າໆ ມັນອາດເຮັດໃຫ້ທ່ານຮູ້ສຶກເບື່ອກັບວຽກທີ່ເຮັດເປັນປະຈຳກໍ່ເປັນໄດ້

5. ເພີ່ມເຕີບຄວາມຮູ້ໃໝ່ໆ: ເປີດໃຈຮັບຮູ້ສິ່ງໃໝ່ໆເຂົ້າມາໃນຊີວິດ ບໍ່ພຽງແຕ່ຈະແກ້ໄຂຈຸດອ່ອນຂອງຕົວເອງໄດ້ແລ້ວ ມັນຍັງເປັນປະໂຫຍດແກ່ຕົວທ່ານໄດ້ອີກດ້ວຍ

6. ເຮັດໃຈໃຫ້ສະຫງົບເຂົ້າໄວ້: ເປັນວິທີທີ່ເວົ້າງ່າຍ ແຕ່ເຮັດຍາກທີ່ສຸດຄືການຄວບຄຸມອາລົມຂອງຕົວເອງ ເພາະນີ້ເປັນສາເຫດຫຼັກທີ່ເຮັດໃຫ້ທ່ານຄິດຫຼາຍ, ກັງວົນ, ໃນການເຮັດວຽກ ຮູ້ສຶກບໍ່ມີຄວາມສຸກໃນສະຖານທີ່ເຮັດວຽກ ໃນວຽກທີ່ເຮັດ, ໃຫ້ທ່ານຄິດພຽງວ່ານີ້ເປັນອີກໜຶ່ງວົງຈອນຊີວິດທີ່ຕ້ອງພົບພໍ້ ທຸກຄົນຕ້ອງພົບກັບບັນຫາເລື່ອງວຽກເຊິ່ງບໍ່ມີໃຜຫຼີກລ່ຽງໄດ້ ເມື່ອທ່ານຄິດໄດ້ແບບນີ້ກໍ່ຈະເຮັດໃຫ້ທ່ານຈະບາຍໃຈຂຶ້ນ ແລະ ຜ່ານພົ້ນມັນໄປໄດ້ໃນທີ່ສຸດ

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...