spot_img
Homeຊີວິດແລະຄວາມຮັກ9 ວິທີຄວບຄຸມອາລົມ ເມື່ອເວລາຜິດຖຽງກັນກັບຄົນຮັກ

9 ວິທີຄວບຄຸມອາລົມ ເມື່ອເວລາຜິດຖຽງກັນກັບຄົນຮັກ

Published on

ທຸກໆຄົນກໍ່ຮູ້ດີແລ້ວວ່າ ຫາກມີອາລົມຮ້າຍ ຫຼື ບໍ່ພໍໃຈເກີດຂຶ້ນເມື່ອໃດກໍ່ຈະມີການຜິດຖຽງກັນກັບຄົນຮັກທຸກຄັ້ງ ເຊິ່ງນີ້ກໍ່ເປັນອີກໜຶ່ງສາເຫດທີ່ເຮັດໃຫ້ຄົນຮັກກັນກາຍເປັນຄົນຊັງກັນໄດ້ ຊີວິດ ກັບ ຄວາມຮັກ ວັນນີ້ພວກເຮົາມີວິທີຄວບຄຸມອາລົມເມື່ອເວລາຜິດຖຽງກັນກັບຄົນຮັກມາຝາກກັນ

36beb23ef1. ດັບອາລົມຮ້ອນດ້ວຍການດື່ມນ້ຳ ດື່ມນ້ຳລົງໄປເພື່ອໃຈຈະໄດ້ເຢັນຂຶ້ນ
2. ຫຼີກລ່ຽງການປະເຊີນໜ້າກັນ ຫາກຜິດຖຽງກັນໃໝ່ໆທຸກຄົນຕ່າງຝ່າຍກໍ່ມີອາລົມໂມໂຫຢູ່ ດັ່ງນັ້ນຄວນແຍກກັນກ່ອນ
3. ຫາຍໃຈເຂົ້າເລິກໆຫຼາຍຄັ້ງເພື່ອໃຫ້ຮູ້ສຶກຜ່ອນຄາຍ
4. ຖ້າໃຈຮ້າຍແຮງໆຈົນເຖິງຂັ້ນຄິດຢາກລົງມືຕົບຕີກໍ່ຄວນຍ່າງອອກໄປເຕະກົກກ້ວຍ ຫຼື ຊົກໝອນໝູນ…ແທນກໍ່ພໍ
5. ອອກໄປຍ່າງຫຼິ້ນທາງນອກໃຫ້ສະບາຍໃຈກ່ອນ
6. ນັບເລກໃນໃຈແຕ່ 1-10 ຖ້າຍັງບໍ່ເຊົາໃຈຮ້າຍກໍ່ນັບຂຶ້ນໄປເລື່ອຍໆ
7. ຫຼີກລ່ຽງການຕໍ່ວ່າ ເພາະມັນຍິ່ງຈະເຮັດໃຫ້ເລື່ອງລາວບານປາຍຮ້າຍແຮງຂຶ້ນກວ່າເກົາ
8. ຍິ້ມ, ຫົວ ໃຫ້ກັບບັນຫາທີ່ກຳລັງເກີດ ເຊິ່ງມັນຈະຊ່ວຍປ່ຽນຈາກອາລົມທີ່ເຄັ່ງຕຶງໃຫ້ເບົາບາງລົງ
9. ເຮັດສະມາທິ ຫາກຕອນນີ້ທ່ານກຳລັງໃຈຮ້າຍ, ກຳລັງຄຽດຢູ່ ທ່ານຄວນໄປຢູ່ບ່ອນມິດໆແລ້ວລັບຕາເຮັດສະມາທິຫາຍໃຈເລິກໆແລ້ວຄ່ອຍໆປ່ອຍລົມຫາຍໃຈອອກໄປເຮັດຫຼາຍໆຄັ້ງພຽງເທົ່ານີ້ທ່ານກໍ່ຜ່ອນຄາຍໄດ້ແລ້ວ

ທີ່ມາ:​http://www.siamok.com/s/145658

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...