HomeມູມໄອທີລາວMeizu Pro 6 ເພີ່ມໂຕເລືອກມາໃໝ່ຄື ສີຄຳບົວ ແລະສີແດງ

Meizu Pro 6 ເພີ່ມໂຕເລືອກມາໃໝ່ຄື ສີຄຳບົວ ແລະສີແດງ

Published on

image

ຫຼັງຈາກທີ່ Meizu Pro 6 ເປີດໂຕໄປກ່ອນໜ້ານີ້ແລ້ວ ໂດຍມາພ້ອມກັບສີເຄື່ອງໃຫ້ເລືອກ 3 ສີໄດ້ແກ່: ສີດຳເທົາ, ສີຄຳ ແລະສີເງິນ. ໃນມື້ນີ້ເອງທາງ Meizu ກໍໄດ້ປ່ອຍຮູບຂອງໂຕເຄື່ອງ Meizu Pro 6 ທີ່ມີສີໃໝ່ເພີ່ມເຂົ້າມາຄື: ສີຄຳບົວ ແລະສີແດງ.

image

image

ສຳລັບສະເປັກໂດຍລວມຂອງ Meizu Pro 6 ແມ່ນມາພ້ອມກັບຈໍ Super AMOLED ຂະໜາດ 5.2 ນິ້ວ, ຄວາມລະອຽດ FullHD. ໃຊ້ງານຊິບປະມວນຜົນ MediaTek Helio X25 ພ້ອມກັບ GPU Mali-T880. RAM 4GB ແລະ ROM 32GB/64GB (ຮອງຮັບ microSD ສູງສຸດ 128GB).ແບັດເຕີຣີໃຫ້ມາ 2560mAh ຮອງຮັບລະບົບສາກໄວ

image

image

ຮູບອື່ນໆຂອງໂຕເຄື່ອງ

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...