Homeຂ່າວທ້ອງຖິ່ນຮືຮາກັນອີກແລ້ວ! ປະຊາຊົນແຫ່ໄປຂຸດເອົາຫີນແກ້ວ ຢູ່ເມືອງ ບົວລະພາ

ຮືຮາກັນອີກແລ້ວ! ປະຊາຊົນແຫ່ໄປຂຸດເອົາຫີນແກ້ວ ຢູ່ເມືອງ ບົວລະພາ

Published on

ປະເທດລາວຖືວ່າເປັນປະເທດທີ່ອຸດົມຮັ່ງມີເຕັມໄປດ້ວຍຊັບພະຍາກອນທາງທຳມະຊາດທີ່ອຸດົມສົມບູນ ຄື ດັ່ງຄຳບຸຮານກ່າວໄວ້ວ່າ: ໃນນ້ຳມີປາ ໃນນາມີເຂົ້າ ຊັບໃນດິນສິນໃນນ້ຳ ວ່າງມໍ່ໆມານີ້ກໍ່ມີຂ່າວປະຊາຊົນພາກັນແຫ່ໄປເກັບກ້ອນຄຳທີ່ເປັນຫີນປູທາງ ທີ່ເມືອງໂພນທອງ ແຂວງ ຈຳປາສັກ ແລະ ໃນວັນທີ 17/6/2016 ກໍ່ໄດ້ມີປະຊາຊົນຈຳນວນຫຼາຍໄດ້ພາກັນແຫ່ໄປຂຸດເອົາຫີນແກ້ວ ຢູ່ເມືອງ ບົວລະພາ ແຂວງ ຄຳມ່ວນ

ຕາມການລາຍງານຂອງປະຊາຊົນທ້ອງຖິ່ນໃຫ້ຊາບວ່າ ກ້ອນຫີນແກ້ວທີ່ຂຸດໄດ້ຈະມີລັກສະນະຂາວໃສເໝືອນກັບຫີນສົ້ມ ເຊິ່ງມີນັກທຸລະກິດຊາວຈີນ ແລະ ຊາວຫວຽດນາມສົນໃຈຊື້ກ້ອນຫີນແກ້ວນີ້ ແລະ ປະຊາຊົນກໍ່ໄດ້ພາກັນໄປຂຸດເອົາເພື່ອນຳໄປຂາຍໃຫ້ນັກທຸລະກິດຊາວຈີນ ແລະ ຫວຽດນາມຜູ້ທີ່ຮັບຊື້.

5133 5134 5135 5136 5137

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...