spot_img
Homeຂ່າວການສຶກສາສົກ 2016-2017 ນີ້ ລັດຈະໃຫ້ວິທະຍາໄລເປີດຫຼັກສູດ ປະລິນຍາຕີແລ້ວ

ສົກ 2016-2017 ນີ້ ລັດຈະໃຫ້ວິທະຍາໄລເປີດຫຼັກສູດ ປະລິນຍາຕີແລ້ວ

Published on

ອີງຕາມການລາຍງານຂ່າວຂອງ ສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ ກະຊວງສຶກສາ ແລະກິລາ ຈະອະນຸຍາດໃຫ້ສະຖາບັນການສຶກສາລະດັບຊັ້ນສູງ ຫຼືວິທະຍາໄລ ທັງພາກລັດແລະພາກເອກະຊົນ ສາມາດເປີດຫຼັກສູດການຮຽນ-ການສອນໃນລະດັບປະລິນຍາຕີໄດ້ ໃນສົກການສຶກສາ 2016-2017 ນີ້ ໃນຂະນະທີ່ຈະອະນຸຍາດໃຫ້ ສະຖາບັນການສຶກສາພາກເອກະຊົນ ສ້າງຕັ້ງເປັນມະຫາວິທະຍາໄລໄດ້ພາຍໃນປີ 2020.

ພາຍຫຼັງທີ່ໃນຫຼາຍປີທີ່ຜ່ານມາ ໄດ້ເກີດສະພາບຄວາມເຫຼືອບໍ່ພໍຂອງບຸກຄະລາກອນ ທີ່ຈະບັນຈຸເຂົ້າໃສ່ໜ້າວຽກໃນຂົງເຂດຕ່າງໆ ໃນຂະນະທີ່ສະຖາບັນການສຶກສາລະດັບຊັ້ນສູງຂຶ້ນໄປຈະມີຄົນສະໝັກເຂົ້າຮຽນຫຼາຍເກີນໄປ ໂດຍສະເພາະບາງວິຊາຄື ເສດຖະສາດ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ບັນຊີ… ພ້ອມກັນນັ້ນບັນດິດທີ່ຈົບມາຈຳນວນຫຼາຍ ກໍບໍ່ໄດ້ຄຸນນະພາບ ເມື່ອຮຽນຈົບແລ້ວບໍ່ມີວຽກເຮັດທີ່ກົງກັບວິຊາທີ່ຮຽນມາ. ກົງກັນຂ້າມກັບສະຖານບັນການສຶກສາລະດັບຊັ້ນຕົ້ນ-ຊັ້ນກາງ ຫຼືໃນລະດັບວິຊາຊີບ ມັກຈະບໍ່ຄ່ອຍມີຜູ້ສະໝັັກເຂົ້າຮຽນພໍເທົ່າໃດ ໂດຍສະເພາະແມ່ນວິຊາ ທີ່ກ່ຽວກັບປູກຝັງ-ລ້ຽງສັດ, ກໍ່ສ້າງ, ຊ່າງສີມື… ເຮັດໃຫ້ທຸລະກິດພາກການຜະລິດຂາດແຄນແຮງງານທີ່ມີສີມື. ເມື່ອເປັນດັ່ງນັ້ນ, ລັດຖະບານ ກໍຄືກະຊວງສຶກສາຈຶ່ງໄດ້ປະຕິຮູບການສຶກສາຄືນໃໝ່ ໜຶ່ງໃນນັ້ນກໍຄືອອກມາຕະການ ໃຫ້ສະຖາບັນການສຶກສາພາກເອກະຊົນຢຸດຕິການຮຽນ-ການສອນ ໃນລະດັບປະລິນຍາຕີໄວ້ ໃນປີ 2013 ທີ່ຜ່ານມາ.

ແນວໃດກໍຕາມ, ເມື່ອບໍ່ດົນມານີ້ ກໍໄດ້ສັນຍານຈາກກະຊວງສຶກສາແລະກິລາວ່າ ຈະອະນຸຍາດໃຫ້ບັນດາສະຖານບັນການສຶກສາ ຊັ້ນກາງ-ຊັ້ນສູງ ໂດຍສະເພາະສະຖາບັນໃດທີ່ເຫັນວ່າມີມາຕະຖານຄົບຖ້ວນເໝາະສົມ ສາມາດເປີດສອນໃນລະດັບປະລິນຍາຕີໄດ້ໃນສົກການສຶກສາ 2016-2017 ນີ້. ພ້ອມກັນນັ້ນ ກໍຍັງຈະເປີດໄຟຂຽວໃຫ້ພາກເອກະຊົນສາມາດສ້າງຕັ້ງ ເປັນມະຫາວິທະຍາໄລໄດ້ພາຍໃນປີ 2020.

5

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...