spot_img
Homeຂ່າວພາຍ​ໃນລັດ​ຈະ​ເລີ່ມ​ປະ­ຕິ­ບັດ ​ລະ­ບົບ​ອາ­ກອນ​ແບບ ​ກະ­ທັດ​ຮັດ​ສຳ­ລັບ​ ທຸ­ລະ​ກິດ​ຂະໜາດ​ນ້ອຍ

ລັດ​ຈະ​ເລີ່ມ​ປະ­ຕິ­ບັດ ​ລະ­ບົບ​ອາ­ກອນ​ແບບ ​ກະ­ທັດ​ຮັດ​ສຳ­ລັບ​ ທຸ­ລະ​ກິດ​ຂະໜາດ​ນ້ອຍ

Published on

ເພື່ອ​ເຮັດ​ໃຫ້​ຜູ້​ປະ­ກອບ​ການໂດຍ​ສະ­ເພາະ​ແມ່ນ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ​ສາ­ມາດ​ດຳ­ເນີນ​ທຸ­ລະ​ກິດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ​ຄວາມ​ໂປ່ງ​ໃສ​ທາງ​ກົມ​ສ່ວຍ​ສາອາ­ກອນ​ກຳ­ລັງ​ນຳ​ໃຊ້​ລະ­ບົບ​ສ່ວຍ​ສາ​ອາ­ກອນ​ແບບ​ໃໝ່​ທີ່​ກະ­ທັດ​ຮັດ ຊຶ່ງ​ຈະ​ເລີ່ມ​ປະ­ຕິ­ບັດ​ໃນ​ເດືອນ​ຕຸ­ລາ​ນີ້ ຢູ່​ບາງ​ເມືອງ​ຂອງ​ນະ­ຄອນ­ຫຼວງ ແລະ ​ແຂວງ​ຫຼວງ​ພະ​ບາງ ພາຍ­ຫຼັງ​ຜ່ານ​ການ​ທົດ​ລອງ​ມີ​ຜົນ​ທາງ​ບວກ​ທ້າຍ​ປີ 2017 ຈະ​ນຳ​ໃຊ້​ໃນ​ທົ່ວ​ປະ­ເທດ.

ວັນ​ທີ 6 ມິ­ຖຸ­ນາ 2016 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ອົງ­ການ​ການ​ເງິນ​ສາ­ກົນ (IFC) ຊຶ່ງ​ເປັນ​ກຸ່ມ​ທະ­ນາ­ຄານ​ໂລກ ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ສປປ ລາວ ໃນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ລະ­ບົບ​ສ່ວຍ​ສາ​ອາ­ກອນ​ທີ່​ໄດ້​ຮັບ​ການ​ປັບ­ປຸງ ເພື່ອ​ເຮັດ​ໃຫ້​ຜູ້​ປະ­ກອບ​ການ​ສາ­ມາດ​ດຳ­ເນີນ​ທຸ­ລະ​ກິດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ ​ໂປ່ງ​ໃສ.

ໂດຍ​ລະ­ບົບ​ສ່ວຍ​ສາ​ອາ­ກອນ​ທີ່​ໂປ່ງ​ໃສ ແລະ​ກະ­ທັດ​ຮັດ ແມ່ນ​ສຳ­ຄັນ​ເພື່ອ​ຊ່ວຍໜູນ​ບັນ­ຍາ­ກາດ​ໃນ​ການ​ລົງ­ທຶນ​ໃຫ້​ມີ​ສະ­ຖຽນ​ລະ​ພາບ ແລະ​ແຂງ­ແຮງ ປະ­ກອບ ສ່ວນ​ຕໍ່​ກັບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ­ຖະ­ກິດ ແລະ​ການ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ຕະ­ຫຼອດ​ຫຼາຍ​ປີ­ຜ່ານ­ມາ​ທະ­ນາ­ຄານ​ໂລກ ໄດ້​ໃຫ້​ຄຳ​ແນະ­ນຳ​ແກ່​ລັດ­ຖະ­ບານ​ລາວ ໃນ​ການ​ປັບ­ປຸງ​ລະ­ບົບ​ສ່ວຍ​ສາ​ກອນ​ທີ່​ເປັນ​ມິດ​ກັບ​ການ​ດຳ­ເນີນ​ທຸ­ລະ​ກິດ​ຫຼາຍ​ຂຶ້ນ ຊຶ່ງ​ຈະ​ເພີ່ມ​ຄວາມ​ມີ​ປະ­ສິດ­ທິ­ພາບ​ໃຫ້​ແກ່​ບໍ­ລິ­ສັດ ໂດຍ​ສະ­ເພາະ​ແມ່ນ​ທຸ­ລະ​ກິດ​ຂະໜາດ​ຈຸ​ລະ​ພາກ, ນ້ອຍ ແລະ​ກາງ  ໃນ​ການ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ສ່ວຍ​ສາ​ອາ­ກອນ.

ໃນ​ລະ­ຫວ່າງ ວັນ​ທີ 23 ພຶດ­ສະ­ພາ ຫາ 9 ມິ­ຖຸ­ນາ  2016, ເຈົ້າ​ໜ້າ­ທີ່​ສ່ວຍ​ສາ​ອາ­ກອນ​ຫຼາຍ​ກວ່າ 60 ທ່ານ ຈາກ​ທຸກ​ເມືອງ ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ທຸກ​ແຂວງ ໄດ້​ຮັບ​ການ​ຝຶກ​ອົບ­ຮົມ​ໃຫ້​ເປັນ​ຄູ​ຝຶກ ໂດຍ​ການ​ຮ່ວມ​ມືລະ­ຫວ່າງ​ກົມ​ສ່ວຍ​ສາ​ອາ­ກອນ​ຂອງ​ກະ ຊວງ​ການ​ເງິນ ແລະ IFC ເພື່ອ​ຮັບ­ປະ­ກັນການ​ນຳ​ໃຊ້​ວິ­ທີ​ການ​ຄຸ້ມ​ຄອງ​ແບບ​ໃໝ່ໄດ້​ຖືກ­ຕ້ອງ ແລະ ​ສອດ­ຄ່ອງ​ກັນ.

ທ່ານ ບຸນ​ນຳ ຈຸນ​ລະ​ບຸດ​ດີ ຮອງ​ໜ້າກົມ​ສ່ວຍ​ສາ​ອາ­ກອນ ກ່າວ​ວ່າ​ເຈົ້າ​ໜ້າທີ່​ສ່ວຍ​ສາ​ອາ­ກອນ​ປະ­ຈຳ­ເມືອງ ຕ້ອງເຂົ້າ­ໃຈ​ຫຼັກ­ການ ແລະ​ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ອາ­ກອນ​ແບບ​ໃໝ່​ໃຫ້​ເລິກ­ເຊິ່ງ ເພື່ອ​ປັບ­ປຸງ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ໃຫ້​ຄຳ ແນະ­ນຳ​ວິ­ທີ​ການ​ປະ­ຕິ­ບັດ​ແກ່​ຜູ້​ເສຍ​ອາກອນ  “ການ​ຝຶກ​ອົບ­ຮົມ​ດັ່ງ­ກ່າວ​ນີ້ ຈະເຮັດ​ໃຫ້​ພະ­ນັກ­ງານ​ສ່ວຍ​ສາ​ອາ­ກອນ ເມືອງ​ມີ​ຄວາມ​ພ້ອມ​ໃຫ້­ການ​ສະ­ໜັບ​ສະໜູນ​ຜູ້​ເສຍ​ອາ­ກອນ​ຂະ­ໜາດ​ນ້ອຍ​ໃຫ້​ສາ­ມາດ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ການ​ອາ­ກອນແບບ​ໃໝ່ ແລະ​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ນຳໃຊ້​ບັນ­ຊີ​ຂັ້ນ​ພື້ນ­ຖານ​ທີ່​ແທດ­ເໝາະ​ກັບ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ​ໄດ້.

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບົບ​ສ່ວຍ​ສາ ອາ­ກອນ​ແບບ​ໃໝ່​ສຳ­ລັບ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ​ຈະ​ເລີ່ມ​ຕົ້ນ​ໃນ ເດືອນ​ຕຸ­ລາ 2016 ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ­ຫຼັງ​ຜ່ານ​ການ​ທົດ​ລອງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ ເມືອງ​ໄຊ​ເຊດ​ຖາ, ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ​ເມືອງ​ຫຼວງ​ພະ​ບາງ ແຂວງ​ຫຼວງ​ພະ ບາງ, ສຳ­ລັບ ທົ່ວ​ປະ­ເທດ ຈະ​ຖືກ​ນຳ​ໃຊ້ ໃນ​ປີ 2017.

ທ່ານ ພົງ​ສະ­ຫວັນ ພົມ​ກອງ ຫົວ­ໜ້າ ຫ້ອງ­ການ IFC ປະ­ຈຳ ລາວ ກ່າວ​ວ່າ “ຂັ້ນ​ຕອນ​ການ​ເສຍ​ອາ­ກອນ​ແບບ​ກະ­ທັດ ດັ່ງ­ກ່າວ ຈະ​ປັບ­ປຸງ​ຄວາມ​ໂປ່ງ​ໃສ​ໃຫ້​ແກ່ ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ຊຶ່ງ​ເປັນ​ການ​ຊຸກ ຍູ້​ໃຫ້​ທຸ­ລະ​ກິດ​ດັ່ງ­ກ່າວ​ມາ​ຂຶ້ນ​ທະ­ບຽນ ອາ­ກອນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ”. “IFC ຈະ ໃຫ້­ການ​ຊ່ວຍ­ເຫຼືອ​ແກ່​ເຈົ້າ​ໜ້າ­ທີ່ ສປປ ລາວ ໃນ​ການ​ປັບ­ປຸງ​ລະ­ບົບ​ສ່ວຍ​ສາ​ອາ ກອນ​ຕໍ່​ໄປ ແລະ​ສ້າງ​ຄວາມ​ສະ­ດວກ​ແກ່ ທຸ­ລະ​ກິດ​ໃນ​ການ​ຈ່າຍ​ອາ­ກອນ, ສົ່ງ­ເສີມ ໃຫ້​ທຸ­ລະ​ກິດ​ມີ​ການ​ເຕີບ​ໂຕ ແລະ​ສ້າງວຽກ​ເຮັດ​ງານ​ທຳ.”

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...