Homeນານາສາລະຂໍ້ດີຂອງການດື່ມນ້ຳໝາກພ້າວອ່ອນ.

ຂໍ້ດີຂອງການດື່ມນ້ຳໝາກພ້າວອ່ອນ.

Published on

ຫຼາຍໆຄົນອາດຈະຮູ້ກັນແນ່ແລ້ວກ່ຽວກັບຄຸນປະໂຫຍດ ແລະ ສັບພະຄຸຂອງນ້ຳໝາກພ້າວ ແຕ່ມື້ນີ້ເຮົາໄດ້ມີຂໍ້ມູນເພີ່ມເຕີມອີກຫຼາຍຢ່າງທີ່ຫຼາຍຄົນອາດຈະບັງບໍ່ທັງຮູ້ເທື່ອ. ດັ່ງນັ້ນ, ເຮົາຈຶ່ງມີຂໍ້ມູນບາງສ່ວນທີ່ອາດຈະເປັນປະໂຫຍດກັບຫຼາຍໆທ່ານໄດ້ຮູ້ໄວ້ກໍ່ບໍ່ເສຍຫາຍຫຍັງ.

ນ້ຳໝາກພ້າວແມ່ນຊ່ວຍຫຼຸດອາການກ່ອນມີປະຈຳເດືອນຂອງແມ່ຍິງທຸກຄົນ ເຊິ່ງເປັນເລື່ອງທຳມະຊາດ ແລະ ບໍ່ສາມາດຫຼີກລ້ຽງໄດ້ເປັນຕົ້ນແມ່ນອາການເຈັບຫົວ, ເຈັບທ້ອງນ້ອຍ ຫຼື ມີອາລົມທີ່ປ່ຽນແປງຢູ່ຕະຫຼອດເວລາ. ກາດື່ມນ້ຳໝາກພ້ອມພ້ອມກັບກິນເນື້ອອ່ອນນັ້ນຮ່າງກາຍຈະໄດ້ທັງ (Estrogen) ແລະ (Progesterone). ເຊິ່ງຈະໄປອອກລິດຕ້ານຮໍໂມນ (androgen) ເຮັດໃຫ້ສິວຫຼຸດລົງ, ຜິວພັນລຽບນຽນ ແລະ ມີສຸຂະພາບຜິວດີຂຶ້ນເໝາະກັບຜູ້ມັກມີບັນຫາກັບການເປັນສິວ.

ຊ່ວຍຕັບທຳລາຍສານ (estrone) ເຊິ່ງເປັນສານທີ່ຖືກປ່ຽນໄປເປັນຮໍໂມນ (Estrogen) ໃຫ້ກາຍເປັນສານ (estriol) ທີ່ຖືວ່າເປັນຮູບຮ່າງຂອງ (Estrogen) ທີ່ປອດໄພທີ່ສຸດ. ຜູ້ທີ່ດື່ມນ້ຳໝາກພ້າວເປັນປະຈຳຈະສາມາດປ້ອງກັນມະເຮັງເຕົ້ານົມໄດ້ ເພາະໃນນ້ຳໝາກພ້າວຈະມີສານທີ່ຊ່ວຍຮັກສາສົມດຸດ (Estrogen) ໄດ້ ແລະ ຍັງຊ່ວຍຫຼຸດອາການຮ້ອນຕົນຕົວ ຫຼື ເຫື່ອໄຫຼອອກກາງຄືນໃນຜູຍິງໄວໝົດປະຈຳເດືອນອີກດ້ວຍ.

ນອກຈາກນີ້, ນ້ຳກໝາກພ້າວຍັງສາມາດນຳເອົາມາລ້າງໜ້າໄດ້ນຳເພື່ອໃຫ້ສົດໃສເປັ່ງປັ່ງ ເນື່ອງຈາກວ່າໃນນ້ຳໝາກພ້າວປະກອບໄປດ້ວຍເກືອແຮ່ ແລະ ຍັງເປັນກົດອ່ອນໆທີ່ຊ່ວຍຜັດປ່ຽນເຊລຜິວໃຫ້ສົດໃສຢູ່ສະເໝີນຳ. ສຳລັບທ່ານໃດທີ່ມັກສະປາ ຫຼື ອາບນ້ຳແຮ່ໃຊ້ເປັນນ້ຳໝາກພ້າວແທນກໍ່ໄດ້ ເພາະສາມາດຊຶມເຂົ້າຜິວໄດ້ດີເມື່ອອາບເລື້ອຍໆຈະເຮັດໃຫ້ຜິວພັນເຕັງຕຶງເປັນທຳມະຊາດ.

ຂໍ້ຄວນລະວັງ:
ສຳລັບໄວລຸ້ນຖ້າຈະດື່ມນ້ຳໝາກພ້າວບໍ່ຄວນດື່ມຂະນະທີ່ມີປະຈຳເດືອນ ເພາະອາດເຮັດໃຫ້ມີອາການໄຂ້ເນື່ອງຈາກນ້ຳໝາກພ້າວເປັນສານອາຫານທີ່ໃຫ້ພະລັງງານສູງ ແລະ ເຮັດໃຫ້ປະຈຳເດືອນມາຫຼາຍມື້ກວ່າເກົ່າຄວນງົດກ່ອນມີປະຈຳເດືອນປະມານ 5 ມື້.

 

ຂໍ້ມູນໂດຍ: ນັກຂ່າວເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...