spot_img
Homeປ່ອງຢ້ຽມດວງດາວ15 ເລື່ອງແປກຈາກຫ້ວງອາວະກາດ ທີ່ເຮົາບໍ່ເຄີຍຮູ້

15 ເລື່ອງແປກຈາກຫ້ວງອາວະກາດ ທີ່ເຮົາບໍ່ເຄີຍຮູ້

Published on

ເຖິງແມ່ນວ່າຕອນນີ້ນັກດາລາສາດ ແລະ ນັກວິທະຍາສາດຈະມີຂໍ້ມູນກ່ຽວກັບອາວະກາດເຕັມໄປໝົດ ແຕ່ຢູ່ໃນພາບໃຕ້ຄວາມມືດມິດ ແລະ ໄລຍະຫ່າງທີ່ຍາວໄກ ຍັງມີຫຼາກຫຼາຍເລື່ອງລາວທີ່ພວກເຮົາອາດຍັງບໍ່ຮູ້ ໂດຍສະເພາະ 15 ເລື່ອງແປກໃນຫ້ວງອາວະກາດ ທີ່ເຮົານຳເອົາຄວາມຈິງມາບອກກັນໃນວັນນີ້

ແສງລຶກລັບທີ່ຂອບຈັກກະວານ

ນັກວິທະຍາສາດບໍ່ສາມາດລະບຸໄດ້ຊັດເຈນວ່າແມ່ນສິ່ງໃດ ແຕ່່ຫຼັງຈາກມີການຄົ້ນພົບ ແລະ ສຳຫຼວດ ນັກວິທະຍາສາດລະບຸວ່າໜ້າຈະແມ່ນວັດຖຸທີ່ມີແສງເຈີດຈ້າ ເຊິ່ງຢູ່ຫ່າງຈາກໂລກປະມານຮ້ອຍລ້ານປີແລ້ວ ແລະ ສາມາດປ່ອຍພະລັງງານຫຼາຍກວ່າກະແລັກຊີທາງຊ້າງເຜືອກເຖິງ 1,000ເທົ່າ

q1_13

2. ດາວເສົາເບົາຈົນລອຍນ້ຳໄດ້

ດາວເສົາຈະມີຄວາມໜາແໜ້ນພຽງ 0.687 ກຣາມຕໍ່ລູກບາດຊັງຕີແມັດ ໃນຂະນະທີ່ຄວາມໜາຂອງນ້ຳຢູ່ທີ່ 0.998 ກຣັມຕໍ່ລູກບາດຊັງຕີແມັດເທົ່ານັ້ນ

converted PNM file
converted PNM file

3. ຂອງເຫຼວຈະປ່ຽນເປັນຮູບຊົງກົມເມື່ອຢູ່ເທິງອາວະກາດ

ຫາກເວົ້າໄປຕາມທໍລະນີ້ສາດຂອງເຫຼວຈະປ່ຽນຮູບຮ່າງໄປຕາມພາສະນະທີ່ໃຊ້ ແຕ່ເມື່ອຂອງເຫຼວຢູ່ເທິງອາວະກາດແລ້ວມັນຈະປ່ຽນເປັນຊົງກົມທັນທີ

4. ດວງຈັນເຄື່ອນຕົວຫ່າງໂລກປີລະ 3.8 ຊມ

ສາເຫດນັ້ນກໍ່ເນື່ອງມາຈາກໂລກໝູນຮອບຕົວເອງໄວກວ່າຮອບໂຄຈອນ ຂອງດວງຈັນ ເຊິ່ງມັນກໍ່ຄ້າຍກັບປະກົດການນ້ຳຂຶ້ນນ້ຳລົງນັ້ນເອງ

q4_8

5. ແສງຕະເວັນມີອາຍຸຫຼາຍກວ່າ 30,000 ປີ

ເຊື່ອບໍ່ວ່າແສງຕະເວັນທີ່ເຮົາເຫັນນີ້ມີອາຍຸຫຼາຍກວ່າ 30,000 ປີແລ້ວ ນັບຕັ້ງແຕ່ມີພະລັງງານເກີດຂຶ້ນໃນແກນກາງ ແລະ ແຊກຊຶມຜ່ານອະນຸພາບຂອງດວງຕະເວັນ ຈົນໄດ້ເປັ່ງແສງອອກມາຈາກພື່ນຜິວ ແລະ ກະຈາຍໄປທົ່ວທັງຫ່ວງອາວະກາດ ໂດຍແສງເຫຼົ່ານີ້ຖືກສົ່ງມາທີ່ໂລກຂອງເຮົາພາຍໃນ 8 ນາທີເທົ່ານັ້ນ ໂດຍພິສູດຈາກການປ່ຽນແປງຂອງພື່ນຜິວ

q6_5

6. ໂລກອາດມີດວງຈັນດວງທີ 2

ໃນປີ ຄ.ສ 1986 ນັກວິທະຍາສາດນາມວ່າ ດັນແຄນ ວໍລົດຣອນ ຄົ້ນພົບວັດຖຸແປກປະຫຼາດໂຄຈອນຮອບດວງຕະເວັນ ໃນລັກສະນະວົງຣີ ແຕ່ຕໍ່ມາວັດຖຸດັ່ງກ່າວມີແຮວໂນ້ມວ່າຈະກັບມາໂຄຈອນຮອບໂລກ ແລະ ສັນນິຖານກັນວ່າຈະເປັນບໍລິວານ ຫຼື ດາວຈັນດວງທີ 2 ຂອງເຮົາ ນັບຕັ້ງແຕ່ວັນນັ້ນຕົນເຖິງວັນນີ້ມີການຄົ້ນພົບວັດຖຸໃນລັກສະນະດຽວກັນນີ້ອີກ 3 ດວງແລ້ວ ແຕ່ຖືກຈັດໃຫ້ເປັນດາວເຄາະນ້ອຍ

q7_5

8. ມະນຸດສູງເພີ່ມ 2 ນິ້ວເທິງ ອາວະກາດ

ບໍ່ວ່າໃຜກໍ່ຕາມທີ່ໄດ້ຂຶ້ນໄປຢູ່ໃນຫ້ວງອາວະກາດແລ້ວຄວາມສູງກໍ່ຈະເພີ່ມຂຶ້ນ 2 ນິ້ວທັນທີ ນັ້ນເປັນເພາະວ່າເທິງຫ້ວງອະວາກາດບໍ່ມີແຮງດຶງດູດ ສົ່ງຜົນໃຫ້ກະດູກສັນຫຼັງຂອງຄົນເຮົາສາມາດຢືດຕົວໄດ້ຍາວຂຶ້ນນັ້ນເອງ ແຕ່ຫາກເມື່ອໃດທີ່ທ່ານກັບຄືນມາທີ່ໂລກ ຄວາມສູງຂອງທ່ານກໍ່ຈະກັບມາຫົດລົງເທົ່າເກົ່າ

q778

9. ດາວເພັດ

ໃນປີ ຄ.ສ 2004 ນັກດາລາສາດຄົ້ນພົບດາວທີ່ມີໂຄງສ້າງກຽວກັບເພັດທັງໝົດ ໂດຍມີເສັ້ນຜ່າສູນກາງກ້ວາງກວ່າ 4,000 ກິໂລແມັດ ແລະ ຕີຄ່າອອກເປັນກະຣັດໄດ້ບໍ່ຕ່ຳກວ່າ 1 ແສນລ້ານລ້ານກະຣັດ ໂດຍຢູ່ຫ່າງຈາກໂລກໄປປະມານ 50 ປີແສງ ລັກສະນະພາບນອກດວງດາວດັ່ງກ່າວຫໍ່ຫຸ້ມດ້ວຍຜະລຶກສິຂາວ ສ່ວນພາຍໃນປະກອບດ້ວຍຜະລຶດຄາຣບອນ ເຊິ່ງນັບວ່າເປັນເພັດທີ່ໃຫຍ່ທີ່ສຸດໃນຈັກກະວານເລີຍ

q89

10. ດວງຕະເວັນຫົດຕົວ

ທຸກໆປະກົດການຂອງລົມສຸລິຍະ ທີ່ພຸ່ງອອກຈາກພື້ນຜິວຂອງດວງຕະເວັນແຕ່ລະຄັ້ງ ຈະສູນເສຍມວນຮວມໄປປະມານ 2 ລ້ານໆກິໂລກຣັມຕໍ່ວິນາທີ ຄ້າຍກັບຄົນທີ່ກຳລັງອົດອາຫານແລ້ວຕ້ອງສູນເສຍມວນກ້າມເນື້ອ ແຕ່ທັງນີ້ບໍ່ວ່າຈະເທິງດວງຕະເວັນຈະເກີດລົມສຸລິຍະມາແລ້ວຈັກເທື່ອກໍ່ຕາມ ແຕ່ວ່າດວງຕະເວັນກໍ່ຍັງມີຂະໜາດໃຫຍ່ ແລະ ສາມາດໃຫ້ແສງສະຫວ່າງໄດ້ຢູ່ສະເໝີ

q910

11. ຮອຍຕີນເທິງດວງຈັນບໍ່ມີວັນລົບເລືອນ

ສາເຫດທີ່ເປັນແນວນີ້ກໍ່ເພາະວ່າເທິງດວງຈັນຈະບໍ່ມີອາກາດ ແລະ ລົມນັ້ນເອງ

q11_3

12. ດວງຈັນເຮືອງແສງໄດ້

ນັກບິນອາວະກາດອະທິບາຍວ່າເປັນແສງສະທ້ອນຈາກອະນຸພາບນ້ອຍທີ່ລອຍຕົວຢູ່ເໜືອພື້ນຜິວດວງຈັນ ບໍ່ແມ່ນການເຮືອງແສງແຕ່ຢ່າງໃດ

q12_2

13. ໜຶ່ງວັນໃນດາວສຸກເທົ່າກັບ 243 ວັນເທິງໂລກ

ເປັນອີກເລື່ອງໜຶ່ງທີ່ໜ້າປະຫຼາດໃຈ ໄລຍະເວລາໂຄຈອນຮອບຕົວຂອງດາວສຸກກິນເວລາດົນເປັນປີ ຫຼື ປະມານ 243 ວັນ ໃຂະນະທີ່ໃຊ້ເວລາໂຄຈອນຮອບດວງຕະເວັນພຽງ 225 ວັນເທົ່ານັ້ນ ນອກຈາກນີ້ຍັງເປັນດາວເຄາະທີ່ມີລັກສະນະແຕກຕ່າງໄປຈາກດາວເຄາະດວງອື່ນໆ ເພາະດາວສຸກຈະໝູນວຽນຕາມເຂັມໂມງ ໃນຂະນະດາວດວງອື່ນໝູນສອນທາງເຂັມໂມງ

q13

14. ທາງຊ້າງເຜືອກກໍ່ມີບໍລິວານ

ຫຼາຍຄົນອາດຍັງບໍ່ທັນຮູ້ວ່າກາແລັກຊີທາງຊ້າງເຜືອກຂອງເຮົາກໍ່ມີບໍລິວານເຊັ່ນດຽວກັນ ໂດຍຄາດວ່າຈະມີບໍລິວານຢ່າງໜ້ອຍ 15 ດວງ ລັກສະນະດຽວກັບດວງຈັນທີ່ໂຄຈອນຮອບໆໂລກຂອງເຮົານັ້ນແຫຼະ

q14_1

15. ນ້ຳກ້ອນເທິງດາວພລູໂຕແຂງກວ່າໂລຫະ

ສຳລັບດາວເຄາະທີ່ຢູ່ໃນລະບົບສຸລິຍະຈັກກະວານນັ້ນຍິ່ງໃກຍິ່ງໜາວ ໂດຍພິສູດຈາກອຸນຫະພູມເທິງດາວ  ພລູໂຕທີ່ມີອຸນກະພູມຕິດລົບເຖິງ 234.4 ອົງສາ ແລະ ນ້ຳກ້ອນທີ່ຢູ່ເທິງດາວພລູໂຕຈະແຂງກວ່າໂລຫະທີ່ຢູ່ເທິງໂລກເຮົາ

ທີ່ມາ: http://men.kapook.com/view69186.html

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...