spot_img
Homeປ່ອງຢ້ຽມດວງດາວປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(5)

ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(5)

Published on

laopost-satC1
ຈາກຮູບຖ່າຍດາວພະຫັດເມື່ອວັນທີ 21 ເມສາ 2014 ສະແດງໃຫ້ເຫັນວ່າ ສ່ວນທີ່ມີຊື່ສຽງທີ່ສຸດຂອງດາວພະຫັດ ຈຸດແດງໃຫຍ່ ທີ່ເກີດຈາກພາຍຸແລະມີຂະໜາດໃຫຍ່ກວ່າໂລກຫຼາຍເທົ່າ ກັບມີຂະໜາດນ້ອຍລົງເມື່ອທຽບກັບຮູບຖ່າຍຈາກສະໄໝກ່ອນ.

laopost-satC2
ຮູບຂອງດາວເສົາ ຖ່າຍໂດຍຍານສໍາຫຼວດ Cassini ເມື່ອວັນທີ 19 ສິງຫາ 2012 ຖ້າສັງເກດີໆ ຢູ່ທາງເບື້ອງຊ້າຍເທິງສຸດທ່ານຈະພົບກັບ “ທີທິສ” ດາວບໍລິວານຂອງດາວເສົາ ຂະໜາດເສັ້ນຜ່າສູນກາງ 1,062 ກິໂລແມັດ ຮູບນີ້ຖ່າຍເມື່ອຕອນທີ່ຍານໂຄຈອນຫ່າງຈາກດາວເສົາໄປປະມານ 2.4 ລ້ານກິໂລແມັດ.

laopost-satC3
ເສັ້ນໃຍຈາກດວງຕາເວັນລອຍຄ້າງຢູ່ໃນຊັ້ນບັນຍາກາດ ພາຍຫຼັງຈາກທີ່ປະທຸຂຶ້ນຈາກຜິວດາວໄປສູ່ຫ້ວງອະວະກາດເມື່ອວັນທີ 31 ສິງຫາ 2012 ການປະທຸຂອງໂຄໂຣນາຈາກດວງຕາເວັນນັ້ນມີຄວາມສາມາດເຄື່ອນທີ່ໄປດ້ວຍຄວາມໄວກວ່າ 1,448 ກມ/ວິນາທີ ແຕ່ໂຊກດີທີ່ການປະທຸຄັ້ງນີ້ບໍ່ໄດ້ມີທິດທາງມຸ່ງມາຍັງໂລກໂດຍກົງ ແຕ່ເຖິງປານນັ້ນກໍຍັງສົ່ງຜົນກະທົບຕໍ່ສະໜາມແມ່ເຫຼັກໂລກ ແລະເຮັດໃຫ້ເກີດປາກົດການອໍໂຣຣາໃນຄືນວັນທີ 3 ກັນຍາ 2012 ສ່ວນຮູບເທິງນີ້ເປັນການປຽບທຽບຂະໜາດຂອງໂລກກັບການປະທຸຄັ້ງດັ່ງກ່າວຂອງດວງຕາເວັນ.

laopost-satC4
ກະສວຍອະວະກາດ Challenger ຂະນະລອຍລໍາໃນວົງໂຄຈອນ ຖ່າຍໂດຍດາວທຽມ Space Pallet Satellite (SPAS) ເມື່ອວັນທີ 22 ມິຖຸນາ 1983.
laopost-satC5
ຈຸດແດງໃຫຍ່ເທິງດາວພະຫັດ ຖ່າຍໂດຍຍານສໍາຫຼວດ Voyager 1 ຂອງອົງການນາຊາ ເມື່ອປີ 1979 ໂດຍຈຸດແດງໃຫຍ່ທີ່ເຫັນນີ້ເປັນລົມພາຍຸຮຸນແຮງທີ່ເກີດຈາກຄວາມກົດດັນບັນຍາກາດສູງ ມີຂະໜາດໃຫຍ່ກວ່າໂລກເຖິງ 3.5 ເທົ່າ ຕັ້ງຢູ່ໃນຊີກໃຕ້ຂອງດາວພະຫັດ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...