spot_img
Homeນານາສາລະວິທີການນຳສະເໜີວຽກໃຫ້ຖືກໃຈຫົວໜ້າ ແລະ ລູກຄ້າ

ວິທີການນຳສະເໜີວຽກໃຫ້ຖືກໃຈຫົວໜ້າ ແລະ ລູກຄ້າ

Published on

ຫາກຕອນນີ້ທ່ານກຳລັງມີແນວຄວາມຄິດດີໆທີ່ຈະໄປນຳສະເໜີຕໍ່ຫົວໜ້າ ແລະ ລູກຄ້າເຮົາກໍ່ຕ້ອງເຮັດເຕັມທີ່ ນຳເນື້ອໃນ ຄວາມຄິດສ້າງສັນ ແລະ ພ້ອມອຸປະກອນການພຣີເຊັນກໜມໃຫ້ພ້ອມ ແລ້ວພົບຄວາມໝັ້ນໃຈມາເຕັມ 100% ຈາກນັ້ນກໍ່ລຸຍເລີຍ

ສິ່ງທີ່ທ່ານຕ້ອງກໜມພ້ອມໃນການເຂົ້າໄປນຳສະເໜີຜົນງານມີ

1. ເສື້ອຜ້າໜ້າຜົມພ້ອມ ເລືອກຊຸດທີ່ທ່ານຄິດວ່າທ່ານນຸ່ງແລ້ວເຮັດໃຫ້ທ່ານໝັ້ນໃຈທີ່ສຸດ ແຕ່ຕ້ອງເປັນຊຸດທີ່ຖືກກາລະເທສະພ້ອມ

2. ກຽມຮ່າງກາຍ ແລະ ຈິດໃຈໃຫ້ພ້ອມ ທ່ານຕ້ອງດູແລສຸຂະພາບຕົວເອງຢ່າໃຫ້ເຈັບປ່ວຍໃນວັນນັ້ນ ແລະ ຄວາມໝັ້ນໃຈຈະເຮັດໃຫ້ທ່ານນຳສະເໜີວຽກອອກມາໄດ້ດີ

3. ກຽມຂໍ້ມູນໃຫ້ພ້ອມ

ຫົວໃຈຫຼັກຂອງການນຳສະເໜີວຽກງານໃຫ້ຖືກໃຈແມ່ນ

  • ຮູບແບບສະໄລດ໌ການນຳສະເໜີຂໍ້ມູນ ຄວນມີເນື້ອໃນຊັດເຈນ ຖືກຕ້ອງຕາມເອກະສານທີ່ອ້າງອີງ ແລະ ແບັຣກກາວພື້ນຫຼັງຕ້ອງເປັນໂທນສີອ່ອນເບິ່ງສະບາຍຕາ
  • ເນື້ອໃນສຳລັບການນຳສະເໜີວຽກ ຄວນຕົງຕາມຈຸດປະສົງ ແລະ ເປົ້າໝາຍຂອງເຈົ້ານາຍ ແລະ ລູກຄ້າ ທີ່ສຳຄັນເນື້ອໃນຕ້ອງມີສະນະກະທັດຮັດ ເຂົ້າໃຈງ່າຍ
  • ເພື່ອໃຫ້ຜູ້ຟັງເຫັນພາບໃນເວລາທີ່ເຮົາກຳລັງນຳສະເໜີງານ ສາມາດຍົກຕົວຢ່າງອື່ນທີ່ມີເນື້ອໃນກ່ຽວພັນກັບບົດທີ່ເຮົາກຳລັງນຳສະເໜີ ມາຊ່ວຍສ້າງອາລົມຮ່ວມໄດ້

q1_7

4. ເລີ່ມນຳສະເໜີວຽກ

ບໍ່ມີກົດເກນຕາຍຕົວວ່າເຮົາຈະນຳສະເໜີວຽກງານແນວໃດ ເຊິ່ງທ່ານລອງເຮັດຕາມວິທີດັ່ງຕໍ່ໄປນີ້ກໍ່ໄດ້

– ເປີດສາກດ້ວຍຄຳເວົ້າເດັດໆ ຫຼື ວິດີໂອກທີ່ສາມາດສ້າງແຮງບັນດານໃຈໃຫ້ກັບຜູ້ຟັງໄດ້ສົນໃຈກັບການນຳສະເໜີຫຼາຍຂຶ້ນ

– ຄວບຄຸມໂທນນ້ຳສຽງ ໃຫ້ມີຄວາມໜ້າເຊື່ອຖື ແລະ ສ້າງຄວາມໜັກແໜ້ນແກ່ຜູ້ຟັງ ຮ່ວມເຖິງທ່າທາງປະກອບໃນການນຳສະເໜີວຽກ

– ອີກໜຶ່ງເທັກນິກທີ່ເຮັດໃຫ້ຜູ້ຟັງມີສະມາທິໃນການຟັງ ແລະ ສົນໃຈໃນສິ່ງທີ່ທ່ານເວົ້າຫຼາຍຂຶ້ນຄືການສ້າງ Rapport ນັ້ນຄືການນຳສະເໜີເລື່ອງທີ່ໜ້າສົນໃຈສຳລັບຄົນຟັງທີ່ມີສ່ວນກ່ຽວຂ້ອງກັບງານທີ່ນຳສະເໜີກ່ອນການສ້າງ Rapport ທີ່ດີນັ້ນຈະສາມາດສ້າງຄວາມຮູ້ສຶກທີ່ດີໃຫ້ແກ່ຄົນຟັງ ແລະ ຫຼຸດຄວາມຕື່ນເຕັ້ນຂອງຜູ້ນຳສະເໜີວຽກໄດ້ອີກດ້ວຍ

5.ປິດການນຳສະເໜີທີ່ໜ້າຈົດຈຳ

ການປິດການນຳສະເໜີວຽກງານເປັນອີກສ່ວນໜຶ່ງທີ່ສຳຄັນເໝືອນກັບຕອນເປີດ ຫຼາຍຄົນມັກຂາດການວາງແຜນຢ່າງຮອບຄອບເນື່ອງຈາກເວລາບໍ່ພໍ ຫຼື ຄົນຟັງບໍ່ໄດ້ໃຫ້ຄວາມສົນໃຈ ລອງຄິດພິຈາລະນາສິ່ງທີ່ໄດ້ຈາກການນຳສະເໜີວຽກ ຂາດບໍ່ໄດ້ເລີຍກໍ່ຄືການຂອບໃຈຜູ້ຟັງພ້ອມຮອຍຍິ້ມ

 

ທີ່ມາ: http://money.kapook.com/view129473.html

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...