spot_img
Homeຄວາມງາມ7 ປະໂຫຍດຂອງລິບສະຕິກມັນທີ່ໄດ້ຫຼາຍກວ່າການທາບຳລຸງປາກ

7 ປະໂຫຍດຂອງລິບສະຕິກມັນທີ່ໄດ້ຫຼາຍກວ່າການທາບຳລຸງປາກ

Published on

ໃນບົດຄວາມງາມ ວັນນີ້ເຮົາຈະມາເວົ້າກ່ຽວກັບລິຍສະຕິກມັນ ສາວໆຫຼາຍຄົນອາດບໍ່ເຄີຍຮູ້ວ່າທີ່ຈິງແລ້ວລີບສະຕິກມັນທີ່ເຮົາໃຊ້ທາປາກເປັນປະຈຳຈະມີຄຸນປິໂຫຍດມາໃຊ້ກັບສິ່ງອື່ນໆໄດ້ອີກ ວັນນີ້ພວກເຮົາເລີຍບໍ່ພາດທີ່ຈະນຳມາບອກຕໍ່ ເຊິ່ງຈະເປັນແນວໃດນັ້ນເຮົາມາອ່ານກັນເລີຍ
1. ໃຊ້ແທນໄພຣເມີ
ເວລາຈະລົງອາຍຊາໂດວ໌ໃຫ້ມີສີສັນສົດໃສ ບໍ່ຕ້ອງໄປຊື້ໄພຣເມີໃຫ້ເປືອງເງິນ ລິບມັນບໍ່ມີສີສາມາດຊ່ວຍທ່ານໄດ້ ພຽງແຕ່ທາລົງຂອບຕາກ່ອນທີ່ທ່ານຈະລົງອາຍຊາໂດວ໌ ກໍ່ຈະເີັດໃຫ້ເປືອກຕາຊຸ່ມຊື່ນ ແລະ ສີຕາຕິດທົນນານ
eebf4577b
2. ທາຜົມ
ລີບມັນໃຊ້ແທນນ້ຳມັນພົມໄດ້ ເທື່ອຜົມຟູກໍ່ພຽງທາລິບມັນໃສ່ປາຍຜົມແລ້ວລູບໆເທົ່ານີ້ກໍ່ແກ້ບັນຫາຜົມຟູແລ້ວ
a270a04f1
3. ທາຜິວ
ຜິວແຫ້ງບໍລິເວນນິ້ວມື ແລະ ສົ້ນຕີນ ລີບມັນກໍ່ຊ່ວຍໄດ້ ພຽງທາໃສ່ຜິວຈະຊຸ່ມຂຶ້ນທັນທີ
5c15f7998
4. ຫ້າມເລືອດ
ຖ້າເປັນບາດ ຫຼື ແປ້ວໜ້ອຍທີ່ມີເລືອດຊຶມອອກບໍ່ແມ່ນບາດແຜໃຫຍ່ ລີບມັນສາມາດຫ້າມເລືອດໄດ້
5696
5. ຊິບຕິດ
ເວລາພົບກັບບັນຫາຊິບຕິດ ຮູດຊິບຍາກ ໃຫ້ໃຊ້ລິບມັນຖູລົງໄປພຽງເທົ່ານີ້ລິບກໍ່ຈະມ່ອນຮີດງ່າຍຂຶ້ນ
0d340aaff
6. ແຕ່ງຄິ້ວ
ຖ້າທ່ານບໍ່ມີເຈວປັດຄິ້ວກໍ່ໃຊ້ລິບມັນແຕະໃສຂົນຄິ້ວຈາກນັ້ນກໍ່ລູບເບົາໆ ຄິ້ວກໍ່ຈະງາມເປັນຮູບຊົງແລ້ວ
6aeafd9da
7. ຂັດເກີບ
ຖ້າຢາກໃຫ້ເກີບໜັງຂອງທ່ານເບິ່ງເງົາວາວວັບເໝືອນໃໝ່ ລິບມັນກໍ່ຊ່ວຍໄດ້ ພຽງທາລີບມັນໃສ່ເກີບແລ້ວນຳຜ້າມາເຊັດຕາມປົກກະຕິພຽງເທົ່າານີ້ເກີບທ່ານຈະເບິ່ງເງົາງາມແລ້ວ
ce6c62d61
ທີ່ມາ: http://www.siamok.com/s/144696

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...