spot_img
Homeຂ່າວການພັດທະນາສະ­ຫວັນ​ນະ​ເຂດ​ ປະ­ຕິ­ບັດ​ໂຄງ­ການ​ລົງ­ທຶນລັດ​ແລ້ວ 70%

ສະ­ຫວັນ​ນະ​ເຂດ​ ປະ­ຕິ­ບັດ​ໂຄງ­ການ​ລົງ­ທຶນລັດ​ແລ້ວ 70%

Published on

ອີງຕາມບົດລາຍງານສະ­ພາບການ­ຈັດ­ຕັ້ງປະ­ຕິ­ບັດແຜນພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ 6 ເດືອນຕົ້ນປີຂອງແຂວງສະ­ຫວັນນະເຂດໄດ້ໃຫ້ຮູ້ວ່າ: ໃນສົກປີ 2015-2016 ແຂວງສະ­ຫວັນນະເຂດ ໄດ້ຮັບອະ­ນຸ­ມັດແຜນ­ການລົງ­ທຶນຂອງລັດທັງໝົດ 130,58 ຕື້ກີບ ໃນນີ້ ທຶນພາຍໃນ 112,38 ຕື້ກີບ ແລະທຶນຕ່າງປະ­ເທດ 18,19 ຕື້ກີບ ເພື່ອຈັດຕັ້ງປະ­ຕິ­ບັດ 369 ໂຄງ­ການ ຊຶ່ງຜ່ານການ­ຈັດ­ຕັ້ງປະ­ຕິ­ບັດໃນໄລ­ຍະ 6 ເດືອນຕົ້ນສົກປີນີ້, ແຂວງປະ­ຕິ­ບັດໄດ້ແລ້ວ 278 ໂຄງ­ການ, ລວມເປັນມູນຄ່າ 91,81 ຕື້ກີບ, ເທົ່າກັບ 70% ຂອງແຜນ­ການລວມ, ໃນນີ້ ທຶນພາຍໃນ 91,16 ຕື້ກີບ ແລະ ເປັນທຶນຕ່າງ­ປະ­ເທດ 650 ລ້ານກີບ.

ສຳ­ລັບທຶນຊ່ວຍ­ເຫຼືອລ້າ ແຂວງກໍສາມາດຍາດແຍ່ງການຊ່ວຍ­ເຫຼືອເພື່ອການພັດ­ທະ­ນາໄດ້ທັງໝົດ 116 ໂຄງ­ການ (ສ່ວນໃຫຍ່ແມ່ນໂຄງ­ການສືບ­ຕໍ່) ມີມູນຄ່າ 82,27 ຕື້ກີບ ໂດຍເປັນການຊ່ວຍເຫຼືອລ້າ 19 ໂຄງ­ການ ມູນຄ່າ 15,58 ຕື້ກີບ ແລະການກູ້ຍືມ 25 ໂຄງ­ການ, ເປັນເງິນ 19,28 ຕື້ກີບ. ຄຽງຄູ່ກັນນີ້, ທາງພາກການລົງ­ທຶນຂອງເອ­ກະຊົນພາຍໃນ ແລະຕ່າງ­ປະ­ເທດ ກໍໄດ້ມີຄວາມພົ້ນເດັ່ນພໍສົມ­ຄວນ ຊຶ່ງໃນ 6 ເດືອນຜ່ານມານີ້, ສາ­ມາດດຶງດູດການລົງ­ທຶນ ໄດ້ທັງໝົດ 130 ໂຄງ­ການ, ລວມເປັນມູນຄ່າທັງໝົດ 1.691 ຕື້ກວ່າກີບ ຫຼື ປະມານ 211 ລ້ານກວ່າໂດລາ ເທົ່າກັບ 71,09% ຂອງແຜນ­ການປີ, ທຽບ­ໃສ່ ໄລ­ຍະດຽວກັນເພີ່ມຂຶ້ນ 10,40 ເທົ່າຕົວ, ໃນນີ້ ແຍກເປັນການລົງ­ທຶນພາຍໃນມີ 123 ໂຄງ­ການ ມູນຄ່າ 1.651 ຕື້ກວ່າກີບ ແລະການລົງ­ທຶນຕ່າງ­ປະ­ເທດ 7 ໂຄງ­ການ, ມູນຄ່າ 40 ຕື້ກີບ.

ສຳ­ລັບທິດທາງແຜນ­ການໃນ 6 ເດືອນທ້າຍສົກປີນີ້, ແຂວງສະ­ຫວັນນະ ເຂດຈະສືບ­ຕໍ່ປະ­ຕິ­ບັດຕົວເລກການລົງ ທຶນທີ່ຍັງຄ້າງໃນຈຳ­ນວນ 130 ໂຄງການໃຫ້ສຳ­ເລັດ ໄປພ້ອມໆກັບການເປີດ ກວ້າງການພົວ­ພັນຮ່ວມມື ເພື່ອດຶງດູດການຊ່ວຍ­ເຫຼືອຂອງຕ່າງ­ປະ­ເທດ ແລະ ການ­ຈັດ­ຕັ້ງສາ­ກົນໃຫ້ນັບມື້ນັບຂະຫຍາຍຕົວ, ລົງຕິດ­ຕາມ, ກວດ­ກາ ແລະ ປະເມີນຜົນການດຳ­ເນີນງານຂອງແຜນງານ, ໂຄງ­ການທີ່ກຳ­ລັງດຳ­ເນີນການ­ຈັດ­ຕັ້ງປະ­ຕິ­ບັດໂຄງ­ການ ທີ່ຍັງບໍ່ທັນສຳເລັດ, ໂຄງ­ການສືບ­ຕໍ່ ໂດຍສະ­ເພາະໂຄງການທີ່ບໍ່ຂຶ້ນກັບລັດ­ຖະ­ບານ, ສືບ­ຕໍ່ລົງຕິດ­ຕາມ, ກວດ­ກາ ແລະ ປະເມີນໂຄງ­ການລົງ­ທຶນຂອງເອ­ກະຊົນພາຍໃນ ແລະຕ່າງປະ­ເທດ ໂດຍສະ­ເພາະໂຄງ­ການຊອກຄົ້ນ ແລະສຳຫຼວດແຮ່ທາດ, ໂຄງ­ການປູກໄມ້ອຸດ­ສາ­ຫະ­ກຳ, ປັບ­ປຸງຂອດການພິຈາລະນາອະ­ນຸ­ມັດໃຫ້ຄ່ອງຕົວຂຶ້ນກວ່າເກົ່າ, ຄົ້ນ­ຄວ້າພິ­ຈາ­ລະ­ນາການສະ­ເໜີບັນ­ຫາຕ່າງໆຂອງບໍ­ລິ­ສັດຜູ້ລົງ­ທຶນໃຫ້ໄວຂຶ້ນກວ່າເກົ່າ ທັງນີ້ ກໍເພື່ອເຮັດໃຫ້­ການລົງ­ທຶນຕ່າງໆມີປະສິດ­ທິຜົນຂຶ້ນກວ່າເກົ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...