spot_img
HomeຊີວິດແລະຄວາມຮັກWedding-Sex-loveຂໍ້ເສຍຂອງການມີ SEX ຫຼາຍເກີນໄປ

ຂໍ້ເສຍຂອງການມີ SEX ຫຼາຍເກີນໄປ

Published on

ມະນຸດທຸກຄົນຄົງຈະບໍ່ມີໃຜປະຕິເສດວ່າ ທຸກຄັ້ງຂອງການມີເຊັກສ໌ນັ້ນ ຮ່າງກາຍຂອງທ່ານຈະໄດ້ຮັບການກະຕຸ້ນອາລົມ ເຊິ່ງຄວາມຮູ້ສຶກທີ່ໄດ້ນັ້ນ ທ່ານເອງກໍ່ເພິ່ງພໍໃຈ ແລະ ຫຼົງໄຫຼມັນ ຫຼັງຈາກສຳເລັດແລ້ວຮ່າງກາຍ ແລະ ຈິດໃຈຈະຖືກປົດປ່ອຍອອກມາ ເຮັດໃຫ້ການໝູນວຽນຂອງເລືອດ ຮໍໂມນຕ່າງໆ ແລະ ພາວະທາງອາລົມເຕັມໄປດ້ວຍຄວາມສຸກ ແຕ່ຫາກທ່ານມົກມຸ່ນຢູ່ກັບເຊັກສ໌ຫຼາຍເກີນໄປ ແບບວ່າວັນໜຶ່ງມີເຊັກສ໌ຫຼາຍຮອບ ແຕ່ລະຮອບຈັດໜັກຈັດເຕັມ ເພາະແທນທີ່ຈະເປັນຂອງດີ ແຕ່ຈະກາຍເປັນຂອງເສຍໄດ້ເພາະການມີເຊັກສ໌ຫຼາຍຄັ້ງໃນແຕ່ລະວັນຍ່ອມເຮັດໃຫ້ສຸຂະພາບຮ່າງກາຍສຸດໂຊມລົງແນ່ນອນ ເຊິ່ງຈະຮູ້ສຶກດັ່ງນີ້:

– ເບື່ອອາຫານ
– ອ່ອນເພຍ
– ພັກຜ່ອນບໍ່ພຽງພໍ ຮ່າງກາຍສຸດໂຊມ
– ອອກກຳລັງກາຍບໍ່ໄຫວ ເພາະອ່ອນເພຍຢູ່ແລ້ວ
– ສະໝອງມຶນຊາ ປະສາດມຶນຊາໄດ້
– ເກີດອາການແຊກຊ້ອນໄດ້ງ່າຍ ເພາະຮ່າງກາຍບໍ່ສົມບູນແຂງແຮງເປັນປົກກະຕີຄືບຸກຄົນອື່ນໆ
– ໃນທີ່ສຸດກໍ່ບໍ່ສາມາດເຮັດກິດຈະກຳເລື່ອງເທິງຕຽງໄດ້ດີຄືເກົ່າ ເພາະກຳລັງຕົກ
– ຖ້າເປັນກໍລະນີທີ່ໃຊ້ຢາກະຕຸ້ນໃນເວລາມີເຊັກສ໌ ກໍ່ຍິ່ງຈະເຮັດໃຫ້ເສື່ອມສະມັດຕະພາບທາງເພດໄວຂຶ້ນ

ເຊັກສ໌ເປັນສິ່ງທີ່ດີງາມ ເປັນສິ່ງທີ່ຈຳເປັນຕໍ່ຊີວິດ ປຽບເໝືອນອາຫານທີ່ສິເສດ ກໍ່ໃຫ້ເກີດຄວາມສົດຊື່ນແຈ່ມໃສ ຊີວິດມີຄວາມສະບາຍ ຄວາມຄຽດຫາຍໄປ ແຕ່ຖ້າເຮັດຫຼາຍຈົນເກີນໄປຍ່ອມເປັນສິ່ງທີ່ບໍ່ດີ

 

ທີ່ມາ: http://www.vcharkarn.com/vnews/504156

ບົດຄວາມຫຼ້າສຸດ

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...