spot_img
HomeມູມໄອທີລາວZTE Blade A2 ສະມາດໂຟນລາຄາປະຢັດມາພ້ອມສະແກນລາຍນິ້ວມື

ZTE Blade A2 ສະມາດໂຟນລາຄາປະຢັດມາພ້ອມສະແກນລາຍນິ້ວມື

Published on

ZTE ເປີດໂຕສະມາດໂຟນລາຄາປະຢັດລຸ້ນໃໝ່ ທີ່ມາແທນທີ່ Blade A1 ຈາກປີແລ້ວນີ້ ເຊິ່ງມີຊື່ວ່າ: Blade A2, ໂດຍໃນລຸ້ນນີ້ມີການອັບເກຣດສະເປັກ ແລະ ເພີ່ມສະແກນລາຍນິ້ວມືມາໃຫ້ນຳ.

ສຳລັບສະເປັກຂອງ Blade A2 ມາພ້ອມກັບໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ HD ເປັນຈໍໂຄ້ງແບບ 2.5D, ໃຊ້ງານຊິບປະມວນຜົນ octa-core MediaTek MT6750 ພ້ອມກັບ GPU Mali 860, ໃຊ້ງານລະບົບ Android 5.1 (Lollipop). ພື້ນທີ່ຈັດເກັບ 16 GB, RAM 2 GB, ຮອງຮັບ 2 ຊິມ ເປັນແບບ Hybrid Dual SIM (nano + nano / microSD) ແລະໂຕເຄື່ອງໜັກພຽງ 135 ກຣາມ

image

ໃນດ້ານຂອງກ້ອງຫຼັງແມ່ນໃຫ້ມາ 13 ລ້ານພິກເຊວ ພ້ອມແຟລັດ LED, ລະບົບກວດຈັບໂຟກັດອັດຕະໂນມັດ ທີ່ມີຄວາມໄວໂຟກັດພຽງແຕ່ 0.1 ວິນາທີ ແລະ ກ້ອງໜ້າໃຫ້ມາ 5 ລ້ານພິກເຊວ ພ້ອມກັບແຟລັດ LED.

ZTE ກ່າວວ່າລະບົບສະແກນລາຍນິ້ວມືນັ້ນສາມາດສະແກນໄດ້ແບບ 360° ດ້ວຍຄວາມໄວພຽງ 0.3 ວິນາທີ. ນອກນີ້ແມ່ນຮອງຮັບ 4G VoLTE, WiFi 802.11 b/g/n, Bluetooth 4.0, GPS ແລະແບັດເຕີຣີ 2500mAh.

ສຳລັບ ZTE Blade A2 ແມ່ນມາພ້ອມກັບ 3 ສີຄື: ສີເງິນ, ສີເທົາ ແລະສີຄຳ. ສ່ວນລາຄານັ້ນພຽງແຕ່ 699 ຢວນ (860.000 ກີບ), ຕອນນີ້ສາມາດສັ່ງຈອງໄດ້ແລ້ວທີ່ jd.com ໃນປະເທດຈີນ ແລະ ຈະເລີ່ມຂາຍໃນວັນທີ 15 ມິຖຸນານີ້.

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...