spot_img
Homeຂ່າວການສຶກສາວັນ​ປະ​ເທດ​ລາວ​​ໃນ​ສັບປະດາ​ຫົວຄິດປະດິດ​ສ້າງ​ຄຸນ​ໝິງດຶງ​ດູດສາຍຕາ​ຂອງ​ຄົນ​ທັງຫຼາຍ

ວັນ​ປະ​ເທດ​ລາວ​​ໃນ​ສັບປະດາ​ຫົວຄິດປະດິດ​ສ້າງ​ຄຸນ​ໝິງດຶງ​ດູດສາຍຕາ​ຂອງ​ຄົນ​ທັງຫຼາຍ

Published on

ຕາມ​ເວັບ​ໄຊ​ແຂວງ​ຢຸນນານ ວັນ​ທີ 4 ມິຖຸນາ​ທີ່ຜ່ານມານີ້, “ສັບປະດາຫົວຄິດ​ປະດິດ​ສ້າງຄຸນ​ໝິງ” ​ໄດ້​ຈັດ​ກິດຈະກຳ “ວັນ​ປະ​ເທດ​ລາວ​​ໃນ​ສັບປະດາ​ຫົວຄິດປະດິດ​ສ້າງວັດທະນະທຳ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້” ​ໂດຍ​ນັກ​ສຶກສາລາ​ວທີ່​ສຶກສາຢູ່​ຈີນ​ໄດ້​ນຳ​ສະ​ແດງ​ວັດທະນະທຳອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້ທີ່​ເປັນ​ເອກະລັກສະ​ເພາະ​ໂດຍ​ຜ່ານ​ການ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອລວມທັງ​ອາຫານທີ່​ເປັນເອກະລັກສະ​ເພາະຂອງ​ລາວ.

3253b3e488554cfaa2c6d6ae0eb188e7  ນັກ​ສຶກສາຍິງລາ​ວຜູ້​ໜຶ່ງທີ່ສຶກສາ​ຢູ່​ມະຫາວິທະຍາ​ໄລ​ສ້າງ​ຄູ​ຄຸນ​ໝິງ​ເວົ້າວ່າ: “​ພວກ​ເຮົາ​ໄດ້​ຮັບຄຳ​ເຊີນ​ຈາກ​ສະຖານກົງສຸນ​ລາວ​ປະຈຳ​ຄຸນ​ໝິງ​ໃຫ້ມາສະ​ແດງ​ການ​ຟ້ອນທີ່ມີ​ເອກະລັກ​ສະ​ເພາະ​ແລະ​​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ​ລາວ, ນັກ​ສຶກສາ ​ທັງໝົດ 9 ຄົນທີ່​ໄດ້ມາສະ​ແດງ​ເທື່ອນີ້​ຖື​ວ່າ​ເປັນ​ເທື່ອ​ທຳ​ອິດຈຶ່ງ​ຮູ້ສຶກ​ຕື້ນ​ຕັນ​ໃຈແລະ​ດີ​ໃຈຫຼາຍ​ເພາະ​ສາມາດ​ຮຽນ​ຮູ້​​ວັດທະນະທຳ​​ຈີນ, ຂະນະ​ດຽວ​ກັນ​ກໍ​​ໄດ້​ເຜີຍ​ແຜ່ສິລະ​ປະ​ວັດທະນະທຳລາວ​ຕໍ່ຄົນ​ຈີນ” ​ໂດຍໄດ້​ຟ້ອນສະ​ແດງ 8 ລາຍການ​ເຊິ່ງ​ໄດ້ດຶງ​ດູດຊາວ​ຄຸນ​ໝິງ​ເຂົ້າ​ຊົມ​ແລະ​ໄດ້​ຮັບ​ສຽງຕົບມືຊົມ​ເຊີຍຫຼາຍ​ເທື່ອ.

e125ede182354e2588012879d6eb257aຂະນະ​ດຽວ​ກັນ​, ນັກ​ສຶກສາລາ​ວທີ່​ສຶກສາ​ຢູ່​ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຄຸນ​ໝິງກໍ​ໄດ້​ຮັບຄຳ​ເຊີນ​ຈາກ​ສະຖານກົງສຸນ​ລາວ​ປະຈຳ​ຄຸນ​ໝິງ​​ເຊັ່ນ​ດຽວ​ກັນ, ​ເຂົາ​ເຈົ້າ​ກ່າວ​ວ່າ, “ພວກ​ເຮົາ​ໄດ້ນຳ​ເອົາອາຫານ​ລາວມາ​ແນະນຳ​ໃຫ້​ຄົນ​ຈີນ​ຮູ້ແລະ​ເຂົ້າ​ໃຈປະ​ເທດ​​ເຮົາທັງ​​ຂາຍ​ອາຫານ​ລາວ​ທີ່​ເປັນເອກະລັກ​ພິ​ເສດ​ເພື່ອໃຫ້​ຊາວ​ຄຸນ​ໝິງໄດ້ຊີມອາຫານ​ພື້ນ​ເມືອງຂອງ​ປະ​ເທດ​ເຮົາ.” ນອກ​ນີ້, ​ເຂົາ​ເຈົ້າ​ຍັງ​​ໄດ້​ນຳ​​ສະ​ເໜີ​ອາຫານ​ລາວ​ຊະນິດ​ຕ່າງໆ​ເຊັ່ນ ​ກາ​ເຟ, ​ເບຍ​ລາວ, ຂະໜົມ​ແລະ​ເຄື່ອງຫວານ​ທີ່​​ເປັນ​ເອກະລັກ​ສະ​ເພາະຂອງ​ລາວນຳ​ອີກ.

ad8977591f864f6d813946c4bc2db0ed

ຂ່າວຈາກ: http://laos.cri.cn/681/2016/06/05/261s203582_3.htm

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...