spot_img
Homeຊີວິດແລະຄວາມຮັກ5 ວິທີຫາຮັກແທ້ຢ່າງມືອາຊີບ

5 ວິທີຫາຮັກແທ້ຢ່າງມືອາຊີບ

Published on

ບາງຄົນທີ່ຜິດຫວັງຈາກຄວາມຮັກແລ້ວມັກຈະປິດຕົວປິດໃຈບໍ່ຍາກຫຍຸ້ງຢູ່ກັບໃຜ ຈົນບາງຄັ້ງເຮັດໃຫ້ທ່ານພາດຄົນດີໆທີ່ເຂົ້າມາໃນຊີວິດໄປຕັ້ງຫຼາຍຄົນ ແຕ່ຖ້າທ່ານລອງເປີດໃຈຮັບໃຜຈັກຄົນໜຶ່ງເຂົ້າມາໃນຊີວິດ ປົດປ່ອຍຕົວເອງອອກຈາກຄວາມຮັກເກົ່າໆ ບໍ່ແນ່ວ່າທ່ານອາດຈະໄດ້ພົບຮັກທີ່ດີກວ່າຄັ້ງກ່ອນກໍ່ໄດ້ ວັນນີ້ເຮົາເລີຍມີ 5 ວິທີຫາຮັກແທ້ຢ່າງມືອາຊີບ ໃຫ້ລອງເຮັດເບິ່ງ ເຊິ່ງຈະເຮັດແນວໃດເຮົາມາອ່ານກັນເລີຍ

1. ຫັດເບິ່ງຄວາມຮັກແບບແຟຣໆ

ທ່ານຄວນຫັດເບິ່ງຄວາມຮັກໃຫ້ເປັນກາງເພາະຄວາມຮັກເປັນສິ່ງບໍ່ແນ່ນອນມີຮັກ ມີເລີກເປັນຂອງທຳມະດາ ໃນໂລກນີ້ບໍ່ມີໃຜດອກທີ່ຈະບໍ່ເຄີຍອົກຫັກ

2. ຮູ້ວ່າການຮັກສາຄວາມສຳພັນທີ່ດີເປັນແນວໃດ

ທ່ານເຄີຍລອງຕົວເອງຄືນບໍ່ວ່າທີ່ຜ່ານມາທ່ານເຄີຍມີຄວາມຈິງໃຈຫຼາຍໜ້ອຍພຽງໃດໃນການຮັກສາຄວາມສຳພັນ ເພາະບໍ່ພຽງແຕ່ການຊື້ເຄື່ອງໃຫ້ຄົນຮັກເທົ່ານັ້ນ ແຕ່ຄວາມສຳພັນທີ່ດີໝາຍເຖິງເລື່ອງຂອງເວລາ ການຊ່ວຍເຫຼືອ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ຮວມໄປເຖິງການຮັກສາຄຳໝັ້ນສັນຍາ ລອງຖາມຕົວເອງຄືນວ່າທ່ານມີສິງເຫຼົ່ານີ້ຫຼືບໍ່

3. ເອົາຕົວອອກມາຈາກໂລກສ່ວນຕົວ

ບາງຄັ້ງການທີ່ເຮົາມັກເຮັດຫຍັງຄົນດຽວຄືຄົນທີ່ມີໂລກສ່ວນຕົວຫຼາຍມັນກໍ່ໜ້າເບື່ອ ທ່ານລອງອອກໄປທ່ຽວ, ໄປເຮັດກິດຈະກຳອື່ນໆຮ່ວມໃກັບຄົນອື່ນແນ່ກໍ່ໄດ້ ເພາະບາງເທື່ອທ່ານອາດຈະໄດ້ພົບຮັກໃໝ່ໃນສະຖານທີ່ໃໝ່ທີ່ທ່ານໄປກໍ່ໄດ້

4. ຢ່າປະຕິເສດເພາະຄວາມຢ້ານ

ບາງຄົນອາດມີຄວາມກັງວົນກັບການທີ່ຈະເລີ່ມຕົ້ນໃໝ່ເລື່ອງຄວາມຮັກ ເພາະອະດີດທີ່ເຈັບຊ້ຳເລື່ອງຄວາມຮັກມັນອາດຍັງຫຼອກຫຼອນໃນຈິດໃຈ ຈົນບາງຄັ້ງທ່ານອາດຈະບໍ່ໄວ້ໃຈເປີດຮັບຄົນໃຫມ່ເຂົ້າມາໃນຊີວິດໄດ້ງ່າຍໆ ທ່ານລອງຖາມໃຈຕົວເອງວ່າທ່ານຈະສ່ຽງເພື່ອໄດ້ພົບສິ່ງໃໝ່ ຫຼື ຍັງຈະຢ້ານຄວາມເຈັບຊ້ຳ ແລະ ຈົມຢູ່ກັບວັນເກົ່າທີ່ຫວນຄືນກັບໄປແກ້ໄຂບໍ່ໄດ້

5. ຢ່າຄາດຫວັງໃນການອອກເດດຫຼາຍເກີນໄປ

ເມື່ອໃດກໍ່ຕາມທີ່ທ່ານໄດ້ໄປອອກເດດກັບຄົນທີ່ທ່ານສົນໃຈ ຫຼື ຄົນທີ່ທ່ານຮັກ ໂດຍສະເພາະແມ່ນແມ່ຍິງທ່ານຄວນຢຸດຕ່ອມມະໂນເຜີ້ຝັນຂອງທ່ານລົງແນ່ກໍ່ດີ ທ່ານຢ່າພະຍາຍາມຄິດເຖິງການອອກເດດທີ່ເລີດຫຼູ ເພາະຖ້າມັນບໍ່ເປັນໄປຢ່າງທີ່ຄິດທ່ານຈະຜິດຫວັງ ຫຼື ເສຍຄວາມຮູ້ສຶກໄດ້ ໃຫ້ຄິດວ່າການອອກເດດເປັນເລື່ອງທຳມະດາ ສະບາຍໆ ຂໍໃຫ້ຮັກຍືນຍາວກໍ່ພໍ

 

ທີ່ມາ: http://www.siamok.com/s/144184

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...