spot_img
Homeຂ່າວພາຍ​ໃນນາຍົກເຮັດແທ້ ແກ້ເລື່ອງໄມ້ ແຕ່ງຕັ້ງຄະນະສະເພາະກິດລົງກວດກາທົ່ວປະເທດ ຫາກພົບຜູ້ລະເມີດ ຮີບຮ້ອນລາຍງານ ແລະ ແກ້ໄຂ

ນາຍົກເຮັດແທ້ ແກ້ເລື່ອງໄມ້ ແຕ່ງຕັ້ງຄະນະສະເພາະກິດລົງກວດກາທົ່ວປະເທດ ຫາກພົບຜູ້ລະເມີດ ຮີບຮ້ອນລາຍງານ ແລະ ແກ້ໄຂ

Published on

ນັບ​ວ່າ​ເປັນ​ອີກ​ປະ­ເດັນ​ສຳ­ຄັນ​ທີ່ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດຄອງ​ຄອຍ​ມາ​ນານ​ຫຼາຍ​ປີ​ທີ່​ຢາກ​ເຫັນພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ແກ້​ໄຂ​ບັນ­ຫາ​ການສົ່ງ​ໄມ້​ທ່ອນ​ອອກ​ຕ່າງ­ປະ­ເທດ​ຢ່າງ​ຈິງ​ຈັງເພື່ອ​ເປັນ​ການ​ປົກ​ປັກ​ຮັກ­ສາ​ຊັບ​ສົມ­ບັດຂອງ​ຊາດ​ກໍ​ຄື​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໃຫ້​ຢູ່​ຄຽງ​ຄູ່​ກັບ​ຄົນ​ລາວ​ຕະ­ຫຼອດ​ໄປຕໍ່ບັນ­ຫາ​ນີ້​ວັນ​ທີ 13 ພຶດ­ສະ­ພາ 2016 ນາຍົກ​ໄດ້​ອອກ​ຄຳ​ສັ່ງ​ເລກ​ທີ 15/ນຍ ໂດຍໃຫ້​ຢຸດ­ຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງ­ປະ­ເທດ​ຢ່າງ​ເດັດ­ຂາດ.

11771f349e843f5fb7ddf89838ba5f05_L

ຢ່າງ­ໃດ​ກໍ​ດີ ເພື່ອ​ປະ­ຕິ­ບັດ​ຢ່າງ​ມີ​ໝາກ­ຜົນ​ວານ​ນີ້ ທ່ານ ທອງລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ອອກ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ສະ­ເພາະ​ກິດ​ເພື່ອ​ລົງ​ກວດ­ກາແລະ​ແນະ­ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງດັ່ງ­ກ່າວ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດຖ້າຫາກ​ພົບ​ເຫັນ​ຂະ­ແໜງ­ການ ຫຼື ທ້ອງ­ຖິ່ນໃດ​ລະ­ເມີດ​ໃຫ້​ລາຍ​ງານ​ນາ­ຍົກເພື່ອ​ຊາບ ແລະ​ມີ​ທິດ​ແກ້​ໄຂ.

ຂໍ້​ຕົກ­ລົງ​ດັ່ງ­ກ່າວ​ແມ່ນ ສະ­ບັບ​ເລກ​ທີ 40/ນຍ ລົງ​ວັນ​ທີ 2 ມິ­ຖຸ­ນາ 2016 ໂດຍຄະ­ນະ​ສະ­ເພາະ​ກິດ​ປະ­ກອບມີ​ທັງ​ໝົດ 10 ທ່ານ​ຄື: ທ່ານ ໄຊ​ຄຳ ອຸ່ນ​ມີ​ໄຊ ຮອງ​ປະທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ, ຮອງຫົວ­ໜ້າ​ອົງ­ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂັ້ນ​ສູນ​ກາງ​ເປັນ​ຫົວ­ໜ້າ​ຄະ­ນະ, ສຳ­ລັບ​ຮອງ​ຫົວ­ໜ້າ​ຄະ­ນະ​ມີ​ທ່ານ ທອງເພັດ ວົງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງກະ­ສິ­ກຳ ແລະ​ປ່າ­ໄມ້ ແລະ​ທ່ານ ຈັນ​ສອນ ແສນ​ບຸດ­ຕະ­ລາດ ຮອງ​ລັດ­ຖະ­ມົນ­ຕີ​ກະຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງແວດ​ລ້ອມ.

ສ່ວນ​ເປັນ​ຄະ­ນະ​ປະ­ກອບ​ມີ​ທ່ານ ພົນຈັດ­ຕະ­ວາ ວຽງ​ແກ້ວ ແພງ​ສົມ­ບັດ ຫົວໜ້າ​ກົມ​ກວດ­ກາ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ, ທ່ານ ພັນ​ເອກ ເພັງ​ສະ­ຫວັນ ທິບ​ພະ​ວົງ​ໄຊ ຮອງ​ຫົວ­ໜ້າ​ກົມ​ໃຫຍ່​ຕຳ­ຫຼວດ, ຊີ້​ນຳ​ຕຳຫຼວດ​ເສດ­ຖະ­ກິດ, ຕ້ານ​ການ​ຄ້າ​ມະ­ນຸດ ແລະ​ສິ່ງ­ແວ­ດລ້ອມ, ທ່ານ ນາງ ບານ​ສະຕິ ເທບ​ພະ​ວົງ ຫົວ­ໜ້າ​ກົມ​ນຳ​ເຂົ້າ ແລະ ສົ່ງ​ອອກ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການຄ້າ, ທ່ານ ບຸນ​ປະ­ເສີດ ສີ​ກຸນ­ລະ­ບຸດ ຮັກສາ​ການ​ຫົວ­ໜ້າ​ກົມ​ພາ­ສີ ກະ­ຊວງ​ການເງິນ, ທ່ານ ຈັນ​ພະ­ລັງ ແສງ​ສັກ­ດາ ຜູ້ຊ່ວຍ​ວຽກ​ຮອງ​ປະ­ທານ​ອົງ­ການ​ກວດກາ​ລັດ­ຖະ­ບານ ພ້ອມ​ນັ້ນ​ຍັງ​ປະ­ກອບ​ມີ ວິ­ຊາ​ການ​ກົມ​ຕິດ­ຕາມ, ກວດ­ກາ​ປະ­ຕິ­ບັດຜົນ​ການ​ກວດ­ກາ​ອົງ­ການ​ກວດ­ກາ​ລັດຖະ​ບານ​ຈຳ­ນວນ 1 ທ່ານ, ວິ­ຊາ​ການ​ກົມກວດ­ກາ​ລັດ​ອ້ອມ​ຂ້າງ​ອົງ­ການ​ກວດ­ກາລັດ­ຖະ­ບານ​ຈຳ­ນວນ 1 ທ່ານ​ເປັນ​ຄະ­ນະ.

ໂດຍ​ຄະ­ນະ​ດັ່ງ­ກ່າວ​ແມ່ນ​ມີ­ໜ້າ​ທີ່​ປຶກສາ​ຫາ­ລື​ກັບ​ການ​ນຳ​ກະ­ຊວງ, ຂະ­ແໜງການ​ກ່ຽວ­ຂ້ອງ, ບັນ­ດາ​ແຂວງ ແລະ​ນະຄອນ​ຫຼວງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 15/ນຍ ລົງ​ວັນ​ທີ 13 ພຶດ­ສະ­ພາ 2016, ຕິດ­ຕາມ​ກວດ­ກາ​ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ, ຫົວ­ໜ້າ​ອົງ­ການ​ທຽບ​ເທົ່າ, ເຈົ້າ​ຄອງ​ນະ­ຄອນ, ບັນ­ດາ​ເຈົ້າ­ແຂວງ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ກ່ຽວ​ກັບ​ການ​ຄົ້ນ­ຄວ້າ​ເຊື່ອມ​ຊອມ​ກຳ​ແໜ້ນ​ຄຳ​ສັ່ງ​ເລກ​ທີ 15/ນຍ, ຖ້າ​ຫາກ​ພົບ​ເຫັນ​ຂະ­ແໜງ­ການ ແລະ​ທ້ອງ­ຖິ່ນ​ໃດ​ບໍ່​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ຈິ​ຈັງ ຫຼື ລະ­ເມີດ​ຄຳ​ສັ່ງສະ­ບັບ​ນີ້ ແມ່ນ​ໃຫ້​ລາຍ​ງານ​ຕໍ່​ນາ­ຍົກ­ລັດ­ຖະ­ມົນ­ຕີເພື່ອ​ຊາບ ແລະ​ມີ​ທິດ​ຊີ້​ນຳ​ໃນ​ການ​ແກ້​ໄຂ.

ນອກ​ນີ້ ແມ່ນ​ໃຫ້​ກວດ­ກາ​ຄືນ ແລະ​ກຳນົດ​ເຂດ​ປ່າ​ສະ­ຫງວນ, ປ່າ​ປ້ອງ​ກັນ ແລະ ແຕ່​ລະ​ປະ­ເພດ​ປ່າ­ໄມ້​ຂອງ​ແຕ່​ລະ​ແຂວງ ໃຫ້​ຈະ­ແຈ້ງ, ລົງ​ຕິດ­ຕາມ​ກວດ­ກາ​ເຂດຫຼໍ່​ແຫຼມ, ເຂດ​ຊ່ອງ​ຫວ່າງ​ຂອງ​ການ​ລັກລອບ​ຕັດ​ໄມ້, ສົ່ງ​ອອກ​ໄມ້​ຢູ່​ຕາມ​ລຽບຊາຍ​ແດນ​ຕ່າງໆ ພ້ອມ​ທັງ​ມີ​ມາດ​ຕະ­ການ ແກ້​ໄຂ​ໃຫ້​ເຂັ້ມ​ງວດ​ໂດຍມອບ​ໃຫ້​ຄະ­ນະ, ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ແລະ ຮາກ​ຖານ​ຢູ່​ບ່ອນ​ນັ້ນ​ຮັບ­ຜິດ­ຊອບ, ສົມທົບ​ກັບ​ແຕ່​ລະ​ແຂວງ​ຈັດ​ຕັ້ງ​ໜ່ວຍ​ງານ ກວດ­ກາ​ຂຶ້ນ​ບັນ­ຊີ​ໄມ້​ແຕ່​ລະ​ໂຮງ­ງານ​ປຸງແຕ່ງ​ໄມ້​ໃນ​ແຕ່​ລະ​ແຂວງ​ແລ້ວ​ສະ­ຫຼຸບລາຍ​ງານ​ລັດ­ຖະ­ບານ ເພື່ອ​ມີ​ທິດ​ຊີ້​ນຳ ໂດຍ​ໄລ­ຍະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ສຳເລັດ​ພາຍ​ໃນ 60 ວັນ ແລະ​ໃຫ້​ມີ​ການ​ສະຫຼຸບ​ລາຍ​ງານ​ຕໍ່​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີຊາບ​ເປັນ​ປົກ­ກະ­ຕິ ສ່ວນ​ງົບ­ປະ­ມານ​ຮັບໃຊ້​ໃນ​ການ­ເຄື່ອນ­ໄຫວ​ຄັ້ງ​ນີ້​ແມ່ນ​ນຳ​ໃຊ້​ບ້ວງ​ເງິນ​ແຮ​ຂອງ​ລັດ­ຖະ­ບານ.

ສຳ­ລັບ​ເນື້ອ​ໃນ​ຫຼັກໆ​ຂອງ​ຄຳ​ສັ່ງ​ເລກ ທີ 15/ນຍ ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແມ່ນໄດ້​ສັ່ງ​ໃຫ້​ຢຸດ­ຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ, ໄມ້­ຕີ​ຕັບ, ໄມ້​ແປ​ຮູບ, ໄມ້​ຊອຍ, ຮາກ​ໄມ້ ຫຼື ເຫງົ້າ​ໄມ້, ຕໍ​ໄມ້, ປູດ​ໄມ້, ງ່າ­ໄມ້ ແລະ ໄມ້​ຢືນ​ຕົ້ນ ຫຼື ໄມ້​ປະ­ດັບ ທີ່​ຂຸດ​ຄົ້ນ​ອອກ ຈາກ​ປ່າ​ທຳ​ມະ​ຊາດ​ໄປ​ຕ່າງ­ປະ­ເທດ​ໃນ ທຸ​ກໍ­ລະ­ນີ​ຢ່າງ​ເດັດ­ຂາດ ລວມ​ທັງ​ທີ່​ລັດຖະ​ບານ​ອະ­ນຸ­ມັດ​ຜ່ານ​ມາ​ແຕ່​ຍັງ​ບໍ່​ທັນ​ໄດ້ຈັດ​ຕັ້ງ​ປະ­ຕິ­ບັດ, ໃຫ້​ປຸງ​ແຕ່ງ​ເປັນ​ຜະ­ລິດຕະ​ພັນ​ສຳ­ເລັດ​ຮູບ​ຕາມ​ມາດ­ຕະ­ຖານ ທີ່​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ວາງ​ອອກ (ຕາມ​ຂໍ້​ຕົກ­ລົງ​ສະ­ບັບ​ເລກ​ທີ 2005/ອຄ.ກອຫ ລົງ​ວັນ​ທີ 28 ກັນ­ຍາ 2015) ແລ້ວ​ຈິ່ງ​ອະ­ນຸ­ມັດ​ໃຫ້​ສົ່ງ​ອອກ ພ້ອມ​ທັງ​ຫ້າມ​ນຳ​ໄມ້ ແລະ​ເຄື່ອງ​ປ່າ​ຂອງດົງ​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ​ລະບຽບ​ການ​ຈາກ​ຕ່າງ­ປະ­ເທດ​ມາ​ຜ່ານ​ເພື່ອ​ສົ່ງ​ໄປ​ປະ­ເທດ​ທີ​ສາມ.

ແນວ­ໃດ​ກໍ​ດີ ວັນ​ທີ 1 ມິ­ຖຸ­ນາ​ຜ່ານ​ມາ ທ່ານ ເພັດ ພົມ​ພິ​ພັກ ລັດ­ຖະ­ມົນ­ຕີ, ຫົວ ໜ້າ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ​ລັດ ຖະ​ມົນ­ຕີ ໄດ້​ມີ​ແຈ້ງ​ການ​ສະ­ບັບ​ເລກ​ທີ 769/ຫສນຍ ລົງ​ວັນ​ທີ 1 ມິ­ຖຸ­ນາ 2016 ເຖິງ​ບັນ­ດາ​ກະ­ຊວງ​ທີ່​ກ່ຽວ­ຂ້ອງ, ທ່ານ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ, ບັນ­ດາ ທ່ານ​ເຈົ້າ­ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເພື່ອ​ໃຫ້​ເອົາ­ໃຈ­ໃສ່​ການ​ຜັນ​ຂະ­ຫຍາຍ ແລະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 15/ນຍ ລົງ​ວັນ​ທີ 13 ພຶດ­ສະ­ພາ 2016.

ຈາກ​ສະ­ພາບ​ຄື​ແນວ​ນີ້​ຫຼາຍ​ແຂວງ​ຢູ່ທ້ອງ­ຖິ່ນ​ກໍ​ໄດ້​ມີ​ຄວາມ​ເອົາ­ໃຈ­ໃສ່ ໂດຍ ສະ­ເພາະ​ແມ່ນ​ແຂວງ​ໄຊ​ຍະ​ບູ​ລີ ໃນ​ວັນ​ທີ 1 ມິ­ຖຸ­ນາ​ຜ່ານ​ມາ ໄດ້​ເປີດ​ກອງ​ປະ­ຊຸມ ເຊື່ອມ​ຊຶມ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 15/ນຍ ວ່າ​ດ້ວຍ​ເພີ່ມ​ທະ­ວີ​ຄວາມ ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ແລະ​ກວດ­ກາ ການ​ຂຸດ​ຄົ້ນ​ໄມ້, ການ​ເຄື່ອນ​ຍ້າຍ​ໄມ້ ແລະ ທຸ­ລະ​ກິດ​ໄມ້ ເພື່ອ​ໃຫ້​ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ­ໃຈ ພ້ອມ​ທັງ​ຮ່ວມ​ກັນ​ເລັ່ງ​ຈັດຕັ້ງ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ໂດຍ​ການ ເປັນ​ປະ­ທານ​ຂອງ​ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ​ເຈົ້າ­ແຂວງ​ໄຊ​ຍະ​ບູ​ລີ​ມີ​ບັນ­ດາ​ທ່ານ ເຈົ້າ­ເມືອງ 11 ເມືອງ, ຫົວ­ໜ້າ​ດ່ານ​ພ້ອມດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...