Homeຊີວິດແລະຄວາມຮັກເຮົາຈະພິສູດຮັກແທ້ໄດ້ແນວໃດ...ຕ້ອງອ່ານ!

ເຮົາຈະພິສູດຮັກແທ້ໄດ້ແນວໃດ…ຕ້ອງອ່ານ!

Published on

ເຊື່ອບໍ່ວ່າ…ໃຜໆກໍ່ຢາກມີຮັກແທ້ ເພາະະການທີ່ໄດ້ພົບກັບຄົນທີ່ເຂົາຮັກເຮົາ ແລະ ເຮົາຮັກເຂົາ ມັນເປັນສິ່ງທີ່ວິເສດທີ່ສຸດໃນຊີວິດແລ້ວ

ຖ້າຕອນນີ້ທ່ານໃດກຳລັງມີຄວາມຮັກຢູ່ ແລະ ຢາກຮູ້ບໍ່ວ່າເຂົາຄົນນັ້ນຈະແມ່ນຮັກແທ້ຂອງເຮົາ ຫຼື ບໍ່ ວັນນີ້ເຮົາມີວິທີພິສູດຮັກແທ້ໄດ້ແນວໃດມາຝາກກັນ
ແບບໃດທີ່ຈະຮູ້ວ່າຮັກແທ້ 
 
– ຫາກເຮົາຢູ່ກັບໃຜຄົນໜຶ່ງແລ້ວບໍ່ເຄີຍຮູ້ສຶກເບື່ອເຂົາ ແລະ ເຂົາບໍ່ເຄີຍເບື່ອເຮົາທັງສອງຄົນມີຄວາມສຸກດີ ແລະ ເມື່ອໃດທີ່ຕ້ອງຫ່າງໃກກັນກໍ່ຈະຮູ້ສຶກເຫງົາ, ຮູ້ສຶກຄິດຮອດ ຄືກັນ ເຂົາສາມາດເປັນທີ່ເພິ່ງພາໃຫ້ກັບເຮົາໄດ້ ເມື່ອເກີດບັນຫາໃນຊີວິດ ເຂົາຈະຢູ່ຄຽງຂ້າງເພື່ອຊ່ວຍເຫຼືອເຮົາຢູ່ສະເໝີ ເຊິ່ງອາດຮຽກໄດ້ວ່າຄົນໆນີ້ເປັນຄົນທີ່ຮັກເຮົາຮອງຈາກພໍ່ແມ່ໄດ້
 
– ເຮົາສາມາດລົມກັບເຂົາໄດ້ທຸກເລື່ອງຢ່າງເປີດໃຈ ບໍ່ຕ້ອງມີຄວາມລັບເກັບໄວ້ ບໍ່ຕ້ອງຢ້ານວ່າເວົ້າອອກໄປແລ້ວຈະຕ້ອງອັບອາຍ  ຫຼື ເຂົາຈະຫາຍໄປຈາກຊີວິດທ່ານ ຄົນນີ້ແຫຼະຄືຮັກແທ້ຂອງທ່ານ
 
– ເຮົາຮູ້ສຶກເຕັມໃຈທີ່ຈະມີເຂົາມາຢູ່ໃນທຸກຊ່ວງເວລາຂອງຊີວິດເຮົາ ແລະ ເຮົາໄດ້ມີສ່ວນຮ່ວມໃນຄວາມຄິດ, ໃນເວລາຊີວິດຂອງເຂົາເຊັ່ນກັນ
 
ຫາກທ່ານກຳລັງມີຄວາມຮູ້ສຶກແບບນີ້ກັບໃຜຈັກຄົນໜຶ່ງ ໃຫ້ສັນນິຖານໄວ້ເລີຍວ່າເຂົາຄືຮັກແທ້ຂອງທ່ານແນ່ນອນ 

 

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...