spot_img
Homeຂ່າວຕ່າງປະເທດເຮືອບັນທຸກນ້ຳມັນຢີ່ປຸ່ນລະເບິດ! ກັບຕັນເຮືອສູນຫາຍ

ເຮືອບັນທຸກນ້ຳມັນຢີ່ປຸ່ນລະເບິດ! ກັບຕັນເຮືອສູນຫາຍ

Published on

EyWwB5WU57MYnKOuFVP9NUlMaTiJFPhXAfkov1bygOUG8rO1ZS7gdg NjpUs24nCQKx5e1DHNJZIHyXwq18BygY5Z2Ptgsv3E5 NjpUs24nCQKx5e1DHNJZIHyXwq18ByhsrzdPe7gzzg0

ເຮືອບັນທຸກນ້ຳມັນຂະໜາດໃຫຍ່ຢີ່ປຸ່ນ ເກິດເຫດລະເບິດແລະໄຟໄໝ້ຢ່າງຮຸນແຮງ ໜ່ວຍຍາມຝັ່ງຟ້າວສົ່ງເຮືອ ແລະເຮືອບິນມາສີດນ້ຳຄວບຄຸມໄຟ ເປັນເຫດໃຫ້ລູກເຮືອ 7 ຄົນບາດເຈັບ ແລະຂະນະນີ້ຍັງບໍ່ເຈີກັບຕັນເຮືອ ທີ່ຫາຍໄປ…

ອົງການຂ່າວລາຍງານເມື່ອວັນທີ່ 29 ພຶດສະພາ ວ່າ ເຮືອບັນທຸກນ້ຳມັນຂະໜາດໃຫຍ່ຂອງຢີ່ປຸ່ນ ຊື່ ‘ໂຊໂກ ມາລຸ’ ປະສົບເຫດລະເບິດແລະເກິດໄຟລຸກໄໝ້ ຄວັນໄຟດຳມຶດເປັນຕາຢ້ານ ຈອດໃນທະເລ ຫ່າງຈາກທ່າເຮືອຮິເມຈິ ທາງພາກຕາເວັນຕົກຂອງຢີ່ປຸ່ນ ປະມານ 5 ກິໂລແມັດ ເປັນເຫດໃຫ້ລູກເຮືອ 7 ບາດເຈັບ ໃນນີ້ບາດເຈັບແຮງ 4 ຄົນ ຂະນະນີ້ຍັງບໍ່ເຈີໂຕກັບຕັນເຮືອ ອາຍຸ 64 ປີທີ່ຫາຍໄປຫຼັງເກິດເຫດ

ເຈົ້າໜ້າທີ່ໜ່ວຍຍາມຝັ່ງໃນເມືອງຮິເມຈິ ທາງພາກຕາເວັນຕົກຂອງຢີ່ປຸ່ນ ເປິດເຜີຍວ່າ ໃດ້ສົ່ງເຮືອແລະເຮືອບິນມາສີດນ້ຳແລະຄວບຄຸມໄຟເທິງເຮືອ  ເຫດການຄັ້ງນີ້ເຮັດໃຫ້ເຮືອໃດ້ຮັບຄວາມເສຍຫາຍຢ່າງໜັກ ຂະນະທີ່ເຈົ້າໜ້າທີ່ໜ່ວຍຍາມຝັ່ງກຳລັງສຶບສວນສາເຫດ ທີ່ເຮັດໃຫ້ເຮືອບັນທຸກລຳນີ້ ເຊິ່ງມີນ້ຳໜັກເຖິງ 988 ຕັນ ເກິດເຫດລະເບິດຂື້ນ

ຢ່າງໃດກໍ່ຕາມ ໃນຊ່ວງເກິດເຫດແລະໄຟໄໝ້ເຮືອ ບໍ່ມີຖັງນ້ຳມັນຢູ່ ເນື່ອງຈາກນຳຂື້ນໄປເທິງຝັ່ງແລ້ວ ຈຶ່ງຊ່ວຍລົດວິຕົກກາງວົນຂອງປະຊາຊົນລົງໄປໃດ່້ ຫຼາຍກວ່າເຫດໄຟໄໝ້ເຮືອ ເພາະຈະບໍ່ເກິດມົນລະພິດແລະຄວາມເສຍຫາຍຕໍ່ສິ່ງແວດລ້ອມບໍ່ຫຼາຍປານໃດ ອີກທັ້ງແຮງລະເບິດຍັງບໍ່ກໍ່ຄວາມເສຍຫາຍໃຫ້ແກ່ ເຮືອໃກ້ຄຽງ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...