Homeຂ່າວການສຶກສາຈະລາຈອນຊີ້ແຈງຕື່ມກ່ຽວກັບການສັນຈອນລ້ຽວຂວາໄດ້ ຫລື ບໍ່ໄດ້

ຈະລາຈອນຊີ້ແຈງຕື່ມກ່ຽວກັບການສັນຈອນລ້ຽວຂວາໄດ້ ຫລື ບໍ່ໄດ້

Published on

ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ພັນຕີ ສັງຄົມ ພົມມະລາດ ໄດ້ຊີ້ແຈງຕື່ມຕໍ່ໜັງສືພິມລາວພັດທະນາ ໃນວັນທີ 1 ມິຖຸນານີ້ ກ່ຽວກັບກໍລະນີການຂັບຂີ່ສາມາດລ້ຽວຂວາໄດ້ ຫລື ບໍ່ໄດ້ຢູ່ຈຸດສາມແຍກ, ສີ່ແຍກ, ພາຍຫລັງມີສື່ຫລາຍປະເພດຕີແຜ່ບັນຫາດັ່ງກ່າວຍັງບໍ່ທັນເປັນເອກະພາບກັນ ຈຶ່ງເຮັດໃຫ້ສັງຄົມເກີດຄວາມສັບສົນໃນການປະຕິບັດ.

ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງ ອະທິບາຍວ່າ: ພາຍຫລັງພະແນກຈະລາຈອນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ປະສານສົມທົບກັນເພື່ອແກ້ໄຂບັນຫາສະພາບການສັນຈອນແອອັດສັບສົນໃນຕົວເມືອງ ຈຶ່ງໄດ້ເອກະພາບກັນກຳນົດລະບຽບການສັນຈອນໃນຕົວເມືອງຫລາຍຈຸດເພື່ອໃຫ້ຄ່ອງຕົວ ມີຄວາມເປັນລະບຽບຮຽບຮ້ອຍປອດໄພ, ສ່ວນການລ້ຽວຂວາໄດ້ ຫລື ບໍ່ເມື່ອຢູ່ໄຟແດງນັ້ນ ກໍລະນີທີ່ສາມາດລ້ຽວຂວາໄດ້ແມ່ນຕ້ອງຢູ່ຈຸດໄຟແດງທີ່ມີດອນຄູກາງໃຫ້ລ້ຽວ ເປັນຕົ້ນໄຟແດງສະຖານີລົດເມ, ໄຟແດງສີສະເກດ, ໄຟແດງດົງປ່າລານ ແລະ ອື່ນໆ. ສ່ວນໄຟແດງທີ່ບໍ່ມີດອນຄູທາງແມ່ນໃຫ້ນັກຂັບຂີ່ປະຕິບັດຕາມລະບົບໄຟອຳນາດຢ່າງເຂັ້ມງວດ, ຖ້ານັກຂັບຂີ່ຜູ້ໃດລະເມີດກໍຈະຖືກກ່າວເຕືອນຈາກເຈົ້າໜ້າທີ່ ຫລື ປັບໄໝຕາມລະບຽບໃນເມື່ອມີການຈົງໃຈລະເມີດ.

ການກຳນົດຄືດັ່ງກ່າວກໍເປັນວິທີທາງໜຶ່ງໃນການແກ້ໄຂບັນຫາສະພາບການສັນຈອນຕິດຂັດແອອັດໃນຕົວເມືອງ ເນື່ອງຈາກວ່າປັດຈຸບັນພາຫະນະຢູ່ນະຄອນຫລວງວຽງຈັນແມ່ນມີຈຳນວນເພີ່ມຂຶ້ນຫລາຍ ສະເລ່ຍອາທິດໜຶ່ງປະມານ 2 ພັນຄັນ. ສະນັ້ນ ຖ້າຫາກບໍ່ມີແຜນຮອງຮັບທີ່ດີ ບວກກັບນັກຂັບຂີ່ບໍ່ເອົາໃຈໃສ່ເຄົາລົບລະບຽບຈະລາຈອນກໍຍິ່ງຈະເຮັດໃຫ້ການສັນຈອນໃນຕົວເມືອງເປັນອຳມະພາດຮ້າຍແຮງຂຶ້ນຕື່ມ.

ສຳລັບກໍລະນີທີ່ຈະມີການປັບໄໝທົບ 10 ເທົ່ານັ້ນ, ທ່ານຮອງພະແນກຈະລາຈອນນະຄອນຫລວງ ລະບຸວ່າ: ແມ່ນຜູ້ທີ່ຈອດລົດຢູ່ເຂດທີ່ຫ້າມຈອດ, ການນຳໃຊ້ເສັ້ນທາງບໍ່ຖືກຕ້ອງ ເປັນຕົ້ນເອົາຂອບທາງ, ບ່າທາງເປັນບ່ອນບໍລິການຕ່າງໆ ເຮັດໃຫ້ກີດຂວາງການສັນຈອນ ແລະ ການຍ່າງໄປມາຂອງຄົນ, ການເຮັດໃຫ້ເສັ້ນທາງເປິະເປື້ອນ ເປັນຕົ້ນລົດແກ່ດິນ, ຊາຍ, ຫີນ ແລະ ອື່ນໆ ຕົກເຮ່ຍໃສ່ເສັ້ນທາງ ອັນໄດ້ສ້າງຄວາມເປິະເປື້ອນແກ່ເສັ້ນທາງ ແລະ ສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງໃນກໍລະນີນີ້ແມ່ນຈະຖືກປັບໄໝ 10 ເທົ່າຕາມມະຕິຕົກລົງຂອງອົງການປົກຄອງນະຄອນຫລວງວຽງຈັນໃນການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດຮອດປີ 2020. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມ ກໍຄືນັກຂັບຂີ່ຜູ້ປະກອບການຂົນສົ່ງທຸກທົ່ວໜ້າຈົ່ງພ້ອມກັນປະຕິບັດລະບຽບຈະລາຈອນ ແລະ ມາດຕະການຕ່າງໆໃນການຂັບຂີ່ສັນຈອນໄປມາຢ່າງເຂັ້ມງວດ ເພື່ອສ້າງນະຄອນຫລວງວຽງຈັນເປັນເມືອງສະອາດ, ໜ້າຢູ່ ແລະ ຈະເລີນສີວິໄລເທື່ອລະກ້າວ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...