spot_img
Homeຂ່າວພາຍ​ໃນນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນທີ 1 ມິຖຸນາ

ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນທີ 1 ມິຖຸນາ

Published on

ໃນວັນທີ 1 ມິຖຸນາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ມີພິທີປູກຕົ້ນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ; ມີທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ; ບັນດາທ່ານຮອງລັດຖະມົນຕີ; ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ຫຼານນ້ອຍເຍົາວະຊົນ ຂອງພະນັກງານ ທີ່ສັງກັດສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

01.06.2016.01

ໃນໂອກາດດັ່ງກ່າວ, ທ່ານ ນ. ວຽງສະຫວັນ ດວງສະຫວັນ ຮອງລັດຖະມົນຕີ ສຳນັກງານນາຍົກ ລັດຖະມົນຕີ, ທັງເປັນຄະນະຈັດຕັ້ງພິທີ ໄດ້ຂຶ້ນກ່າວຈຸດປະສົງ ໃນການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນຈັດ ຕັ້ງປະຕິບັດພາຍໃຕ້ຄໍາຂວັນ ທີ່ວ່າ: “ສ້າງປະເທດລາວ ເປັນພື້ນທີ່ສີຂຽວ, ນາຍົກລັດຖະມົນຕີ ເຊີນຊວນປະຊາຊົນລາວ ປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2016”. ເຊິ່ງເປັນການສ້າງຂະບວນການ, ສ້າງບັນຍາກາດ ໃຫ້ແກ່ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມີຖຸນາ 2016 ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນ. ທີ່ສຳຄັນ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ທີ່ວ່າ: “ສ້າງປະເທດລາວ ໃຫ້ເປັນພື້ນທີ່ສີຂຽວ” ທັງເປັນການສ້າງ ສໍານັກງານນາຍົກລັດຖະມົນຕີ ໃຫ້ “ເປັນສີຂຽວ, ມີສະເໜ່ ແລະ ສີວິໄລ”. ພ້ອມກັນນັ້ນ, ກໍ່ເພື່ອເປັນການອະນຸລັກຮັກສາ ພັນໄມ້ພື້ນບ້ານທີ່ມີຄຸນຄ່າ ໄວ້ໃຫ້ຄົນລຸ້ນຫຼັງ, ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມ ສໍານັກງານນາຍົກລັດຖະມົນຕີ ໄດ້ຊົມ ແລະ ສຶກສາ. ທັງເປັນການປັບປຸງທັດສະນີຍະພາບ, ສ້າງສະພາບແວດລ້ອມພາຍໃນ ສໍານັກງານນາຍົກລັດຖະມົນຕີ ໃຫ້ສວຍງາມ, ມີຄວາມຮົ່ມເຢັນ, ສະຫງ່າຜ່າເຜີຍ ສົມກັບເປັນສະຖານທີ່ ເຮັດວຽກຂອງການນຳຂັ້ນສູງ, ເປັນສະຖານທີ່ຕ້ອນຮັບແຂກ ພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມລັດຖະບານ ສປປ ລາວ. ຄຽງຄູ່ກັນນັ້ນ, ກໍ່ເປັນການສ້າງໂອກາດທີ່ດີ ໃຫ້ຫຼານນ້ອຍເຍົາວະຊົນ ທີ່ເປັນລູກຫຼານ ຂອງພະນັກງານຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ມີໂອກາດ ຮູ້ຈັກ, ຄຸ້ນເຄີຍ ແລະ ໃກ້ສິດ ກັບທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ ແລະ ຜູ້ນໍາອື່ນໆ. ຕິດພັນກັບການປູກຈິດສຳນຶກ ໃຫ້ແກ່ເດັກນ້ອຍລູກຫຼານເຍົາວະຊົນຮຸ່ນສືບທອດ ຮູ້ໄດ້ຄວາມສຳຄັນຂອງຕົ້ນໄມ້ ແລະ ພ້ອມກັນປົກປັກຮັກສາສິ່ງແວດລ້ອມທີ່ດີ ໃຫ້ມີຄວາມຍືນຍົງ. ສຳລັບຕົ້ນໄມ້ ທີ່ນໍາມາປູກໃນຄັ້ງນີ້ ປະກອບມີ ຕົ້ນແພ່ປາລະມີ, ຕົ້ນດອກຈໍາປາ, ຕົ້ນດອກຄູນ, ຕົ້ນດອກກະເລົາ ແລະ ຕົ້ນດອກຝາງແດງ ໂດຍໄດ້ປູກເພີ່ມໃສ່ກັບຕົ້ນໄມ້ ທີ່ໄດ້ປູກໃນປີທີ່ຜ່ານໆມາ ເປັນຕົ້ນ ໄມ້ຂະຍຸງ, ໄມ້ແຕ້ຂ່າ ແລະ ໄມ້ດູ່.

01.06.2016.00

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕັດແຖບຜ້າ ເພື່ອເປີດພິທີຢ່າງເປັນທາງການ ແລະ ດຳເນີນການປູກຕົ້ນໄມ້ຮ່ວມກັບຜູ້ເຂົ້າຮ່ວມ ເຮັດໃຫ້ເຕັມໄປດ້ວຍບັນຍາກາດ ຟົດຟື້ນ, ມ່ວນຊື່ນ, ບັນດາທ່ານການນຳ ແລະ ຫຼານນ້ອຍເຍົາວະຊົນ ກໍ່ມີຄວາມສະໜິດສະໜົມກັນເປັນຢ່າງດີ.
ການຈັດພິທີຄັ້ງນີ້, ຍັງໄດ້ມີການຖາມ-ຕອບ ແລະ ໂອ້ລົມ ຕໍ່ເດັກນ້ອຍລູກຫຼານເຍົາວະຊົນທີ່ເຂົ້າຮ່ວມ ແລະ ມອບຂອງຂວັນ ໃຫ້ແກ່ເຂົາເຈົ້າ.

01.06.2016.02

ຜູ້ຂຽນ: ພະແນກໂຄສະນາ, ກປພ
ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...