spot_img
Homeຄົມຄິດຄົມຄົນຄຳສຸພາສິດ10 ນິໄສ ທີ່ເຮັດໃຫ້ເຮົາກາຍເປັນຄົນສະຫລາດ

10 ນິໄສ ທີ່ເຮັດໃຫ້ເຮົາກາຍເປັນຄົນສະຫລາດ

Published on

ຄວາມສະຫລຽວສະຫລາດເປັນຍອດແຫ່ງຄວາມປາຖະໜາຂອງທຸກຄົນ ບໍ່ມີໃຜດອກທີ່ຢາກເປັນຄົນໂງ່ຈ້າ ເພາະຄວາມສະຫລາດແມ່ນນຳມາເຊິ່ງຊີວິດທີ່ດີ, ການດຳເນີນຊີວິດຢ່າງມີແບບແຜນ ແລະປະກອບສ່ວນໃຫ້ສັງຄົມມີຈະເລີນກ້າວໜ້າພັດທະນາ ດັ່ງນັ້ນ 10 ວິທີຕໍ່ໄປນີ້ ແມ່ນຈະເຮັດໃຫ້ຜູ້ປະຕິບັດນັ້ນມີຄວາມສະຫລາດຢ່າງແນ່ນອນ

  1. ມີຄວາມຄິດໃໝ່ໆ ຫລືໄອເດຍໃໝ່ໆໃນທຸກໆວັນ : ການເລີ່ມຕົ້ນຄິດອັນໃດອັນໜຶ່ງເປັນການ

ອອກກຳລັງກາຍຢ່າງໜຶ່ງຂອງກ້າມເນື້ອໃນສະໝອງ ບໍ່ຈຳເປັນວ່າມັນຈະເປັນຄວາມຄິດທີ່ດີສະເໝີໄປ

ຂໍພຽງແຕ່ໃຫ້ຄິດກໍພໍແລ້ວ ເພາະເຮົາບໍ່ຮູ້ດອກວ່າແນວຄິດຂອງເຮົາບາງເທື່ອມັນອາດຈະສ້າງເງິນຢ່າງ

ມະຫາສານມາໃຫ້ເຮົາໃນອະນາຄົດກໍເປັນໄດ້.

  1. ອ່ານໜັງສືພິມ : ໜັງສືພິມຄືສູນລວມແຫ່ງມະຫາຂ່າວສານ ມີຫລາຍລົດຫລາຍຊາດ ເຮົາຢາກ

ໄດ້ອັນໃດບັນຈຸເຂົ້າໃນສະໝອງ ກໍພຽງແຕ່ເປີດອ່ານມັນເທົ່ານັ້ນ ຮູ້ທັນສະຖານະການຂອງສັງຄົມແລະຂອງໂລກນຳອີກດ້ວຍ.

  1. ສ້າງຄວາມເຫັນທີ່ແຕກຕ່າງ : ພະຍາຍາມມີຄວາມເຫັນທີ່ແຕກຕ່າງຈາກຄົນອື່ນ ເພາະຄວາມ

ແຕກຕ່າງນຳມາເຊິ່ງຄວາມປ່ຽນແປງ ຄິດນອກກອບ ມັນຈະເຮັດໃຫ້ຊີວິດຂອງເຮົາເປີດຮັບແຕ່ສິ່ງໃໝ່ໆ ແລະຕ້ອງຍອມຮັບຄວາມຄິດເຫັນຂອງຜູ້ອື່ນພ້ອມ.

  1. ອ່ານໜັງສືຢ່າງນ້ອຍໜຶ່ງບົດໃນທຸກໆມື້ : ບໍ່ວ່າຈະເປັນກາບກອນ, ເລື່ອງສັ້ນ, ບົດຄວາມ,

ນິຍາຍ, ວິຊາການ ຫລືອິຫຍັງຕ່າງໆກໍໄດ້ ເພາະການອ່ານເປັນຫົວໃຈສຳຄັນໃນການອອກກຳລັງກາຍຂອງສະໝອງ ແລະເພີ່ມພູນຄວາມຮູ້ໃຫ້ສູງຂຶ້ນ (ຢຸດຄຳວ່າ ບໍ່ມີເວລາ).

  1. ຫາເລື່ອງທີ່ຈັບໃຈ ແລະສຶກສາຢ່າງຈິງຈັງ : ເພື່ອເປັນການຄົ້ນຫາຈຸດສົນໃຈຂອງຕົນເອງ ວ່າ

ມັກອັນໃດ ແລະມີຄວາມສຸກກັບມັນຫລືບໍ່? ມັນຈັບຈິດຈັບໃຈຖືກອົກຖືກໃຈບໍ່? ເມື່ອຮູ້ແລ້ວ ຕ້ອງສຶກສາໃຫ້ຮູ້ຢ່າງເລິກເຊິ່ງ ເຮັດໃຫ້ເຮົາໝົດຄວາມສົງໄສໃນສິ່ງນັ້ນໆ.

  1. ຫາບຸກຄົນທີ່ເປັນແຮງບັນດານໃຈ : ຈະເປັນໃຜກໍຕາມ ຂໍພຽງແຕ່ເຂົາມີຄວາມຄິດດີໆ ມີວິຖີ

ຊີວິດທີ່ຄວນເອົາເປັນແບບຢ່າງ ໜ້າເຄົາລົບນັບຖື ແລະສາມາດເອົາເປັນຕົ້ນແບບຂອງຊີວິດໄດ້.

  1. ແບ່ງປັນຄວາມຮູ້ສູ່ຜູ້ອື່ນ : ການສອນຜູ້ອື່ນເປັນການທົບທວນຄວາມຮູ້ ແລະເສີມສ້າງຄວາມຮູ້

ຂອງເຮົາ ເຮັດໃຫ້ເຮົາສະຫລາດຂຶ້ນອີກດ້ວຍ.

  1. ບັນທຶກໃນສິ່ງທີ່ເຮົາຮຽນຮູ້ : ຂຽນໃສ່ເຈ້ຍ, ຂຽນໃສ່ປຶ້ມບັນທຶກ ຫລືຂຽນລົງໂທລະສັບ ແລະອິນ

ເຕີເນັດກໍໄດ້ ເຮັດໃຫ້ເຮົາໄດ້ບັນທຶກການເວລາທີ່ຜ່ານມາແລ້ວຂອງຊີວິດ ແລະກາຍເປັນຄົນຮັບຜິດຊອບໄປນຳພ້ອມ.

  1. ເລືອກຄົບແຕ່ຄົນດີ : ຄຳບາລີວ່າ ຍັງ ເວ ເສວະຕິ ຕາທິໂສ ຄົບຄົນແບບໃດ ກໍເປັນຄົນແບບ

ນັ້ນ ແລະອີກຄຳໜຶ່ງທີ່ວ່າ ຄົບຄົນພານພາໄປຫາຜິດ ຄົບບັນດິດພາໄປຫາຜົນ ສະແດງໃຫ້ເຫັນວ່າ ຄົນທີ່ດີແລະສະຫລາດຈະເຮັດໃຫ້ຊີວິດເຮົາດີຂຶ້ນ ໄດ້ຮັບບົດຮຽນຊີວິດໃໝ່ໆ ແລະສ້າງແຮງບັນດານໃຈໃຫ້ເຮົາມີຄວາມບຸກບືນນຳອີກດ້ວຍ.

  1. ເອົາຊະນະຄວາມຢ້ານກົວ : ຢ່າຢູ່ລ້າໆ ຢ່າຢ້ານການລົງມືເຮັດ ຢ່າລໍມື້ລໍວັນ ຈົ່ງເອົາຊະນະ

ຄວາມຂີ້ຄ້ານ ແລະຈິດໃຈຂອງຕົນເອງ ເພື່ອຄວາມສຳເລັດໃນຊີວິດຂອງເຮົາ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...